Monthly Archives: September, 2019

ເພງ “ ຢາກ…ເດ່ ” ຜົນງານເພງທຳອິດຂອງ ໜຸ່ມເປັນເອກ ເທບບຸດດາ

ຫຼັງຈາກໄດ້ລາງວັນຊະນະເລີດຈາກໂຄງການ ລັດຟ້າພາສ້າງຝັນ ຄັ້ງທີ 1 ໜຸ່ມເອກ ກໍໄດ້ເຂົ້າສັງກັດໃນຄ້າຍເພງ ທີເຄ ຊາວລາວ ແລະ ໄດ້ຜະລິດຜົນງານເພງທໍາອິດອອກມາໃຫ້ໄດ້ຟັງໃນຊື່ເພງ “ ຢາກ...ເດ່ ” ຖືວ່າເປັນປະສົບການທໍາອິດໃນການເປັນນັກຮ້ອງ. ທ້າວ ສຸກພະຈັນ ພິມໂວຫານ ຫຼື ເປັນເອກ ເທບບຸດດາ ໃຫ້ສໍາພາດວ່າ: ຫຼັງຈາກໄດ້ຮັບລາງວັນທາງຄ້າຍເພງ ທີເຄ ຊາວລາວ ໄດ້ເອົາເຂົ້າໃນສັງກັດເພື່ອຕໍ່ຍອດຄວາມຝັນໃນການສ້າງຜົນງານເພງເປັນຂອງຕົນເອງ...

ພັດທະນາເຕັກນິກການຜະລິດກະສິກຳຢູ່ຫຼວງນ້ຳທາ

ທ້າຍອາທິດຜ່ານມາ ຢູ່ທີ່ສູນຄົ້ນຄວ້າກະສິກຳຫຼວງນ້ຳທາ ໄດ້ເຊັນສັນຍາຮ່ວມມື ວ່າດ້ວຍການຄົ້ນຄວ້າ ແລະ ພັດທະນາເຕັກນິກການຜະລິດກະສິກຳ ລະຫວ່າງທ່ານ ປະດິດ ຈັນທະນຸວົງ ຫົວໜ້າສູນຄົ້ນຄວ້າເຕັກນິກການຜະລິດກະສິກຳຫຼວງນ້ຳທາ ກັບ ທ່ານ ນາງ ສີມອນ ແກ້ວວົງເພັດ ປະທານ ກຸ່ມບໍລິສັດ ສີມອນ ພັດທະນາກະສິກຳ ຂາເຂົ້າ - ຂາອອກ ຈຳກັດ ເຂົ້າຮ່ວມມີ...

ໂຮງຮຽນ ແລະ ສຸກສາລາເຂດເມືອງແປກ ໄດ້ຊົມໃຊ້ນ້ຳລິນແລ້ວ

ໂຄງການກໍ່ສ້າງປັບປຸງສຸຂະນາໄມ ( ນ້ຳລິນ ) ໃຫ້ກັບໂຮງຮຽນ ແລະ ສຸກສາລາຢູ່ເມືອງແປກ ແຂວງຊຽງຂວາງ ມູນຄ່າ 200 ກວ່າລ້ານກີບ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານອົສຕຣາລີ ມູນຄ່າ 100 ກວ່າລ້ານກີບ ແລະ ທຶນສົມທົບຈາກຊາວບ້ານຈຳນວນໜຶ່ງ ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ເດືອນມີນາ 2019 ຕົກມາຮອດວັນທີ 28 ສິງຫາຜ່ານມາ ໄດ້ມີພິທີມອບ -...

ການນຳແຂວງສະຫວັນນະເຂດ ລົງຕິດຕາມການກໍ່ສ້າງເສັ້ນທາງເມືອງຈຳພອນ ຫາ ເມືອງຊົນນະບູລີ

ໃນອາທິດຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຈຳນວນໜຶ່ງຂອງແຂວງ ໄດ້ລົງຕິດຕາມກວດກາເບິ່ງໂຄງການຟື້ນຟູເສັ້ນທາງປູຢາງ 2 ຊັ້ນ ນັບແຕ່ບ້ານແກ້ງກອກ ຫາ ບ້ານດອນແດງ ເມືອງຈຳພອນ ແລະໂຄງການຟື້ນຟູເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານດອນແດງ ເມືອງຈຳພອນ ຫາ ບ້ານບຶງຊ້າງ ເມືອງຊົນນະບູລີ. ທ່ານ ສຸວັນ ແສງຈຳພອນ ຮອງຫົວໜ້າຂະແໜງຂົວ...

ເກາະບາຮາມາສ ຮັບມືພາຍຸເຮີຣິເຄນໂດຣຽນ 295 ກິໂລແມັດຕໍ່ຊົ່ວໂມງ

ພາຍຸເຮີຣິເຄນໂດຣຽນ ຄວາມຮຸນແຮງ ລະດັບ 5 ພັດຜ່ານເຂົ້າປະເທດໝູ່ເກາະບາຮາມາສ ເຊິ່ງຮຸນແຮງທີ່ສຸດເປັນອັນດັບ 2 ຂອງພາຍຸຈາກມະຫາສະໝຸດແອັດແລນຕິກ ເທົ່າທີ່ເຄີຍບັນທຶກໄວ້ ເມື່ອວັນອາທິດ ແລະ ເຄື່ອນທີ່ເຂົ້າແຜ່ນດິນໃຫຍ່ຂອງອາເມຣິກາ  ທິດຕາເວັນອອກສຽງໃຕ້ ສົ່ງຜົນໃຫ້ທາງການລັດຟລໍຣິດາ, ລັດຈໍເຈຍ ແລະ ລັດນັອດ-ເຊົາແຄໂຣໄລນາ ອົບພະຍົບປະຊາຊົນໃນຫຼາຍພື້ນທີ່. ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງໄມອາມີ ປະເທດສະຫະລັດ ອາເມຣິກາ ເມື່ອວັນທີ 1 ກັນຍາ ວ່າ...

ສະພາປະຊາຊົນແຂວງໄຊສົມບູນ ຮັບຮອງເອົາການແຕ່ງຕັ້ງການນໍາ 3 ຕຳແໜ່ງ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 29 ສິງຫາ 2019 ນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງ, ມີ ທ່ານ ຄຳແດງ ສີລາວົງ ແລະ ທ່ານ ພັນໂທ...

ລັດຖະມົນຕີ ອຄ ຊີ້ນຳແຂວງອັດຕະປື ເອົາໃຈໃສ່ສົ່ງເສີມການຜະລິດໃຫ້ເພີ່ມຂຶ້ນ

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃນອາທິດຜ່ານມາ ໂດຍທ່ານໄດ້ຊີ້ນຳໃຫ້ການຄ້າພາຍໃນແຂວງ ເອົາໃຈໃສ່ສົ່ງເສີມປະຊາຊົນຜະລິດສິນຄ້າເພີ່ມຂຶ້ນ ແລະ ໃຫ້ເປັນທີ່ຍອມຮັບຂອງຕະຫຼາດ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ແກ້ໄຂບັນຫາການດຳເນີນທຸລະກິດໄມ້ຜິດກົດໝາຍໃຫ້ໝົດໄປ. ທ່ານ ຄໍາຫວັນ ຈັນທະໂຄດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື...

ລາຄາເຂົ້າປີນີ້ສູງເກືອບທົບເຄິ່ງປີຜ່ານມາ

ສະຖິຕິລາຄາເຂົ້າທີ່ຂາຍໃນເດືອນສິງຫາ - ກັນຍາ ແມ່ນຈະສູງທີ່ສຸດໃນຮອບປີ ເຊິ່ງເປັນໄລຍະຂ້າມຜ່ານລະຫວ່າງເຂົ້ານາແຊງ ແລະ ເຂົ້ານາປີ. ສໍາລັບລາຄາເຂົ້າປີນີ້ເຫັນວ່າມີການເໜັງຕີງຂຶ້ນແຮງ ທຽບໃສ່ປີຜ່ານມາແມ່ນສູງຂຶ້ນເກືອບທົບເຄິ່ງ. ລາຄາເຂົ້າສານໜຽວທີ່ຂາຍໃນວັນທີ 30 ສິງຫາ 2019 ຂໍ້ມູນຂາຍໜ້າໂຮງສີ 8 ພັນກີບຕໍ່ກິໂລ ຢູ່ໜ້າຮ້ານ 9 ພັນກວ່າກີບຕໍ່ກິໂລ, ສ່ວນເຂົ້າຈ້າວ ຂາຍໜ້າໂຮງສີ 9 ພັນກີບຕໍ່ກິໂລ ຂາຍໜ້າຮ້ານ 10...

ຫ້ອງການສຶກສາທິການ ແລະ ກິລາ ເມືອງໝອກ ລົງປະເມີນຄູສອນ 20 ໂຮງຮຽນເປົ້າໝາຍ

ເມື່ອບໍ່ດົນມານີ້ ຫ້ອງການສຶກສາທິການ ແລະ ກິລາ ເມືອງໝອກ ແຂວງຊຽງຂວາງ ໄດ້ລົງປະເມີນຄູອາຈານສອນ ໂຮງຮຽນ ປະຖົມ, ມັດທະຍົມຕົ້ນ ແລະ ມສ ກຸ່ມເປົ້າໝາຍ ຈໍານວນ 20 ໂຮງຮຽນ ເຊິ່ງນໍາໂດຍທ່ານ ໄທວ່າງ ກ່າຊົວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໝອກ...

ແຕ່ງຕັ້ງທ່ານ ເດດສັກດາ ມະນີຄໍາ ເປັນຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນຄົນໃໝ່

ໃນວັນທີ 26 ສິງຫາ 2019 ຜ່ານມາຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 01 ຂອງແຂວງຄໍາມ່ວນ ໄດ້ຈັດພິທີປະກາດການຈັດຕັ້ງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄົນໃໝ່ໂດຍການເຂົ້າຮ່ວມຂອງທ່ານ ພົມມາ ພັນທະລັງສີ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ , ທ່ານ ບົວຄໍາ ພິລາວົງ ຮອງຫົວໜ້າກົມຈັດຕັ້ງພະ ນັກງານ ກະຊວງແຜນການ ແລະ ການລົງທຶນ...
- Advertisment -
Slide
Slide

Most Read

error: Content is protected !!