ຊົມເຊີຍ! ປູເປ້ ຄວ້າແຊັມພ້ອມເງິນ 600 ເອີໂຣ ທີ່ຝຣັ່ງ

56

ນາງ ອາລິຍາ ວົງດາລາ ຫຼື ນ້ອງ ປູເປ້ ສ້າງຜົນງານຢ່າງໂດດເດັ່ນ ຫຼັງກັບມາລົງແຂ່ງເທັນນິສອີກຄັ້ງໃນຮອບ 2 ປີ ນັບຕັ້ງແຕ່ໄດ້ຮັບບາດເຈັບເມື່ອປີ 2017.

ໃນທ້າຍອາທິດທີ່ຜ່ານມາ ລົງແຂ່ງຂັນລາຍການ procup 2019 ທີ່ປະເທດຝຣັ່ງ ຮອບຊີງຊະນະເລີດເອົາຊະນະຄູ່ແຂ່ງຈາກ ຣູມານີ 2 – 0 ເຊັດຄວ້າແຊັມໄປຄອງ, ສ່ວນອີກລາຍການເປັນການແຂ່ງຂັນສະໜາມດິນ ປູເປ້ ຈົບຮອບກ່ອນຮອງຊະນະເລີດ.

ທ່ານ ພູເຂົາທອງ ພົມມະວົງ ທັງເປັນຜູ້ປົກຄອງ ແລະ ຜູ້ຈັດການສ່ວນຕົວຂອງ ນ້ອງ ປູເປ້ ລາຍງານຈາກປະເທດຝຣັ່ງ ວ່າ: ນ້ອງ ອາລິຍາ ວົງດາລາ ຫຼື ນ້ອງ ປູເປ້ ນັກກີລາເທັນນິສເຍົາວະຊົນລາວ ຮຸ່ນ 14 ປີຍິງ ເດີນທາງໄປເຂົ້າຮ່ວມການແຂ່ງຂັນເທັນນິສ 2 ລາຍການ ປະກອບດ້ວຍລາຍການ procup 2019 ຈັດຂຶ້ນທີ່ Le Cap  d’Agde ແລະ ລາຍການ TCM D’ete 2019 ທີ່ Montpelier ປະເທດຝຣັ່ງ ເຊິ່ງຈັດຂຶ້ນລະຫວ່າງວັນທີ 16 ສິງຫາ 2019 – 30 ກັນຍາ 2019.

“ ໃນລາຍການ procup 2019 ປູເປ້ ສາມາດທະລຸເຂົ້າຮອບຊີງຊະນະເລີດພົບກັບ TUFA Alexandra ຈາກຣູມານີ ປາກົດວ່າ: ປູເປ້ ສາມາດເອົາຊະນະໄປ 2 – 0 ເຊັດ 6 – 2 ແລະ 6 – 4 ຄວ້າແຊັມໄປຄອງ ພ້ອມເງິນລາງວັນ 600 ເອີໂຣ. ຫຼັງຈາກຈາກຮັບລາງວັນແລ້ວ ກໍຕ້ອງເດີນທາງມາແຂ່ງສະໜາມດິນຕໍ່ທີ່ Montpellier ລາຍການ TCM D’ete 2019 ປາກົດວ່າ ປູເປ້ ກໍຕ້ອງຢຸດຢູ່ພຽງຮອບກ່ອນຮອງຊະນະເລີດ ຫຼັງເສຍໃຫ້ FERNANDEZ Chlo 3 – 6, 3 – 6 ໃຊ້ເວລາ 2 ຊົ່ວໂມງ, ສ່ວນແຜນຕໍ່ໄປ ປູເປ້ ຍັງສືບຕໍ່ເຂົ້າຮ່ວມແຂ່ງຂັນລາຍການອື່ນໆຈົນເຖິງວັນທີ 23 ກັນຍາ 2019 ຈຶ່ງກັບ ສປປ ລາວ ”, ທ່ານ       ພູເຂົາທອງ ພົມມະວົງ ກ່າວ.

ສໍາລັບ ປູເປ້ ເປັນນັກກີລາເທັນນິສ ຄວາມຫວັງຂອງ ສປປ ລາວ ເກີດເມື່ອວັນທີ 17 ກໍລະກົດ 2005 ທີ່ນະຄອນຫຼວງວຽງຈັນ ປັດຈຸບັນຮຽນຢູ່ມັດທະຍົມສົມບູນ ຊະນະພົນ ເຊິ່ງກາຍເປັນນັກເທັນນິສເຍົາວະຊົນຍິງດ່ຽວ ມື 1 ຂອງ ສປປ ລາວ ນັບຕັ້ງແຕ່ຮຸ່ນອາຍຸ 10 ປີ, 12 ປີ  ແລະ 14 ປີ, ສ່ວນອັນດັບໃນປະເທດໄທ ເປັນມື 1 ຮຸ່ນ 10, ມື 13 ຂອງຮຸ່ນ 12 ແລະ ມື 112 ຮຸ່ນ 14 ປີ ຂະນະທີ່ອັນດັບເຍົາວະຊົນໃນສະຫະພັນເທັນນິສອາຊຽນ ເປັນມືທີ 306 ໃນຮຸ່ນອາຍຸ 14 ປີ ເພາະໃນລະດັບນີ້ແມ່ນຈະນັບຮຸ່ນອາຍຸ 14 ປີຂຶ້ນໄປ.

( ຄໍາສອນ )