ແຂວງຫຼວງພະບາງ ປະກາດໄຂສົກຮຽນໃໝ່ 2019-2020

171

ເພື່ອຄວາມເປັນເອກະພາບໃນການໄຂສົກຮຽນປະຈຳປີ 2019-2020 ໃນຂອບເຂດທົ່ວປະເທດ ຫຼາຍໂຮງຮຽນ,ສະຖານການສຶກສາ ທັງພາກລັດ ແລະ ເອກະຊົນໄດ້ເປີດການສົກຮຽນໃໝ່ ສະເພາະແຂວງຫຼວງພະບາງກໍ່ໄດ້ຈັດພິທີໄຂສົກຮຽນໃໝ່ 2019-2020 ທົ່ວແຂວງຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ກັນຍາ 2019 ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ເອິງ ລໍສະຫວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ,ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນຫຼວງພະບາງ, ມີທ່ານ ຜູ້ອຳນວຍການ,ຄູ-ອາຈານ,ພະນັກງານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ເອິງ ລໍສະຫວັນ ໃຫ້ຮູ້ວ່າ: ທົ່ວແຂວງຫຼວງພະບາງມີໂຮງຮຽນທັງໝົດ 1.023 ແຫ່ງ (ມີໂຮງຮຽນເອກະຊົນ 45 ແຫ່ງ) ,ມັດທະຍົມປາຍ 1 ແຫ່ງ, ມັດທະຍົມສົມບູນ 47 ແຫ່ງ (ໃນນັ້ນ ເອກະຊົນ 2 ແຫ່ງ) ມັດທະຍົມຕົ້ນ 64 ແຫ່ງ(ໃນນັ້ນ ເອກະຊົນ 3 ແຫ່ງ),ປະຖົມ 721 ແຫ່ງ (ໃນນັ້ນ ເອກະຊົນ 17 ແຫ່ງ), ມີນັກຮຽນທັງໝົດ 121.418 ຄົນ, ຍິງ 57.769 ຄົນ ແລະ ມີຄູ-ອາຈານທັງໝົດ 5.646,ຍິງ 2.841 ສົກຮຽນຜ່ານມາ ອັດຕາເຂົ້າຮຽນ 3-5 ປີເທົ່າກັບ 87,19% (ຫຼຸດຄາດໝາຍ 1,81%), ຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນຂອງເດັກ 5 ປີສູງກວ່າ 70% ໄດ້ 11 ເມືອງຍັງພຽງແຕ່ເມືອງດຽວບໍ່ທັນບັນລຸ. ເຊິ່ງອັດຕາເຂົ້າຮຽນສຸດທິ ປ1 ປະຕິບັດໄດ້ 99,65% ທຽບໃສ່ແຜນຫຼຸດຄາດໝາຍ 0,32%, ອັດຕາເຂົ້າຮຽນລວມສຸດທິຊັ້ນປະຖົມປະຕິບັດໄດ້ 99,33% ລື່ນຄາດໝາຍ 0,13%,ອັດຕາເຂົ້າຮຽນລວມມັດທະຍົມ ຕົ້ນ 84% ຫຼຸດຄາດໝາຍ 7,90%, ຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນໃໝ່ ມ.4 ນັກຮຽນຍິງສູງກວ່າ 70% ປະຕິບັດໄດ້ 5 ເມືອງ ແລະ ອັດຕາເຂົ້າຮຽນລວມມັດທະຍົມປາຍ 50,52% ຫຼຸດຄາດໝາຍ 9,48%, ນັກຮຽນຈົບຊັ້ນມັດທະຍົມຕົ້ນເຂົ້າຮຽນອາຊີວະສຶກສາປະຕິບັດໄດ້ 5,06% ລື່ນຄາດໝາຍ 0,06%, ມວນຊົນທຸກເພດທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ ອອກກໍາລັງກາຍໃຫ້ໄດ້ 18% ປະຕິບັດໄດ້ 19,92% ລື່ນຄາດໝາຍ1,92%.

ນອກນີ້, ຍັງໄດ້ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບທີ 1 ຊັ້ນ ມ7 ວິຊາເຄມີສາດ, ອັນດັບທີ 2 ວິຊາຟີຊິກສາດ ຊັ້ນ ມ7, ອັນດັບທີ 3 ວິຊາຄະນິດສາດ ມ7,ອັນດັບທີ 3 ວິຊາຟີຊິກສາດ ມ4 ແລະ ລາງວັນຊົມເຊີຍ ລວມທັງໝົດ 5 ລາງວັນ. ປະກາດຈົບຊັ້ນມັດທະຍົມຕົ້ນບໍຳລຸງທົ່ວເມືອງໄດ້ 2 ເມືອງ (ເມືອງນໍ້າບກ ແລະ ເມືອງງອຍ) ປັດຈຸບັນສາມາດປະກາດໄປແລ້ວ 10 ເມືອງ, ຈັດຝຶກອົບຮົມພາສາລາວໃຫ້ແກ່ພະນັກງານແຂວງດຽນບຽນ ສສ ຫວຽດນາມໃນໄລຍະ 6 ເດືອນ ຈຳນວນ 10 ຄົນ, ຍິງ 8 ຄົນ ແລະ ນໍາສົ່ງຄູອາຈານຝຶກອົບຮົມພາສາຫວຽດນາມ ທີ່ແຂວງເຊີນລາໄລຍະ 9 ເດືອນ ຈໍານວນ 15 ຄົນ,ຍິງ 4 ຄົນ. ສອບເສັງຄັດເລືອກເອົານັກຮຽນຈົບ ມ7 ເຂົ້າຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນທັງໝົດ 300 ກວ່າທຶນ ໃນນັ້ນມີລະດັບຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີ ນອກນັ້ນຍັງມີທຶນສົມທົບ 70% ແລະ 50 % ອີກຈຳນວນໜຶ່ງ.

ໂອກາດນີ້, ທ່ານ ວົງສະຫວັນ ເທບພະຈັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຜູ້ບໍລິຫາການສຶກສາ ແລະ ກິລາ,ພະນັກງານຄູອາຈານ ,ນ້ອງນັກຮຽນຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າທີ່ໄດ້ໃຫ້ການຮ່ວມມືໃນການກະກຽມຄວາມພ້ອມທຸກຢ່າງໃນການໄຂສົກຮຽນໃໝ່ປີນີ້. ນອກນີ້,  ທ່ານ ຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ,ຄູອາຈານທຸກຄົນ ຈົ່ງເພີ່ມທະວີ ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນໃຫ້ສູງຂື້ນ, ເຄົາລົບນັບຖື ແລະ ປະຕິບັດລະບຽບ ກົດໝາຍ ໃຫ້ເຂັ້ມງວດ, ເພີ່ມທະວີຄວາມສາມັກຄີພາຍໃນພາຍນອກໃຫ້ແໜ້ແຟ້ນ ແລະ ຕ້ານສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ຈະເກີດຂື້ນໃນຂະແໜງການສຶກສາ ແລະ ກິລາ.

ຮຽກຮ້ອງໃຫ້ນັກຮຽນທຸກຄົນ ໃນທຸກລະດັບໂຂງເຂດໃນທົ່ວແຂວງຈົ່ງໄດ້ເພີ່ມທະວີຄວາມຮັບຜິດຊອບ ແລະ ຕັ້ງໃຈຄົ້ນຄ້ວາຮໍ່າ ຮຽນດ້ວຍຕົວເອງໃຫ້ຫຼາຍຂື້ນ ຮຽນໃຫ້ມີຄວາມຮູ້ຄວາມສາມາດ ແລະ ມີອາຊີບໝັ້ນຄົງ, ຝຶກຝົນ ຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນທີ່ດີຂອງຄູອາຈານ, ເປັນລູກທີ່ດີຂອງພໍ່ແມ່,ເປັນພົນລະເມືອງດີ ຂອງຊາດກຽມພ້ອມປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງ.

 

ທີ່ມາ: Luang Prabang Provincial Education and Sport Department