ສະເຫຼີມສະຫຼອງຕະຫຼາດອ່ານຈີ ຄົບຮອບ 10 ປີ

243

ຕະຫຼາດອ່ານຈີ ໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 10 ປີ ເພື່ອເປັນການຂອບໃຈລູກຄ້າ ແລະ ບັນດາຫົວໜ່ວຍທຸລະກິດທີ່ສະໜັບສະໜູນຕະຫຼອດມາ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 26 ທັນວາ 2019 ທີ່ຕະຫຼາດອ່ານຈີ ບ້ານໜອງໜ່ຽງ ໂດຍການເຂົ້າຮ່ວມຂອງ ທ່ານ ຖະໜອມ ທໍາທອງ ເຈົ້າເມືອງໄຊເສດຖາ, ທ່ານ ຢາງຈິ່ນ ( Yangjun ) ປະທານ ບໍລິສັດ ເຫວິນຫົວະ ແລະ ເປັນເຈົ້າຂອງຕະຫຼາດອ່ານຈີ ( ANJU ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ຢາງຈິ່ນ ( Yangjun ) ໄດ້ກ່າວວ່າ: ຕະຫຼາດ “ ອ່ານຈີ ” ເປັນຕະຫຼາດຈໍາໜ່າຍວັດສະດຸກໍ່ສ້າງທີ່ໃຫຍ່ໃນນະຄອນຫຼວງວຽງຈັນ ເລີ່ມກໍ່ຕັ້ງນັບແຕ່ປີ 2009 ເປັນຕົ້ນມາ ໂດຍມີສິນຄ້າຫຼາກຫຼາຍຢ່າງບໍ່ວ່າຈະເປັນວັດສະດຸຕົກແຕ່ງ, ເຄື່ອງສຸຂະພັນ, ເຄື່ອງໃຊ້ໃນຄົວເຮືອນ, ແກ້ວປະເພດຕ່າງໆ, ອາລູມີນຽມ, ໄມ້ອັດໂຟມມິກ້າ, ນໍ້າສີສາຍຮຸ້ງ, ປະຕູ, ອຸປະກອນເພດານ, ໄມ້ປັກເກ້ປູພື້ນ, wall paper, ລູກຕິ່ງຂັ້ນໄດ, ກະໂລ້, ອຸດສາຫະກຳໄມ້ ແລະ ອີກຫຼາຍໆຢ່າງ.

ນັບແຕ່ເລີ່ມເປີດຕະຫຼາດເປັນຕົ້ນມາ ພວກເຮົາໄດ້ຖືເອົາຄວາມຕ້ອງການຂອງລູກຄ້າເປັນປັດໄຈ ແລະ ຖືເອົາແນວຄິດທີ່ວ່າ ຖ້າຈະເຮັດກໍຕ້ອງເຮັດໃຫ້ດີເປັນຫຼັກໃນການດໍາເນີນທຸລະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າປະກອບສ່ວນເຂົ້າໃນການພັດທະນາຂອງ ສປປ ລາວ, ຄວາມຕ້ອງການຊົມໃຊ້ຜະລິດຕະພັນທີ່ສວຍງາມ ແລະ ມີຄຸນນະພາບດີ.

ນອກຈາກນີ້, ກໍຕ້ອງເອົາໃຈໃສ່ປັບປຸງ ແລະ ອັບເດດຜະລິດຕະພັນຮູບແບບໃໝ່ທີ່ທັນສະໄໝມາສະໜອງໃຫ້ແກ່ລູກຄ້າ ຈົນມາຮອດປັດຈຸບັນຕະຫຼາດອ່ານຈີ ໄດ້ກາຍເປັນສະຖານທີ່ບໍລິການດ້ານວັດສະດຸກໍ່ສ້າງທີ່ໄດ້ຮັບການຍອມຮັບຈາກພີ່ນ້ອງຊາວລາວຫຼາຍຂຶ້ນ ແລະ ບັນລຸເປົ້າໝາຍ. ຕະຫຼາດອ່ານຈີ ຕັ້ງຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.