7 ຂໍ້ດີຂອງການຮຽນຮູ້ພາສາຕ່າງປະເທດ

94

ການຮຽນພາສາຕ່າງປະເທດຫຼາຍໆພາສາ ນອກຈາກຈະເຮັດໃຫ້ເຮົາສາມາດທຳຄວາມເຂົ້າໃຈ ສື່ສານກັບໝູ່ຄົນຕ່າງຊາດໄດ້ ຫຼື ມີໂອກາດເຮັດວຽກດີໆໄດ້ຫຼາຍຂຶ້ນແລ້ວຍັງມີປະໂຫຍດອີກຫຼາຍຢ່າງ. ອີງຕາມການວິໄຈໄດ້ເປີດເຜີຍຂໍ້ມູນໃຫ້ເຮົາໄດ້ຮູ້ອີກວ່າ ນອກຈາກປະໂຫຍດຫຼັກໆໂດຍຕົງແລ້ວການຮຽນຫຼາຍພາສາຍັງມີຂໍ້ດີກັບເຮົາອີກຫຼາຍຢ່າງ ລອງມາເບິ່ງນຳກັນວ່າມີຫຍັງແດ່?

1 ເຮັດໃຫ້ເຮົາສະຫຼາດຂຶ້ນຫຼາຍກວ່າເກົ່າ: ການຮຽນຮູ້ພາສາໃໝ່ ເຮັດໃຫ້ສະໝອງເຮົາໄດ້ເຮັດວຽກ ແລະ ແກ້ໄຂບັນຫາ ທັງການຮຽນຮູ້ຈື່ຈຳ, ການແປຄວາມໝາຍ, ຮູບແບບປະໂຫຍກທີ່ຕ່າງກັນເຮັດໃຫ້ນັກຮຽນທີ່ຮູ້ຫຼາຍພາສາມີໂອກາດໄດ້ຄະແນນດີກວ່ານັກຮຽນທີ່ຮູ້ພຽງພາສາດຽວ.

2 ຊ່ວຍໃນການເຮັດວຽກໄດ້ຫຼາຍຢ່າງພ້ອມກັນ: ຄົນທີ່ສາມາດຮຽນຮູ້ຫຼາຍພາສາຈະມີຄວາມສາມາດໃນການເຮັດວຽກໄດ້ພ້ອມກັນລວມເຖິງສະຖານະການຕ່າງໆຮອບຕົວໄດ້ຢ່າງດີເປັນຜົນຈາກການຝຶກຮຽນຮູ້ການເວົ້າ, ຟັງ, ຂຽນ ໃນຮູບແບບທີ່ຕ່າງກັນນັ້ນເອງ ຜົນວິໄຈຍັງພົບວ່າຄົນທີ່ຮູ້ຫຼາຍພາສາ, ຂັບລົດໄດ້, ມີຄວາມຜິດພາດນ້ອຍທີ່ສຸດ.

3 ຫຼຸດຄວາມສ່ຽງຂອງການເປັນໂລກອັນໄຊເມີ: ປ່ຽບທຽບຂໍ້ມູນຂອງຜູ້ປ່ວຍເປັນໂລກອັນໄຊເມີ ເຊິ່ງຄົນທີ່ຮຽນຮູ້ພາສາດຽວຈະເປັນອັນໄຊເມີ ສະເລ່ຍທີ່ອາຍຸ 71.4 ປີ ແຕ່ຄົນທີ່ມີຄວາມຮູ້ຫຼາຍພາສາ ຈະສາມາດຍືດຄວາມຊົງຈຳດີໆໄດ້ເຖິງ 75.5 ປີ.

4 ເພີ່ມຄວາມຊົງຈຳ: ການສຶກສາພົບວ່າການເຮັດວຽກໃຊ້ສະໝອງໃຫ້ຮຽນຮູ້ພາສາໃໝ່ ຈະເຮັດໃຫ້ເກີດການຈື່ຈຳໄດ້ດີ ສາມາດຊ່ວຍເພີ່ມພື້ນທີ່ເກັບຄວາມຈື່ຈຳໃຫ້ເຮົາໄດ້ຫຼາຍຂຶ້ນ ເຊັ່ນດຽວກັບການຝຶກອອກກຳລັງກາຍຕະຫຼອດແລ້ວຍັງເຮັດໃຫ້ຮ່າງກາຍຂອງເຮົາແຂງແຮງຕື່ມອີກ.

5 ເສີມຄວາມສາມາດໃນການຮັບຮູ້ວິເຄາະຂໍ້ມູນ: ມະຫາວິທະຍາໄລໃນສະເປນພົບວ່າການຮຽນຮູ້ຫຼາຍພາສາ ຊ່ວຍໃຫ້ເຮົາມີຄວາມສາມາດວິເຄາະຂໍ້ມູນ, ກັ່ນຕອງເຖິງຄວາມຖືກຕ້ອງລວມເຖິງຄົນທີ່ມີຄວາມສາມາດໃນພາສາຕ່າງໆ ຈະມີໂອກາດວິເຄາະຂໍ້ມູນທີ່ໄດ້ມາຜິດພາດນ້ອຍກວ່າຄົນທີ່ໃຊ້ພາສາດຽວ.

6 ເພີ່ມຄວາມສາມາດໃນການຕັດສິນໃຈ: ມະຫາວິທະຍາໄລຊິຄາໂກ້ ສະຫະລັດອາເມລິກາ ລະບຸວ່າການຮັບຮູ້ຄຳສັບທີ່ໃໝ່ໆຈະຊ່ວຍໃຫ້ຜູ້ໃຊ້ສາມາດເລືອກໃຊ້ຄຳສັບໄດ້ດີຂຶ້ນສົ່ງຜົນເຖິງຄວາມສາມາດໃນການຕັດສິນໃຈຫຼາຍຂຶ້ນຊ່ວຍໃນການເຮັດສິ່ງຕ່າງໆໄດ້ເປັນຢ່າງດີ.

7 ໃຊ້ພາສາຫຼັກໄດ້ເກັ່ງກວ່າເກົ່າ: ການຮຽນຮູ້ພາສາໃໝ່ໆ ເຮັດໃຫ້ເຮົາຈັບຮູບແບບພາສາຫຼາຍໆພາສາທົ່ວໂລກ ເຊິ່ງລ້ວນແຕ່ມີຮາກຖານມາຈາກການເວົ້າ ສະນັ້ນ, ຈຶ່ງສົ່ງຜົນທາງອ້ອມໃຫ້ເຮົາສາມາດໃຊ້ພາສາຫຼັກຂອງເຮົາໄດ້ດີກວ່າເກົ່າ ເປັນປະໂຫຍດທີ່ໄດ້ຮັບຈາກການຮຽນອີກຢ່າງໜຶ່ງ.

ບັນດານ້ອງໆນັກຮຽນ-ນັກສຶກສາຮູ້ແບບນີ້ແລ້ວອາດຈະເຫັນຄວາມສຳຄັນຂອງການຮຽນຮູ້ພາສາໃໝ່ໆກັນແລ້ວ ໂດຍສະເພາະໃນອານາຄົດທີ່ເບີ່ງຄືວ່າ ເຮົາຈະໃຊ້ພາສາອັງກິດ ພຽງຢ່າງດຽວຈະບໍ່ພໍ ຕ້ອງມີການຮຽນພາສາທີ 3, ທີ 4 ເພີ່ມເຂົ້າມາອີກ ເພື່ອອານາຄົດໃນການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນຈະໄດ້ບໍ່ເສຍປຽບນັ້ນເອງ.

ຮຽບຮຽງຈາກ: telegraph