ຂົ້ວໝາກບວບໃສ່ກຸ້ງ

372

ໝາກບວບເປັນຜັກອີກຊະນິດໜຶ່ງທີ່ຫຼາຍຄົນຕ້ອງຮູ້ຈັກດີ ແຕ່ອາດຈະຍັງບໍ່ຮູ້ວ່າມັນມີຄຸນປະໂຫຍດຫຍັງ ເພາະນອກຈາກຈະເປັນຜັກທີ່ມີກິ່ນຫອມອ່ອນໆ ແລະ ລົດຊາດທີ່ຫວານແບບທຳມະຊາດແລ້ວ ຍັງເປັນຢາດີຕໍ່ຮ່າງກາຍອີກດ້ວຍ ເຊິ່ງໝາກບວບຈະຖືກຈັດຢູ່ໃນອາຫານປະເພດເຢັນຖ້າເອົາມາແກງ ຫຼື ຕົ້ມກິນຈະເຮັດໃຫ້ຊຸ່ມຄໍ, ເປັນອາຫານທີ່ເໝາະສົມກັບຍາມຮ້ອນທີ່ສຸດໃນການກຳຈັດຄວາມຮ້ອນ, ແກ້ອາການຮ້ອນໃນ, ແກ້ອາການເຈັບຄໍ, ແກ້ວິນວຽນ ແລະ ທ້ອງອືດ.

ສ່ວນປະສົມ:

1 ກຸ້ງສົດປອກເປືອກ 200 ກຣາມ.

2 ໄຂ່ໄກ່ 2 ໜ່ວຍ.

3 ໝາກບວບ 300 ກຣາມ.

4 ນໍ້າມັນພືດ 1 – 2 ບ່ວງແກງ.

5 ກະທຽມສັບ 1 ບ່ວງແກງ.

6 ໝາກເຜັດ 2 ໜ່ວຍ.

7 ນ້ຳຕານ 1/2 ບ່ວງກາເຟ.

8 ເກືອໜ້ອຍໜຶ່ງ.

9 ນໍ້າປາ 2 ບ່ວງກາເຟ.

10 ນໍ້າສະອິວ 2 ບ່ວງກາເຟ.

11 ນ້ຳມັນຫອຍ 2 ບ່ວງແກງ.

12 ຫົວຜັກບົ່ວໃບ 2 ຕົ້ນ ຫຼື ບໍ່ໃສ່ກໍ  ໄດ້.

ວິທີປຸງແຕ່ງ:

ລ້າງກຸ້ງ ແລະ ໝາກບວບໃຫ້ສະອາດ ນຳມາຊອຍເປັນຕ່ອນພໍປະມານ, ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງ ເມື່ອໝໍ້ຮ້ອນໃຫ້ເອົາກະທຽມ ແລະ ໝາກເຜັດລົງໄປຂົ້ວຈົນໃຫ້ມີກິ່ນຫອມ ( ລະວັງຈະແສບດັງໜ້ອຍໜຶ່ງຈາກການຂົ້ວໝາກເຜັດ ຖ້າບໍ່ມັກກໍສາມາດເອົາໝາກເຜັດໃສ່ຕອນທ້າຍໄດ້ ).

ຫຼັງຈາກນັ້ນ, ເອົາໝາກບວບລົງຂົ້ວໃຫ້ເຂົ້າກັນຈົນໝາກບວບສຸກ ຈຶ່ງເອົາໄຂ່ລົງພ້ອມກັບກຸ້ງແລ້ວປຸງລົດດ້ວຍເກືອ, ນ້ຳຕານ, ນໍ້າປາ, ນໍ້າສະອິວ ແລະ ນ້ຳມັນຫອຍຄົນໃຫ້ເຂົ້າກັນ ຊີມລົດຊາດຕາມໃຈມັກ ຕັກໃສ່ຈານຊອຍຜັກຫອມທັງໝົດໂຮຍໜ້າເທົ່ານີ້ກໍສຳເລັດ.

ຂໍ້ມູນຈາກ: cooking.kapook.com

ຮຽບຮຽງ: ນຸ້ມນິ້ມ