ທ່ານນາຍົກຈະເຂົ້າຮ່ວມກອງປະຊຸມທະວິພາຄີລາວ-ຫວຽດນາມໃນອີກສອງວັນ

196

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຳຄັນ ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມອີກສອງວັນຂ້າງໜ້ານີ້.

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ ລາວ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມ ຄະນະກໍາມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມ ນິ ຍົມ ຫວຽດນາມ ຄັ້ງທີ 42 ແຕ່ວັນທີ 2-4 ມັງກອນ 2020, ທີ່ ຮ່າໂນ້ຍ, ສສ.ຫວຽດນາມ.

ນະຄອນຫຼວງວຽງຈັນ, ວັນທີ 29 ທັນວາ 2019