ແຈ້ງເຕືອນ!!! ພາກກາງ-ໃຕ້ ກຽມຮັບມືກັບພາຍຸດີເປຼ່ຊັນ 2-6 ກັນຍານີ້

53

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລານງາຍພະຍາກອນອາກາດປະຈໍາວັນທີ 02 ກັນຍາ 2019ວ່າ: ພາຍຸດີເປຼ່ຊັນ ປັດຈຸບັນຍັງເຄື່ອນທີ່ຢູ່ທະເລຈີນໃຕ້ຕອນເໜືອ, ເຊິ່ງໃນເວລາ 7 ໂມງເຊົ້າມື້ນີ້ ມີຈຸດໃຈກາງຢູ່ເສັ້ນຂະໜານທີ 18.7 ອົງສາເໜືອ ແລະ ເສັ້ນແວງທີ 111.4 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໝຸນເຂດຮ້ອນໃນໄລຍະວັນທີ 2 – 6 ກັນຍາ 2019 ນີ້ ແລະ ສືບຕໍ່ເຄື່ອນທີ່ລຽບໃກ້ແຄມຝັ່ງປະເທດ ສສ ຫວຽດນາມ ເຊິ່ງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດພາກກາງ ແລະ ພາກໃຕ້ຂອງປະເທດລາວເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກເປັນບໍລິເວນກ້ວາງ ແລະ ຕົກໜັກຫຼາຍ ຢູ່ແຂວງ ບໍລິຄຳໄຊ, ຄຳມ່ວນ ລົງຫາ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໄລຍະ.

 

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

 

ในภาพอาจจะมี ต้นไม้, ต้นพืช, ท้องฟ้า, สถานที่กลางแจ้ง และธรรมชาติ

 

ສຳລັບ ລະດັບນໍ້າຢູ່ເຂດຂົວເຊບັ້ງໄຟ ແຂວງ ຄຳມ່ວນ, ໃນເວລາ 7 ໂມງ ຂອງວັນທີ 2 ກັນຍາ2019 ວັດແທກໄດ້ 19,96 ແມັດ, ເຂດລະວັງໄພແມ່ນ 17,50 ແມັດ, ເຂດອັນຕະລາຍ 18,50 ແມັດ ແລະ ຈະເພີ່ມສູງເຖິງ 20,16 ແມັດ ໃນວັນທີ 4 ກັນຍາ 2019 ແລະ ຄາດວ່າລະດັບເຊບັ້ງໄຟຍັງຈະສືບຕໍ່ຂຶ້ນອີກ, ຂະນະທີ່ໜ້າເຂື່ອນ (ນໍ້າງື່ມ) ວັດແທກໄດ້ 203,35 ແມັດ, ເຂດລະວັງໄພແມ່ນ 212,31 ແມັດ.

 

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ในภาพอาจจะมี สถานที่กลางแจ้ง

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໄສໃນເຂດພາກກາງ ແລະ ພາກໃຕ້ ໃຫ້ສືບຕໍ່ກຽມພ້ອມຮັບມືກັບສະພາບນໍ້າຖ້ວມອັ່ງ ແລະ ລົມພັດແຮງ ທີ່ອາດຈະເກີດຂຶ້ນໃນໄລຍະວັນທີ 2 ຫາ 6 ກັນຍາ ນີ້ ພ້ອມທັງຍົກຍ້າຍວັດຖຸສິງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.