ຢູ 16 ລາວ ອຸ່ນເຄື່ອງທີ່ ຫວຽດນາມ ກຽມພ້ອມເປັນເຈົ້າພາບຄັດບານເຕະຊີງແຊັມອາຊີ

59

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ເຂົ້າສູ່ໂຄ້ງສຸດທ້າຍໃນການຄັດເລືອກນັກເຕະ ແລະ ອຸ່ນເຄື່ອງ ໂດຍເດີນທາງໄປອຸ່ນເຄື່ອງທີ່ ປະເທດຫວຽດນາມ ຈໍານວນ 3 ນັດ ເພື່ອກະກຽມເປັນເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກກຸ່ມ J ທີ່ ສປປ ລາວ ເປັນເຈົ້າພາບລະຫວ່າງວັນທີ 18 – 22 ກັນຍາ 2019.

ສປປ ລາວ ກຽມຮັບກຽດເປັນເຈົ້າພາບຈັດການແຂ່ງຂັນບານເຕະຊາຍຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກກຸ່ມ J ລະຫວ່າງວັນທີ 18 – 22 ກັນຍາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ຕ້ອງວັດຄົມກັບ ຍີ່ປຸ່ນ ແຊັມເກົ່າລາຍການນີ້, ມາເລເຊຍ ແຊັມບານເຕະຊີງແຊັມອາຊຽນ 2019 ແລະ ກຳປູເຈຍ ເຊິ່ງຄັ້ງນີ້ເປັນອີກຄັ້ງໜຶ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຕໍ່ຈາກປີ 2012, 2014 ແລະ 2016.

ທ່ານ ອຸດຕະມະ ຂາງມະນີວົງ ຜູ້ຊ່ວຍຄູຝຶກທີມຊາດລາວ ລາຍງານຕໍ່ທີມຂ່າວ ໜັງສືພິມ ເສດຖະກິດ – ການຄ້າ ກ່ອນອອກເດີນທາງໄປປະເທດຫວຽດນາມ ໃນວັນທີ 30 ສິງຫາ 2019 ວ່າ: ພາຍຫຼັງຈົບການແຂ່ງຂັນບານເຕະຊີງແຊັມອາຊຽນ 2019 ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ປະເທດໄທ ມາຮອດວັນທີ 6 ສິງຫາ 2019 ໄດ້ໃຫ້ນັກກີລາພັກ 5 ມື້ ຈົນມາເຖິງວັນທີ 12 ສິງຫາ 2019 ໄດ້ເລີ່ມຝຶກຊ້ອມປົກກະຕິ ໂດຍອີງໃສ່ນັກກີລາ 23 ຄົນ ທີ່ເດີນທາງມາແຕ່ໄທ ເປັນຫຼັກ ລວມເຖິງໄດ້ເປີດກວ້າງເອົານັກເຕະໃໝ່ກັບມາຝຶກຊ້ອມລວມປະມານ 120 ກວ່າຄົນ. ໃນນັ້ນ, ໄດ້ນັກກີລາທີ່ມີພອນສະຫວັນ 7 ຄົນ ມາເພີ່ມອີກຈາກແຂວງບໍ່ແກ້ວ 1 ຄົນ, ແຂວງຈໍາປາສັກ 2 ຄົນ, ແຂວງສາລະວັນ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ ຈົນມາຮອດປັດຈຸບັນສາມາດຄັດເຫຼືອ 30 ຄົນ.

“ ສໍາລັບການໄປອຸ່ນເຄື່ອງທີ່ປະເທດຫວຽດນາມ ຈະໄປລະຫວ່າງວັນທີ 1 – 10 ກັນຍາ 2019 ແບ່ງເປັນໄປເກັບຕົວທີ່ເມືອງ Pleiku ຫວຽດນາມ 2 ນັດພົບກັບ ຢູ 16 HAGL ໃນວັນທີ 3 ກັນຍານີ້ ແລະ ຢູ 16 Nutifood JMG Academy ໃນວັນທີ 5 ກັນຍານີ້, ກ່ອນວັນທີ 7 – 10 ກັນຍາ 2019 ຈະໄປເກັບຕົວທີ່ນະຄອນຫຼວງຮາໂນ້ຍ ແລະ ມີນັດອຸ່ນເຄື່ອງນັດທີ 3 ໃນວັນທີ 9 ກັນຍາ 2019 ແຕ່ຍັງບໍ່ທັນແນ່ນອນວ່າຈະພົບກັບທີມໃດ ” ຜູ້ຊ່ວຍຄູຝຶກທີມຊາດລາວ ກ່າວ.

ຢູ 16 ລາວ ຊຸດປັດຈຸບັນພາຍໃຕ້ການນໍາທີມຂອງ ທ່ານ SELVARAJ VENGDASALAM ຫົວໜ້າຄູຝຶກ ພ້ອມດ້ວຍຄະນະຄູຝຶກອີກ 7 ທ່ານ ພາທີມລົງສະໜາມອຸ່ນເຄື່ອງ ເມື່ອວັນທີ 20 ສິງຫາຜ່ານມາ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສາມາດເອົາຊະນະ ອາຊິຢະ ເອັຟເອ ຈາກເມືອງອະຊິຢະ ແຂວງຮຽວໂກະ ປະເທດຍີ່ປຸນ 3 – 0 ກ່ອນອອກເດີນທາງໄປເກັບຕົວທີ່ ຫວຽດນາມ ລະຫວ່າງວັນທີ 1 – 10 ກັນຍາ 2019 ເພື່ອກຽມພ້ອມໃຫ້ຫຼາຍທີ່ສຸດ.

ສໍາລັບ ຢູ 16 ລາວ ຖືກຢູ່ຮ່ວມກຸ່ມ J ແຂ່ງຂັນທີ່ ສປປ ລາວ ເປັນເຈົ້າພາບຮ່ວມກັບ ຍີ່ປຸ່ນ ແຊັມເກົ່າ 3 ສະໄໝ 1994, 2006 ແລະ 2018, ມາເລເຊຍ ແລະ ກໍາປູເຈຍ ໂດຍຕາຕະລາງແຂ່ງຂັນ ມີດັ່ງນີ້: ນັດທີ 1 ວັນທີ 18 ກັນຍາ 2019 ເວລາ 15:00 ໂມງ ພົບ ຍີ່ປຸ່ນ, ນັດທີ 2 ວັນທີ 20 ກັນຍາ 2019 ເວລາ 18:30 ໂມງ ພົບ ມາເລເຊຍ ແລະ ນັດທີ 3 ວັນທີ 22 ກັນຍາ 2019 ເວລາ 18:30 ໂມງ ພົບ ກໍາປູເຈຍ ໂດຍທຸກໆນັດແມ່ນແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ສ່ວນການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 16 ປີ ມີຢູ່ 10 ກຸ່ມ A – J ຈະຄັດເອົາແຊັມຂອງແຕ່ລະກຸ່ມ ແລະ ຄັດເອົາອັນດັບ 2 ຂອງກຸ່ມຈໍານວນ 6 ທີມທີ່ດີທີ່ສຸດເຂົ້າໄປຫຼິ້ນຮອບສຸດທ້າຍໃນລະ ຫວ່າງວັນທີ 16 ກັນຍາ – 3 ຕຸລາ 2020 ( ຍັງບໍ່ທັນປະກາດປະເທດເຈົ້າພາບຮອບສຸດທ້າຍ ).

( ຄໍາສອນ; ຮູບຈາກ: ສຕລ )