ການນຳແຂວງສະຫວັນນະເຂດ ລົງຕິດຕາມການກໍ່ສ້າງເສັ້ນທາງເມືອງຈຳພອນ ຫາ ເມືອງຊົນນະບູລີ

174

ໃນອາທິດຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຈຳນວນໜຶ່ງຂອງແຂວງ ໄດ້ລົງຕິດຕາມກວດກາເບິ່ງໂຄງການຟື້ນຟູເສັ້ນທາງປູຢາງ 2 ຊັ້ນ ນັບແຕ່ບ້ານແກ້ງກອກ ຫາ ບ້ານດອນແດງ ເມືອງຈຳພອນ ແລະໂຄງການຟື້ນຟູເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານດອນແດງ ເມືອງຈຳພອນ ຫາ ບ້ານບຶງຊ້າງ ເມືອງຊົນນະບູລີ.

ທ່ານ ສຸວັນ ແສງຈຳພອນ ຮອງຫົວໜ້າຂະແໜງຂົວ – ທາງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ນັກຂ່າວພວກເຮົາ ວ່າ: ໂຄງການຟື້ນຟູເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານແກ້ງກອກ – ບ້ານດອນແດງ ເມືອງຈຳພອນ ມີຄວາມຍາວ13 ກິໂລແມັດ, ໜ້າທາງ ກວ້າງ 6 ແມັດ ເຊິ່ງເສັ້ນທາງດັ່ງກ່າວແມ່ນຕັ້ງຢູ່ເລາະລຽບແຄມເຊຈຳພອນ ເລີ່ມຈາກເທສະບານເມືອງຈຳພອນ, ບ້ານແກ້ງກອກ ກິໂລແມັດ 19 + 000 ( ສົ້ນຂົວເຊຈຳພອນ ) ມີທິດທາງໄປເບື້ອງຕາເວັນອອກຜ່ານບ້ານຕາແຫຼວ, ບ້ານໂພນຄໍ້, ບ້ານດອນແດງ ( ແຫຼ່ງທ່ອງທ່ຽວໜອງປາຝາ ) ແລ້ວໄປຕິດຈອດກັບຊາຍແດນເມືອງຊົນນະບູລີ ທີ່ບ້ານໂນນຈຳປາ ກິໂລແມັດທີ 32 + 000 ໂດຍແມ່ນ ບໍລິສັດ ອຸດົມຊັບກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າການກໍ່ສ້າງທັງໝົດ 19,97 ຕື້ກວ່າກີບ.

ຖ້າຫາກເສັ້ນທາງດັ່ງກ່າວນີ້ສຳເລັດ ກໍຈະເຮັດໃຫ້ການສັນຈອນໄປ – ມາມີຄວາມສະດວກວ່ອງໄວ ທັງເປັນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດລະຫວ່າງເມືອງຈຳພອນ ແລະ ເມືອງຊົນນະບູລີ. ນອກຈາກນີ້, ເສັ້ນທາງດັ່ງກ່າວຍັງເປັນເສັ້ນທາງເຊື່ອມຕໍ່ເຖິງແຫຼ່ງອະນຸຮັກສັດປ່າຫາຍາກ ຄື: ໂອງ – ມັ່ງ.

ສ່ວນໂຄງການຟື້ນຟູເສັ້ນທາງປູຢາງສອງຊັ້ນ ແຕ່ບ້ານດອນແດງ ເມືອງຈຳພອນຫາບ້ານບຶງຊ້າງ ເມືອງຊົນນະບູລີ ທີ່ມີລວງຍາວ 11 ກິໂລແມັດ, ກວ້າງ 6 ແມັດ ມີມູນຄ່າການກໍ່ສ້າງທັງໝົດ 19,90 ຕື້ກີບ ໂດຍແມ່ນ ບໍລິສັດ ນວນຕາ ກໍ່ສ້າງ ແລະ ສ້ອມແປງຂົວ – ທາງ ຈຳກັດ ເປັນຜູ້ຮັບເໝົາການກໍ່ສ້າງ ເຊິ່ງທັງສອງໂຄງການນີ້ ແມ່ນເປັນງົບປະມານຂອງແຂວງ. ມາໃນປັດຈຸບັນໂຄງການຟື້ນຟູເສັ້ນທາງ 2 ເສັ້ນດັ່ງກ່າວ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນບາງໜ້າວຽກແລ້ວ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນປີ 2021.

ຫຼັງຈາກນັ້ນ, ທ່ານຮອງເຈົ້າແຂວງສະຫວັນນະເຂດ ກໍໄດ້ເດີນທາງໄປຢ້ຽມຢາມ ແລະ ລົງເບິ່ງ ໂອງ – ມັ່ງ ໃນເຂດປ່າໂຄກອະນຸຮັກໂອງ – ມັ່ງ ເມືອງຊົນນະບູລີນຳອີກ.