ໂກຣດຊີຕີ້ຟຸດເທດ ແລະ ຄາຊາ ຮ່ວມກັນຊຸກຍູ້ ກະຕໍ້ ນວ ກຽມລຸຍ ຊຽງຂວາງເກມ 2020

92

ພິທີມອບ-ຮັບໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 25 ທັນວາ ຜ່ານມາ ທີ່ຫ້ອງການຂະແໜງກີລາລະດັບສູງ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໂດຍເປັນການຕາງໜ້າມອບໂດຍ ທ່ານ ເສດຖະວັດ ພອນປະຖົມພົງ ປະທານບໍລິສັດ ຄາຊາ ຄໍເປີເຣຊັ່ນ ຈຳກັດ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ກອງແກ້ວ ແຫ່ງດາວົງໄຊ ຫົວໜ້າຂະແໜງກິີລາລະດັບສູງ, ມີບັນດາຮອງຫົວໜ້າຂະແໜງກິີລາລະດັບສູງ, ພະນັກງານວິຊາການແຕ່ລະພາກສ່ວນເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ກອງແກ້ວ ແຫ່ງດາວົງໄຊ ກໍໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງມາຍັງທັງສອງບໍລິສັດ ທີ່ມີນ້ຳໃຈໃຫ້ການຊ່ວຍເຫຼືອທັບນັກກິລາກະຕໍ້ນະຄອນຫຼວງວຽງຈັນ ພວກເຮົາໄດ້ມີຄວາມພ້ອມ ແລະ ມີກຳລັງໃຈກຽມເຂົ້າຮ່ວມລ່າຫຼຽນຄຳ ຊຽງຂວາງເກມ ໃນຄັ້ງນີ້ ຂໍໃຫ້ເຊື່ອໝັ້ນວ່າ ຈະນຳເອົາເຄື່ອງ ແລະ ເງິນ ຈຳນວນດັ່ງກ່າວ ໄປມອບໃຫ້ຄະນະຄູຝຶກ ແລະ ນັກກີລາ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ສາມາດເຂົ້າຮ່ວມສ້າງຜົນງານ ສ້າງກຽດສັກສີ ແລະ ຊື່ສຽງມາສູ່ ນະຄອນຫຼວງວຽງຈັນ.

ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ທາງບໍລິສັດ ຄາຊາ ຄໍເປີເຣຊັ່ນ ຈຳກັດ ຊຸກຍູ້ເງິນສົດ 3 ລ້ານກີບ ແລະ ເກີບຝຶກຊ້ອມກີລາກະຕໍ້ 36 ຄູ່ ລວມມູນຄ່າ 3 ລ້ານກີບ ບໍລິສັດ ໂກຣດຊີຕີ້ຟຸດເທດ ຈຳກັດ ສ່ວນການກຽມຄວາມພ້ອມຂອງທັບນັກກິລາກະຕໍ້ ນະຄອນຫຼວງ ປັດຈຸບັນມີນັກກິລາກະຕໍ້ທັງໝົດ ຊາຍ 17 ຄົນ, ຍິງ 5 ຄົນ ແລະ ກະຕໍ້ຊິນຫລອນ ມີ 14 ຄົນ, ຍິງ 7 ຄົນ ປັດຈຸບັນນັກກີລາທັງໝົດໄດ້ເລີ່ມຝຶກຊ້ອມ ແລະ ເຂົ້ານອນສູນ ມາແຕ່ຕົ້ນເດືອນພະຈິກ 2019 ທີ່ສະໂມສອນກີລາໃນຮົ່ມພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງ ບຶງຂະຫຍອງ.