ຕໍາໝາກຕ້ອງແຊບໆ

586

ໝາກຕ້ອງ ແມ່ນສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍປະເພດ ບໍ່ວ່າຈະເປັນອາຫານຄາວ ເຊັ່ນ: ຍຳໝາກຕ້ອງ, ຕຳໝາກຕ້ອງ, ຂົ້ວ, ແກງ ແລະ ອາຫານຫວານ ເຊັ່ນ: ໝາກຕ້ອງດອງ, ແຍມໝາກຕ້ອງ, ກວນໝາກຕ້ອງ ຫຼື ຈະກິນເປັນໝາກໄມ້ສົດເລີຍກໍໄດ້. ໃນໝາກຕ້ອງແມ່ນຈະປະກອບມີສານຕ້ານອະນຸມູນອິດສະຫຼະເປັນຈຳນວນຫຼາຍ ແລະ ຢູ່ປະເທດຟີລິບປິນ ແມ່ນຈະນິຍົມເອົາໝາກຕ້ອງມາແກງໃສ່ກະທິ.

ສ່ວນປະສົມ:

1 ໝາກຕ້ອງສຸກ 3 ໜ່ວຍ.

2 ໝາກເຜັດ 5 ໜ່ວຍ.

3 ກະທຽມ 1 ກີບ.

4 ນໍ້າຕານ 1 ບ່ວງແກງ.

5 ນ້ຳປາແດກສຸກ 1 – 2 ບ່ວງແກງ.

6 ໝາກເຂືອເປາະ ຫຼື ເຂືອຂື່ນ 5 – 10 ໜ່ວຍ.

7 ຜັກຂະແຍງປະມານ 5 ຍອດ ຫຼື ບໍ່ໃສ່ກໍໄດ້ຕາມແຕ່ມັກ.

ວິທີປຸງແຕ່ງ:

ປອກເປືອກໝາກຕ້ອງອອກລ້າງໃຫ້ສະອາດ ແລ້ວຟັກໆໃຫ້ເປັນເສັ້ນ ຫຼື ເປັນຕ່ອນນ້ອຍໆກຽມໄວ້ ສ່ວນໝາກເຂືອກໍຟັກແບບດຽວກັນກັບໝາກຕ້ອງ ຫຼື ຊອຍກໍໄດ້. ຈາກນັ້ນ, ເອົາສ່ວນປະສົມໝາກເຜັດ, ກະທຽມ ແລະ ນໍ້າຕານໃສ່ຄົກຕໍາໃຫ້ລະອຽດ ຈຶ່ງເອົາໝາກຕ້ອງກັບໝາກເຂືອລົງໄປຕໍາໃຫ້ເຂົ້າກັນ.

ເມື່ອຕໍາສ່ວນປະສົມທຸກຢ່າງເຂົ້າກັນດີແລ້ວເອົາປາແດກລົງ ແລະ ຜັກຂະແຍງ ຕໍາຕໍ່ອີກເທື່ອໜຶ່ງໃຫ້ເຂົ້າກັນເພື່ອໃຫ້ໄດ້ລົດຊາດທີ່ແຊບຂຶ້ນ ຊີມລົດຊາດຕາມໃຈມັກຕັກໃສ່ຈານເທົ່ານີ້ກໍຮຽບຮ້ອຍແລ້ວ ( ພິເສດຖ້າວ່າມີກະປູນາມາໃສ່ຕື່ມອີກກໍຍິ່ງແຊບຂຶ້ນ ແລະ ເຂົ້າເຖິງລົດຊາດແບບລາວໆແທ້ໆ ).

ຂໍ້ມູນຈາກ: health.kapook.com, ຮຽບຮຽງ: ນຸ້ມນິ້ມ