ສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງປາກລາຍ ຄັ້ງທີ VIII, ສະຫາຍ ສົມຈິດ ຈັນທະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງ

126

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກເມືອງປາກລາຍ ແຂວງ ໄຊຍະບູລີ ໄດ້ສໍາເລັດລົງຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 30 ທັນວາ 2019 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນເຕັມ, ໂດຍການເປັນປະທານຂອງ ສະຫາຍ ສົມຈິດ ຈັນທະວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ປາກລາຍ;  ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ແຂກຮັບເຊີນຈາກເມືອງ ຊະນະຄາມ, ເມືອງ ແມດ, ແຂວງ ວຽງຈັນ ແລະ ເມືອງອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ບັນດາຜູ່ແທນແມ່ນໄດ້ພ້ອມກັນ ທົບທວນຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ, ຄົ້ນຄວ້າ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສໍາຫຼວດການນໍາພາລວມ ແລະ ທິດທາງແຜນການ 5 ປີ 2020-2024, ໂດຍສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ ໃນລະດັບ 9,5% ຕໍ່ປີ, ລວມຍອດລາຍຮັບໃຫ້ບັນລຸ 2.669 ຕື້ກີບ, ສະເລ່ຍຫົວຄົນໜຶ່ງໃຫ້ໄດ້ 4.000 ໂດລາຕໍ່ຄົນຕໍ່ປີ.

ໂຄງປະກອບເສດຖະກິດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝເທື່ອລະກ້າວ, ສຸມໃສ່ຜະລິດສະບຽງອາຫານ ແລະ ຜະລິດເປັນສີນຄ້າ ໂດຍການດືງດູດການລົງທືນຈາກພາຍໃນ ແລະ ຕ່າງປະເທດ, ພັດທະນາພື້ນຖານໂຄງລ່າງ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ແກ່ການຜະລິດ, ການທ່ອງທ່ຽວ ຕາມທິດສີຂຽວ-ຍືນຍົງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງບ້ານພັດທະນາໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ປັບປຸງຄຸນນະພາບດ້ານການສຶກສາໃຫ້ດີຂຶ້ນ, ຮັບປະກັນໃຫ້ເດັກໃນເກນອາຍຸໄດ້ເຂົ້າຮຽນຢ່າງທົ່ວເຖິງ.

ຍົກລະດັບການບໍລິການດ້ານສາທາລະນະສຸກໃຫ້ມີຄຸນນະພາບ, ສົ່ງເສີມວັດທະນະທໍາທີ່ເປັນເອກະລັກຂອງຊາດ, ຂອງທ້ອງຖິ່ນໃຫ້ຍືນຍົງ, ຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ມີປະສິດທິຜົນ, ປັບປຸງລະບົບການຈັດຕັ້ງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ໄດ້ 80% ແລະ ຂະຫຍາຍສະມາຊິກພັກໃໝ່ໃຫ້ເພີ່ມຂື້ນ 20%, ກອງປະຊຸມໄດ້ຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ແລະ ຄອບຄົວຕົວແບບແຕ່ລະດ້ານພາຍໃນເມືອງ, ເຊິ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສໍາເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ເຂົ້າໃນແຕ່ລະຂົງເຂດວຽກງານກົມກອງ, ຂະແໜງການຂອງຕົນເອງ, ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນສົມບູນຄົບຖ້ວນ ແລະ ໄດ້ດໍາເນີນການປ່ອນບບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດທີ VIII ເຊິ່ງມີຜູ້ຮັບສະໝັກທັງໝົດ 31 ສະຫາຍ, ຍິງ 7 ສະຫາຍ, ໃນນີ້ເລືອກເອົາ 27 ສະຫາຍ, ອາຍຸສູງສຸດ 59 ປີ, ຕໍ່າສຸດ 39 ປີ, ອາຍຸສະເລ່ຍ 42 ປີ.

ກອງປະຊຸມໄດ້ເປັນເອກະພາບກັນ ເລືອກເອົາ ສະຫາຍ ສົມຈິດ ຈັນທະວົງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນາງ ພີມປະໄພ ສຸຄະລາດ ເປັນຮອງເລຂາ, ສະຫາຍ ສົມດີ ຄົງສະຫວັນ ເປັນຮອງເລຂາ ທັງເປັນປະທານຄະນະກວດກາພັກເມືອງ, ເລືອກເອົາ ສະຫາຍ ນາງ ພີມມະສອນ ສີບົວຈັນ ແລະ ສະຫາຍ ສົມພອນ ພາລີໄບ ເປັນຮອງປະທານ.

ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ