10 ລົດບິກໄບໃໝ່ທີ່ຈະເປີດໂຕປີ 2020

114

ໃກ້ຈະບອກລາປີເກົ່າຕ້ອນຮັບປີໃໝ່ ເຊິ່ງເຊື່ອວ່າຜູ້ທີ່ມັກໃນລົດບິກໄບ ຕ້ອງໄດ້ຕິດຕາມລົດລຸ້ນໃໝ່ທີ່ຈະເປີດໂຕໃນປີ 2020 ຄໍລໍາລົດມື້ນີ້ລວມເອົາບັນດາຄ້າຍລົດທີ່ຈະເປີດໂຕມາໃຫ້ຮັບຮູ້ ເພື່ອເປັນຂໍ້ມູນ ແລະ ການຕັດສິນໃຈຊື້.

1 Honda CBR 1000 RR-R Fireblade 2020 ເປັນບິກໄບຊຸບເປີ້ໄບ ອອກແບບໃໝ່ທີ່ເບິ່ງດຸດັນ ດ້ວຍເຄື່ອງຈັກ 999,9 ຊີຊີ, 4 ສູບ, 4 ຈັງຫວະ, ໃຫ້ກໍາລັງ 214 ແຮງມ້າ, ແຮງບິດສູງສຸດ 113 ນິວຕັນແມັດ, ຖ່າຍທອດຄວາມແຮງຜ່ານລະບົບເກຍ 6 ສະປີດ ພ້ອມລະບົບເບຣກ ABS ປັບສະຫຼັບໄດ້ 2 ໂໝດລະຫວ່າງ Track ແລະ Sport ລາຄາປະມານ 8 ແສນບາດ.

2 Yamaha VMAX 2020 ລົດຈັກຮູບແບບສະປອດຄຸຍເຊີ້ໃໝ່ ທີ່ນັບເປັນລຸ້ນສະຫຼອງຄົບຮອບ 12 ປີ ຫຼັງເປີດໂຕຄັ້ງທໍາອິດໃນປີ 2008 ໂດຍໄດ້ຮັບການຍົກລະດັບເປັນ 4 ສູບ, ຂະໜາດ 1.679 ຊີຊີ. DOHC 16 ວາວ, ລະບາຍຄວາມຮ້ອນດ້ວຍຂອງແຫຼວ, ໃຫ້ກໍາລັງໄດ້ຫຼາຍເຖິງ 170 ແຮງມ້າ, ຂັບເຄື່ອນດ້ວຍເກຍ 5 ສະປີດ, ລາຄາເລີ່ມຕົ້ນປະມານ 5,5 ແສນບາດ.

3 Kawasaki ZX-25R ການອອກແບບພາຍນອກຮູບແບບສະປອດທີ່ຄ້າຍຄືວ່ານໍາຫຼາຍໆລຸ້ນມາປະສົມປະສານກັນ, ດ້ານເຄື່ອງຈັກມາໃນຂະໜາດ 249 ຊີຊີ, 4 ສູບລຽງ, 16 ວາວ DOHC, ລະບາຍຄວາມຮ້ອນດ້ວຍນໍ້າ, ສົ່ງກໍາລັງຜ່ານເກຍ 6 ສະປີດ.

4 Ducati Panigale V2 2020 ສະແປດໄບຝາແຝດ V4 ທີ່ພັດທະນາມາຈາກລຸ້ນ 959 Panigale ພ້ອມອັບເກຣດເຄື່ອງຈັກເກົ່າ Superquadro Twin-cylinder ຂະໜາດ 955 ຊີຊີ, ໃຫ້ແຮງມ້າເພີ່ມຂຶ້ນເປັນ 155 ແລະ ແຮງບິດ 104 ນິວຕັນແມັດ ທີ 9.000 ຮອບຕໍ່ນາທີ, ເກຍ 6 ສະປີດ, ຜ່ານມາດຕະຖານເອີໂຣ 5 ຮຽບຮ້ອຍ, ລາຄາປະມານ 5 ແສນບາດ.

5 KTM 1290 Super Duke R 2020 ຫຼື ທີ່ຮູ້ຈັກໃນຊື່ The Beast, ນໍ້າໜັກເບົາແຕ່ແຂງແຮງ, ນໍາໃຊ້ເຄື່ອງຈັກ V-Twin LC8 ຂະໜາດ 1301 ຊີຊີ 2 ກະບອກສູບ 4 ຈັງຫວະ, ໃຫ້ກໍາລັງໄດ້ເຖິງ 177 ແຮງມ້າ ແລະ ແຮງບິດ 140 ນິວຕັນແມັດ, ຈັບຄູ່ກັບເກຍ 6 ສະປີດ.

ພາບ

6 All-new Indian Challenger 2020 ມໍເຕີໄຊຄຸຍເຊີ້ ທີ່ໄດ້ຮັບການປັບແຕ່ງໃໝ່ໃຫ້ເບິ່ງທັນສະໄໝຫຼາຍຂຶ້ນ ພ້ອມຍົກລະດັບເຄື່ອງຈັກ V-twin ຂະໜາດ 1.679 ຊີຊີ, ໃຫ້ກໍາລັງສູງສຸດ 122 ແຮງມ້າ, ມີຄວາມແຮງທີ່ສຸດທີ່ເຄີຍມີມາ, ລາຄາເລີ່ມຕົ້ນທີ່ 6,6 ແສນບາດ.

7 Aprilia RS660 ການອອກແບບທີ່ທັນສະໄໝທີ່ຫຼາຍຄົນລໍຖ້າຫຼັງມີຂ່າວຫຼຸດອອກມາເລື້ອຍໆວ່າຈະເປີດໂຕໃນປີ 2020 ໂດຍໃນເວັບໄຊ ເຜີຍວ່າ: ເຄື່ອງຈັກແບບ 2 ສູບລຽງ, ຂະໜາດ 660 ຊີຊີ, ໃຫ້ກໍາລັງ 100 ແຮງມ້າ ນໍ້າໜັກລວມທີ່ 169 ກິໂລ, ສ່ວນຂໍ້ມູນອື່ນໆຄາດວ່າຜູ້ຜະລິດຈະເຜີຍໃນປີ 2020.

8 Harley-Davidson Bronx ປະກາດຊັດເຈນແລ້ວວ່າຈະເປີດໂຕໃນປີ 2020 ເຊິ່ງໄດ້ສະແດງລົດຕົວຈິງໃນງານ Eicma 2019 ກັບການອອກແບບໃໝ່, ນໍາໃຊ້ເຄື່ອງຈັກ 975 ຊີຊີ, 2 ສູບ V-Twin 60 ອົງສາ, ໃຫ້ກໍາລັງ 115 ແຮງມ້າ.

9 Triumph Rocket 3 ປີ 2020 ຈັດໃຫ້ມີ 2 ລຸ້ນ ໄດ້ແກ່: Rocket 3 R ( ສີແດງ ) ແລະ Rocket 3 GT ( ສີເງິນ ) ເຊິ່ງເຄີຍເຜີຍໂສມແລ້ວໃນງານ Motor Expo 2019, ທັງສອງລຸ້ນມີເຄື່ອງຈັກ 3 ສູບແຖວລຽງ, ຂະໜາດ 2.500 ຊີຊີ, ຮີດກໍາລັງໄດ້ເຖິງ 167 ແຮງມ້າ ຕ່າງກັນບ່ອນອອກແບບ Rocket 3 R ຈະມີຮູບແບບກ້າມໂຕແບບລໍ້າໆສ່ວນ Rocket 3 GT ເປັນຮູບແບບພາວເວີ້ຄຸຍເຊີ້, ລາຄາເລີ່ມຕົ້ນທີ່ 9,55 ແສນບາດ.

10 2020 Suzuki GSX-R600 ບິກໄບສາຍພັນສະປອດໂຕທັອບຂອງຄ້າຍ ອີກໜຶ່ງທາງເລືອກທີ່ໜ້າສົນໃຈສໍາລັບຄົນທີ່ມັກແບບລົດລຸ້ນກາງໆທີ່ມີຄວາມຄ່ອງຕົວ ໂດຍ GSX-R600 ມາກັບເຄື່ອງຈັກ 4 ຈັງຫວະ, ຂະໜາດ 599 ຊີຊີ, DOHC 4, ວາວລະບາຍຄວມຮ້ອນດ້ວຍຂອງແຫຼວ, ສົ່ງກໍາລັງຜ່ານເກຍ 6 ສະປີດ, ລາຄາປະມານ 3,5 ແສນບາດ.

ຂໍ້ມູນຈາກ: kapook