ເທັກນິກລ້ຽງປາຄໍ່ງ່າຍໆ ໃຊ້ເວລາ 2 ເດືອນສາມາດຈັບຂາຍໄດ້

190

ປາຄໍ່ເປັນປານ້ຳຈືດ ມີຊື່ເອີ້ນທາງວິທະຍາສາດວ່າ Channa striatus ມັນມັກອາໄສຢູ່ຕາມຫ້ວຍຮ່ອງຄອງບືງ, ແມ່ນໍ້າລຳເຊຕ່າງໆ, ປາຊະນິດນີ້ຜູ້ຄົນນິຍົມເອົາມາປຸງແຕ່ງເປັນອາຫານປະເພດປີ້ງ, ແກງ, ອ່ອມ ອື່ນໆຢ່າງຫຼວງຫຼາຍ. ປັດຈຸບັນປາຄໍ່ຢູ່ຕາມແມ່ນ້ຳລຳເຊ ກໍ່ເລີ່ມມີໜ້ອຍລົງ ແລະ ບໍ່ສາມາດຕອບສະໝອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ພຽງພໍ. ດັ່ງນັ້ນ, ປະຊາຊົນຈຶ່ງນຳເອົາປາດັ່ງກວ່າມາເພາະພັນເພື່ອລ້ຽງ ແລະ ຕອບສະໜອງຕາມທ້ອງຕະຫຼາດ ເພື່ອຕອບສະໜອງໃຫ້ຜູ້ບໍລິໂພກ.

ຂັ້ນຕອນ ແລະ ວິທີລ້ຽງປາຄໍ່ໃຫ້ໄດ້ຜົນຜະລິດສູງ ແມ່ນໃຫ້ລ້ຽງໃນໜອງສະທີ່ເປັນດິນ ເພາະຈະເຮັດໃຫ້ປາຄໍ່ມີການເຕີບໃຫຍ່ໄວກວ່າລ້ຽງໃນອ່າງຊີເມັນ, ກ່ອນຈະນຳປາມາປ່ອຍໃນໜອງຕ້ອງຂຸດໜອງແລ້ວຕາກດິນປະມານ 3 – 4 ມື້ ຈົນກວ່າດິນຈະແຫ້ງ. ຫຼັງຈາກນັ້ນ, ຫວ່ານປູນຂາວລົງໄປໃນພື້ນໜອງ ເພື່ອປັບສະພາບດິນໃນອັດຕາ 60 – 100 ກິໂລກຮາມຕໍ່ໄລ່ ປະໄວ້ປະມານ 7 ມື້ ແລ້ວໃສ່ຝຸ່ນຄອກລົງໄປ ເພື່ອໃຫ້ເກີດອາຫານທຳມະຊາດ.

ສຳລັບລູກປາໃນອັດຕາ 40 – 80 ກິໂລກຣາມຕໍ່ໄລ, ກ່ອນດູດນໍ້າເຂົ້າໜອງຕ້ອງກຽມແນວຕອງໄວ້ເພື່ອປ້ອງກັນບໍ່ໃຫ້ສັດຕູຂອງລູກປາເຂົ້າມາກັບນ້ຳ, ປ່ອຍນ້ຳເຂົ້າໜອງໃຫ້ໄດ້ລະດັບນ້ຳ 40 ຊັງຕີແມັດ. ພາຍຫຼັງ, ດູດນ້ຳເຂົ້າໃສ່ແລ້ວໃຫ້ປະໄວ້ 2 ມື້ກ່ອນ ຈຶ່ງປ່ອຍລູກປາຄໍ່ລົງ, ພາຍຫຼັງປ່ອຍລູກປາລົງເຫັນວ່າກໍ່ຈະມີອາຫານກິນໂລດ ຍ້ອນເຮົາກຽມອາຫານທຳມະຊາດໄວ້ກ່ອນໜ້າແລ້ວນັ້ນ ກໍ່ຄືຝຸ່ນຄອກໄວ້ໃນໜອງສະແລ້ວ. ການປ່ອຍລູກປາລົງລ້ຽງແມ່ນໃຫ້ປ່ອຍໃນຊ່ວງເວລາທີ່ເໝາະສົມ ( ອາກາດເຢັນ ) ຕອນແລງ ແລະ ຕອນເຊົ້າ.

ສຳລັບອັດຕາການປ່ອຍລູກປາມີຂະໜາດ 10 ຊັງຕີແມັດ, ນ້ຳໜັກປະມານ 35 ໂຕຕໍ່ກິໂລກຣາມ ຄວນປ່ອຍໃນອັດຕາ 50 ໂຕຕໍ່ຕາຕະລາງແມັດ ເພື່ອປ້ອງກັນໂລກທີ່ອາດນຳມາກັບລູກປາ.

ການໃຫ້ອາຫານປາໃນໄລຍະປ່ອຍທຳອິດຄວນໃຫ້ອາຫານຂະໜາດນ້ອຍຄືຫົວອາຫານປະສົມຮຳ, ຫຼັງຈາກນັ້ນ ສັງເກດເບິ່ງການຈະເລີນເຕີບໃຫຍ່ຂອງປາໃນໄລຍະເວລາ 2 ເດືອນ ປາຈະມີໂຕນ້ອຍໂຕໃຫຍ່ແຕກຕ່າງກັນໄປ. ຈາກນັ້ນ, ໃຫ້ໃຊ້ດາງກວດເອົາປາມາຄັດເພື່ອແຍກເອົາໂຕນ້ອຍອອກໃສ່ໜອງໃໝ່ ຫຼື ຂັ້ນໄວ້ ຖ້າບໍ່ດັ່ງນັ້ນ ປາໃຫຍ່ກໍ່ຈະກິນປານ້ອຍໝົດ ພາຍຫຼັງແຍກປາອອກແລ້ວ ສືບຕໍ່ໃຫ້ອາຫານໄປອີກ 45 – 55 ມື້ ກໍ່ສາມາດນຳອອກມາກິນໄດ້ແລ້ວ.

ທີ່ມາ: news.mthai.com