ຫ້ອງການສຶກສາທິການ ແລະ ກິລາ ເມືອງໝອກ ລົງປະເມີນຄູສອນ 20 ໂຮງຮຽນເປົ້າໝາຍ

111

ເມື່ອບໍ່ດົນມານີ້ ຫ້ອງການສຶກສາທິການ ແລະ ກິລາ ເມືອງໝອກ ແຂວງຊຽງຂວາງ ໄດ້ລົງປະເມີນຄູອາຈານສອນ ໂຮງຮຽນ ປະຖົມ, ມັດທະຍົມຕົ້ນ ແລະ ມສ ກຸ່ມເປົ້າໝາຍ ຈໍານວນ 20 ໂຮງຮຽນ ເຊິ່ງນໍາໂດຍທ່ານ ໄທວ່າງ ກ່າຊົວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໝອກ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມນໍາ.

ຜ່ານການຈັດຕັ້ງປະຕິບັດຕົວຈິງຂອງຄະນະທີມງານທີ່ລົງປະເມີນຄັ້ງນີ້ທີ່ເຫັນວ່າ ບັນດາໂຮງຮຽນເປົ້າໝາຍທີ່ຖືກປະເມີນ ໄດ້ມີຜົນງານພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນ ການບໍລິຫານຄຸ້ມຄອງໂຮງຮຽນ ແລະ ດ້ານການຮຽນ-ການສອນ ຂອງຄູ ແລະ ນັກຮຽນ ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບສູງຂຶ້ນກ່ວາກົ່າ ເມື່ອທຽບໃສ່ເມື່ອກ່ອນ, ການປະຕິບັດໂຄງການຫຼັກ ສູດການຮຽນ-ການສອນ ບັນລຸຕາມກະຊວງສຶກສາທິການ ແລະ ກິລາ ກໍານົດໃຫ້, ພ້ອມນັ້ນຍັງໄດ້ອີງໃສ່ 3 ລັກສະນະ 5 ຫຼັກມູນຂອງການສຶກສາ ເປັນແນວທາງໃນການຈັດຕັ້ງເຄື່ອນໄຫວໃຫ້ເປັນຮູບປະທໍາ, ຖືເອົາການສຶກສາເປັນໜ້າທີ່ຂອງໝົດທຸກຄົນໃນການຊຸກຍູ້ລູກຫຼານນັກຮຽນໃຫ້ໄດ້ເຂົ້າໂຮງຮຽນ ແລະ ຮຽນໃຫ້ຈົບ, ແຕ່ທັ້ງນີ້ທັ້ງນັ້ນ ບາງໂຮງຮຽນກໍຍັງຈະໄດ້ເອົາໃຈໃສ່ເປັນພິເສດໃນການສຶກສາອົບຮົມແນວຄິດການເມືອງໃຫ້ແກ່ຄູອາຈານກໍຄືເດັກນັກຮຽນ ເພື່ອໃຫ້ເຂົາ ເຈົ້າມີຄວາມອຸ່ນອຽນທຸ່ນທ່ຽງໃນການປະຕິບັດໜ້າທີ່, ມີຄວາມອຸ່ນອຽນທຸ່ນທ່ຽງໃນການສຶກສາຮໍ່າຮຽນ, ຫຼີກເວັ້ນອັດຕາຄ້າງຫ້ອງ ແລະ ອັດຕາປະລະການຮຽນຂອງນັກຮຽນ, ແຂ່ງຂັນກັນສອນດີ ສອນເກັ່ງ ແລະ ນັກຮຽນດີ ຮຽນເກັ່ງ ເພື່ອຍົກສູງບົດບາດຂອງໂຮງຮຽນໃຫ້ສູງຂຶ້ນ ແລະ ທຽບເທົ່າກັບບັນດາໂຮງຮຽນແຫ່ງອື່ນໆ.

ການລົງປະເມີນຄັ້ງນີ້ ຍັງສົ່ງຜົນດີໃຫ້ແກ່ຄູອາຈານສອນ ໃນການບຸກບືນຕົນເອງຕໍ່ໜ້າທີ່ວຽກງານ, ກະຕຸກຊຸກຍູ້ໃຫ້ເຂົາເຈົ້າມີຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ ເພື່ອ ສຸມຈິດສຸມໃຈໃສໜ້າວຽກທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ, ແນໃສ່ເຮັດໃຫ້ຂະບວນການຮຽນ-ການສອນຢູ່ບັນດາໂຮງຮຽນເປົ້າໝາຍຂອງເມືອງໝອກໄດ້ຮັບການພັດທະນາດີຂຶ້ນ

ໂອກາດນີ້ທ່ານ ໄທວ່າງ ກ່າຊົວ ຍັງໄດ້ເນັ້ນໜັກໃຫ້ຜູ່ບໍລິຫານໂຮງຮຽນກໍຄືຄູອາຈານສອນພາຍໃນໂຮງຮຽນຈົ່ງຍົກສູງພາລະບົດບາດ ຄວາມຮັບຜິດຊອບຂອງຕົນ, ປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ ແລະ ພັດທະນາຕົນເອງທາງດ້ານວິຊາສະເພາະໃຫ້ມີຄວາມເຂັ້ມແຂງຂຶ້ນກ່ວາເກົ່າ.

(ພາບ-ຂ່າວ: ສີອຳພອນ ສກມ ໝອກ)