ທ່ານອນແບບໃດຈຶ່ງຈະເໝາະສຳລັບເດັກນ້ອຍເກີດໃໝ່

74

ພໍ່ ແລະ ແມ່ຮູ້ດີແລ້ວວ່າການນອນຄືເວລາພັກຜ່ອນ ແລະ ເປັນການເສີມສ້າງພັດທະນາການຂອງລູກນ້ອຍທີ່ເກີດໃໝ່ໄດ້ດີທີ່ສຸດ ໂດຍສະເພາະແມ່ນທ່ານອນຂອງລູກໃນໄວນີ້ ຖືວ່າເປັນເລື່ອງສຳຄັນທີ່ບໍ່ຄວນເບິ່ງຂ້າມເຊັ່ນກັນ ເພາະທ່ານອນທີ່ເໝາະສົມກັບລູກນ້ອຍສາມາດຊ່ວຍເສີມພັດທະນາການໃນການຈະເລີນເຕີບໂຕຢ່າງສົມບູນ.

ເດັກນ້ອຍເກີດໃໝ່ນ້ອຍກວ່າ 3 ເດືອນ: ເດັກນ້ອຍໃນໄວນີ້ສາມາດອຽງຄໍໄປມາໄດ້, ແຕ່ຍັງຊັນຄໍ ( ຄໍຕັ້ງ ) ໄດ້ບໍ່ດີປານໃດ ທ່ານອນຫງາຍຈຶ່ງເປັນທ່າທີ່ເໝາະສົມສຳລັບເດັກນ້ອຍໃນໄວນີ້ ເພາະລູກນ້ອຍສາມາດໝູນຕົວສະຫຼັບຊ້າຍຂວາໄດ້. ນອກຈາກນີ້, ການນອນຫງາຍຍັງຊ່ວຍເສີມການຮຽນຮູ້ຈາກການເບິ່ງສິ່ງຕ່າງໆຮອບຕົວໄດ້ນຳ.

ເດັກນ້ອຍ 4 – 6 ເດືອນ: ເດັກນ້ອຍໄວນີ້ກ້າມຊີ້ນສ່ວນຄໍຈະເລີ່ມແຂງຂຶ້ນ ແລະ ສາມາດຊັນຄໍ, ຍົກຫົວຂຶ້ນ, ຫັນໜ້າໄປມາໄດ້ດີຂຶ້ນ ແມ່ຄວນຈັດໃຫ້ລູກນ້ອຍໄດ້ນອນທຸກໆທ່າປ່ຽນໄປມາເລື້ອຍໆ ບໍ່ວ່າຈະເປັນການນອນຫງາຍ ຫຼື ນອນແຄງຊາຍຂວາ, ສ່ວນທ່ານອນທີ່ເໝາະສົມ ແລະ ຊ່ວຍເສີມສ້າງພັດທະນາການຮຽນຮູ້ຂອງລູກໃນໄວນີ້ໄດ້ດີຄືທ່ານອນຂວ້ຳ ເມື່ອຈັບລູກນ້ອຍນອນຂວ້ຳແລ້ວອາດຈະຫາເຄື່ອງຫຼິ້ນທີ່ມີສຽງມາເປັນຕົວລໍ້ຄວາມສົນໃຈຈາກລູກ ໃຫ້ເຂົາສາມາດທີ່ຈະໃຊ້ມື ຫຼື ແຂນຈັບເອົາ ແລະ ເພື່ອຊັນຄໍເບິ່ງສິ່ງຕ່າງໆທີ່ໜ້າສົນໃຈເຮັດໃຫ້ລູກສາມາດອອກກຳລັງກາຍກ້າມຊີ້ນສ່ວນຄໍໃຫ້ແຂງແຮງຂຶ້ນ.

ເດັກນ້ອຍ 6 – 12 ເດືອນ: ລູກນ້ອຍໄວນີ້ແມ່ນຈະມີກ້າມຊີ້ນຄໍ ແລະ ຫຼັງແຂງແຮງຫຼາຍຂຶ້ນ ເຊິ່ງລູກຈະເລີ່ມນັ່ງ ແລະ ພະຍາຍາມຄານ ໂດຍສາມາດທີ່ຈະພິກຕົວໄປມາໄດ້ຢ່າງອິດສະຫຼະ ທ່ານອນທີ່ເໝາະສົມ ແລະ ສົ່ງເສີມການພັດທະນາຮຽນຮູ້ສຳລັບລູກໄວນີ້ ແມ່ນສາມາດນອນໄດ້ຫຼາຍທ່າບໍ່ວ່າຈະເປັນນອນຫງາຍ, ນອນແຄງ ຫຼື ນອນຂວ້ຳ. ນອກຈາກນີ້, ທ່ານຍັງສາມາດຈັດສິ່ງແວດລ້ອມຕ່າງໆທີ່ຕ້ອງການໃຫ້ລູກໄດ້ຮຽນຮູ້ ແລະ ໃຫ້ສົມກັບໄວຂອງລູກທີ່ສຳຄັນຄວນເລືອກເຄື່ອງຫຼິ້ນທີ່ປອດໄພນຳ.

( ຂໍ້ມູນຈາກ: Sister.com )

( ຮຽບຮຽງ: ນຸ້ມນິ້ມ )