ເປີດນໍາໃຊ້ເສັ້ນທາງບ້ານແດນສະຫວັນ ເມືອງເຊໂປນ

164

ທ້າຍອາທິດຜ່ານມາໄດ້ພິທີມອບ – ຮັບໂຄງການກໍ່ສ້າງເສັ້ນທາງບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຊີ້ນໍາໂຄງການຂັ້ນແຂວງ, ທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດຕາເວັນອອກ – ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ແຂວງສະຫວັນນະເຂດ ຫຼື ໂຄງການ GMS ລາຍງານວ່າ: ໂຄງການດັ່ງກ່າວແມ່ນເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ພ້ອມທັງທຶນສົມທົບຂອງລັດຖະບານລາວ ລວມມູນຄ່າທັງໝົດ 47,7 ລ້ານໂດລາສະຫະລັດ, ລວມມີ 7 ໜ້າວຽກໃນ 3 ເມືອງຂອງແຂວງສະຫວັນນະເຂດ ຄື: ນະຄອນໄກສອນພົມວິຫານ ມີ 5 ໂຄງການຍ່ອຍ.

ສໍາລັບໂຄງການກໍ່ສ້າງເສັ້ນທາງບ້ານແດນສະຫວັນ ໄດ້ເລີ່ມຕົ້ນສຶກສາຄວາມເປັນໄປໄດ້ແຕ່ປີ 2012. ຈາກນັ້ນ, ກໍມີການອອກແບບຄິດໄລ່ລະອຽດ ແລະ ມີການປະມູນ ໂດຍແມ່ນ ບໍລິສັດ ໜູຄໍາ ກໍ່ສ້າງຂົວທາງ ຈຳກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 2,31 ລ້ານກວ່າໂດລາສະຫະລັດ ແລະ ເລີ່ມຈັດຕັ້ງປະຕິບັດສັນຍາແຕ່ວັນທີ 27 ພະຈິກ 2017 ຫາວັນທີ 27 ພະຈິກ 2019 ແມ່ນໄດ້ສໍາເລັດການກໍ່ສ້າງ ເຊິ່ງໃຊ້ເວລາກໍ່ສ້າງທັງໝົດ 24 ເດືອນ. ນອກນັ້ນ, ໂຄງການຍັງໄດ້ກໍ່ສ້າງເສັ້ນທາງເຂົ້າບ້ານອາໂລນ ຕື່ມອີກ 1 ເສັ້ນ ຍາວ 637 ແມັດ ມູນຄ່າ 2,84 ແສນໂດລາສະຫະລັດ.

ທ່ານ ໜູຜາດ ທິລາວົງ ຜູ້ອຳນວຍການ ບໍລິສັດ ໜູຄຳ ກໍ່ສ້າງຂົວທາງ ຈຳກັດ ໄດ້ລາຍງານ ແລະ ກ່າວມອບໂຄງການກໍ່ສ້າງເສັ້ນທາງບ້ານແດນສະຫວັນ, ລວມມີການກໍ່ສ້າງ 14 ຕອນ, ທາງມີລວງຍາວທັງໝົດ 3.884 ແມັດ, ຄວາມກວ້າງໜ້າທາງ 5 ຫາ 7 ແມັດ, ປູຢາງ 2 ຊັ້ນ ສາມາດຮັບນ້ຳໜັກໄດ້ 9 ໂຕນກວ່າຕໍ່ເພົາ, ສ້າງຮ່ອງລະບາຍນໍ້າ 2 ຂ້າງທາງແບບຮ່ອງປິດ ແລະ ເປີດ ເຮັດດ້ວຍເບຕົງເສີມເຫຼັກ, ຕິດຕັ້ງລະບົບຄວາມປອດໄພປ້າຍຈະລາຈອນແຕ້ມຂອບທາງ, ແບ່ງຊ່ອງຈາລະຈອນຄົບຊຸດ, ຕິດຕັ້ງໄຟເຍືອງທາງລະບົບແສງຕາເວັນ 127 ຊຸດ ແລະ ປູກຕົ້ນໄມ້ປະດັບສອງຂ້າງທາງທັງໝົດ 486 ຕົ້ນ.