Monthly Archives: September, 2019

ໝາກແໜ່ງພັນກວາງຕຸ່ງສິນຄ້າໃໝ່ ສົ່ງເສີມໃຫ້ປູກຢູ່ 3 ເມືອງແຂວງຫົວພັນ

ປັດໄຈໜຶ່ງທີ່ເຮັດໃຫ້ຊາວກະສິກອນບ້ານເຮົາທໍ້ຖອຍບໍ່ຢາກລົງທຶນລົງແຮງເຮັດການຜະລິດ ເນື່ອງຈາກ ບໍ່ມີຕະຫຼາດຮອງຮັບ, ແຕ່ຖ້າມີສັນຍາຜູກພັນສອງສົ້ນ ຈະເພີ່ມຄວາມໝັ້ນໃຈ ແລະ ແຮງກະຕຸ້ນໃຫ້ຜູ້ຜະລິດຫ້າວຫັນຢາກປູກຢາກສ້າງຫຼາຍຂຶ້ນ ເຊິ່ງທ້າຍເດືອນສິງຫານີ້ຫາກໍ່ມີຂ່າວໃໝ່ 3 ເມືອງຂອງແຂວງຫົວພັນຈະໄດ້ມີສິນຄ້າແນວໃໝ່ພ້ອມບ່ອນຈຳໜ່າຍ ໂດຍບໍລິສັດຊີງຕາເປັນຄົນຮັບຊື້. * * ຕາມຂ່າວຈາກທ້ອງຖິ່ນລາຍງານວ່າ: ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງຫົວພັນມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ ໄປຄຽງຄູ່ກັບການຕ່ຳຫູກໄທໄໝ, ປູກເຂົ້າໄກ່ນ້ອຍທີ່ເປັນສິນຄ້າປາຍແຫຼມແລ້ວຕອນນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄດ້ເຊັນສັນຍາ ຮ່ວມກັບ ບໍລິສັດຊີງຕາສົ່ງເສີມກະສິກຳ ຈຳກັດຜູ້ດຽວ ເພື່ອສົ່ງເສີມໃຫ້ປະຊາຊົນປູກໝາກແໜ່ງກວາງຕຸ້ງສາຍສຳພັນ ໂດຍຜ່ານກອງທືນບ້ານສາມັກຄີຂອງແນວລາວສ້າງຊາດ. * * ພິທີເຊັນສັນຍາຮ່ວມມືໄດ້ຈັດຂື້ນໃນວັນທີ 29...

ອີກແລ້ວ ຊາວສະຫວັນນະເຂດ!! 3 ກັນຍານີ້ ພາຍຸເຂົ້າ

ສະພາບນໍ້າຖ້ວມຂັງ ທີ່ໄດ້ຮັບອິດທິພົນຈາກພາຍຸໂພດູ ຍັງບໍ່ທັນເຫືອດແຫ້ງ, ຊາວສະຫວັນນະເຂດຕ້ອງຮັບມືກັບພາຍຸຫົວໃໝ່ດີເປຼ່ຊັນ ທີ່ຈະພັດຜ່ານໃນວັນທີ 3 ກັນຍາ 2019 ນີ້ອີກ, ສະນັ້ນ, ຂໍໃຫ້ພໍ່ແມ່ພີ່ນ້ອງຈົ່ງມີສະຕິເຝົ້າລະວັງ ແລະ ກະກຽມເຄື່ອນຍ້າຍສິ່ງຂອງທີ່ມີຄ່າຂຶ້ນໄປບ່ອນສູງ ແລະ ປອດໄພ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍຈາກໄພພິບັດທີ່ອາດຈະເກີດຂຶ້ນ. ວັນທີ 2 ກັນຍາ 2019ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ...

ຂ່າວດີຮັບເດືອນໃໝ່!! ປັບລົງຄາລານໍ້າມັນ 3 ກັນຍາເປັນຕົ້ນໄປ

ຈາກລາຄານໍ້າມັນດິບໃນຕະຫຼາດໂລກທີ່ມີການປັບຫຼຸດລົງ ໂດຍສະເພາະໃນສະຫະລັດອາເມລິກາ ເນື່ອງຈາກຄວາມກັງວົນຕໍ່ພາຍຸເຮີຣິເຄນໂດຣຽນ (Dorian) ທີ່ຈະເຄື່ອນເຂົ້າຝັ່ງຟໍຣິດາ ແລະ ເພີ່ມຄວາມຮຸນແຮງເປັນເຮີຣິເຄນລະດັບ 4 ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມຕ້ອງການໃຊ້ນໍ້າມັນ ຈິ່ງເຮັດໃຫ້ລາຄານ້ຳມັນມີການປັບຫຼຸດລົງ ແລະ ບ້ານເຮົາປະເທດນຳເຂົ້າທີ່ຕໍ່ຜົນພວງມາຈາກຕະຫຼາດໃຫຍ່ກໍ່ໂຊກດີໄປນຳ ໄດ້ຊື້ໃນລາຄາທີ່ຖືກລົງ.   ເປັນພຽງພາບປະກອບຂ່າວ   ສປປ ລາວ ເປັນປະທດນຳເຂົ້ານໍ້າມັນ ເມື່ອສະຖານະການຕະຫຼາດນໍ້າມັນມີການປັບຕົວລົງ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ມີການປັບລົງລາຄານໍ້າມັນໜ້າປໍ້າ ໃນທົ່ວປະເທດ ເຊິ່ງການປັບລົງໃນຄັ້ງນີ້ແມ່ນແອັດຊັງພິເສດ 10 ກີບ/ລິດ;...

ຢູ 16 ລາວ ອຸ່ນເຄື່ອງທີ່ ຫວຽດນາມ ກຽມພ້ອມເປັນເຈົ້າພາບຄັດບານເຕະຊີງແຊັມອາຊີ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ເຂົ້າສູ່ໂຄ້ງສຸດທ້າຍໃນການຄັດເລືອກນັກເຕະ ແລະ ອຸ່ນເຄື່ອງ ໂດຍເດີນທາງໄປອຸ່ນເຄື່ອງທີ່ ປະເທດຫວຽດນາມ ຈໍານວນ 3 ນັດ ເພື່ອກະກຽມເປັນເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກກຸ່ມ J ທີ່ ສປປ ລາວ ເປັນເຈົ້າພາບລະຫວ່າງວັນທີ 18...

ແຈ້ງເຕືອນ!!! ພາກກາງ-ໃຕ້ ກຽມຮັບມືກັບພາຍຸດີເປຼ່ຊັນ 2-6 ກັນຍານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລານງາຍພະຍາກອນອາກາດປະຈໍາວັນທີ 02 ກັນຍາ 2019ວ່າ: ພາຍຸດີເປຼ່ຊັນ ປັດຈຸບັນຍັງເຄື່ອນທີ່ຢູ່ທະເລຈີນໃຕ້ຕອນເໜືອ, ເຊິ່ງໃນເວລາ 7 ໂມງເຊົ້າມື້ນີ້ ມີຈຸດໃຈກາງຢູ່ເສັ້ນຂະໜານທີ 18.7 ອົງສາເໜືອ ແລະ ເສັ້ນແວງທີ 111.4 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝຸນເຂດຮ້ອນໃນໄລຍະວັນທີ...

ຊົມເຊີຍ! ປູເປ້ ຄວ້າແຊັມພ້ອມເງິນ 600 ເອີໂຣ ທີ່ຝຣັ່ງ

ນາງ ອາລິຍາ ວົງດາລາ ຫຼື ນ້ອງ ປູເປ້ ສ້າງຜົນງານຢ່າງໂດດເດັ່ນ ຫຼັງກັບມາລົງແຂ່ງເທັນນິສອີກຄັ້ງໃນຮອບ 2 ປີ ນັບຕັ້ງແຕ່ໄດ້ຮັບບາດເຈັບເມື່ອປີ 2017. ໃນທ້າຍອາທິດທີ່ຜ່ານມາ ລົງແຂ່ງຂັນລາຍການ procup 2019 ທີ່ປະເທດຝຣັ່ງ ຮອບຊີງຊະນະເລີດເອົາຊະນະຄູ່ແຂ່ງຈາກ ຣູມານີ 2 - 0 ເຊັດຄວ້າແຊັມໄປຄອງ, ສ່ວນອີກລາຍການເປັນການແຂ່ງຂັນສະໜາມດິນ ປູເປ້...

ຕໍາໝາກຕ້ອງແຊບໆ

ໝາກຕ້ອງ ແມ່ນສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍປະເພດ ບໍ່ວ່າຈະເປັນອາຫານຄາວ ເຊັ່ນ: ຍຳໝາກຕ້ອງ, ຕຳໝາກຕ້ອງ, ຂົ້ວ, ແກງ ແລະ ອາຫານຫວານ ເຊັ່ນ: ໝາກຕ້ອງດອງ, ແຍມໝາກຕ້ອງ, ກວນໝາກຕ້ອງ ຫຼື ຈະກິນເປັນໝາກໄມ້ສົດເລີຍກໍໄດ້. ໃນໝາກຕ້ອງແມ່ນຈະປະກອບມີສານຕ້ານອະນຸມູນອິດສະຫຼະເປັນຈຳນວນຫຼາຍ ແລະ ຢູ່ປະເທດຟີລິບປິນ ແມ່ນຈະນິຍົມເອົາໝາກຕ້ອງມາແກງໃສ່ກະທິ. ສ່ວນປະສົມ: 1 ໝາກຕ້ອງສຸກ 3 ໜ່ວຍ. 2 ໝາກເຜັດ...

ຂົ້ວໝາກບວບໃສ່ກຸ້ງ

ໝາກບວບເປັນຜັກອີກຊະນິດໜຶ່ງທີ່ຫຼາຍຄົນຕ້ອງຮູ້ຈັກດີ ແຕ່ອາດຈະຍັງບໍ່ຮູ້ວ່າມັນມີຄຸນປະໂຫຍດຫຍັງ ເພາະນອກຈາກຈະເປັນຜັກທີ່ມີກິ່ນຫອມອ່ອນໆ ແລະ ລົດຊາດທີ່ຫວານແບບທຳມະຊາດແລ້ວ ຍັງເປັນຢາດີຕໍ່ຮ່າງກາຍອີກດ້ວຍ ເຊິ່ງໝາກບວບຈະຖືກຈັດຢູ່ໃນອາຫານປະເພດເຢັນຖ້າເອົາມາແກງ ຫຼື ຕົ້ມກິນຈະເຮັດໃຫ້ຊຸ່ມຄໍ, ເປັນອາຫານທີ່ເໝາະສົມກັບຍາມຮ້ອນທີ່ສຸດໃນການກຳຈັດຄວາມຮ້ອນ, ແກ້ອາການຮ້ອນໃນ, ແກ້ອາການເຈັບຄໍ, ແກ້ວິນວຽນ ແລະ ທ້ອງອືດ. ສ່ວນປະສົມ: 1 ກຸ້ງສົດປອກເປືອກ 200 ກຣາມ. 2 ໄຂ່ໄກ່ 2 ໜ່ວຍ. 3 ໝາກບວບ 300 ກຣາມ. 4...

ທ່ານອນແບບໃດຈຶ່ງຈະເໝາະສຳລັບເດັກນ້ອຍເກີດໃໝ່

ພໍ່ ແລະ ແມ່ຮູ້ດີແລ້ວວ່າການນອນຄືເວລາພັກຜ່ອນ ແລະ ເປັນການເສີມສ້າງພັດທະນາການຂອງລູກນ້ອຍທີ່ເກີດໃໝ່ໄດ້ດີທີ່ສຸດ ໂດຍສະເພາະແມ່ນທ່ານອນຂອງລູກໃນໄວນີ້ ຖືວ່າເປັນເລື່ອງສຳຄັນທີ່ບໍ່ຄວນເບິ່ງຂ້າມເຊັ່ນກັນ ເພາະທ່ານອນທີ່ເໝາະສົມກັບລູກນ້ອຍສາມາດຊ່ວຍເສີມພັດທະນາການໃນການຈະເລີນເຕີບໂຕຢ່າງສົມບູນ. ເດັກນ້ອຍເກີດໃໝ່ນ້ອຍກວ່າ 3 ເດືອນ: ເດັກນ້ອຍໃນໄວນີ້ສາມາດອຽງຄໍໄປມາໄດ້, ແຕ່ຍັງຊັນຄໍ ( ຄໍຕັ້ງ ) ໄດ້ບໍ່ດີປານໃດ ທ່ານອນຫງາຍຈຶ່ງເປັນທ່າທີ່ເໝາະສົມສຳລັບເດັກນ້ອຍໃນໄວນີ້ ເພາະລູກນ້ອຍສາມາດໝູນຕົວສະຫຼັບຊ້າຍຂວາໄດ້. ນອກຈາກນີ້, ການນອນຫງາຍຍັງຊ່ວຍເສີມການຮຽນຮູ້ຈາກການເບິ່ງສິ່ງຕ່າງໆຮອບຕົວໄດ້ນຳ. ເດັກນ້ອຍ 4 - 6 ເດືອນ:...

ແຂວງຫຼວງພະບາງ ປະກາດໄຂສົກຮຽນໃໝ່ 2019-2020

ເພື່ອຄວາມເປັນເອກະພາບໃນການໄຂສົກຮຽນປະຈຳປີ 2019-2020 ໃນຂອບເຂດທົ່ວປະເທດ ຫຼາຍໂຮງຮຽນ,ສະຖານການສຶກສາ ທັງພາກລັດ ແລະ ເອກະຊົນໄດ້ເປີດການສົກຮຽນໃໝ່ ສະເພາະແຂວງຫຼວງພະບາງກໍ່ໄດ້ຈັດພິທີໄຂສົກຮຽນໃໝ່ 2019-2020 ທົ່ວແຂວງຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ກັນຍາ 2019 ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ເອິງ ລໍສະຫວັນ...
- Advertisment -
Slide
Slide

Most Read

error: Content is protected !!