ຂ່າວດີຮັບເດືອນໃໝ່!! ປັບລົງຄາລານໍ້າມັນ 3 ກັນຍາເປັນຕົ້ນໄປ

114

ຈາກລາຄານໍ້າມັນດິບໃນຕະຫຼາດໂລກທີ່ມີການປັບຫຼຸດລົງ ໂດຍສະເພາະໃນສະຫະລັດອາເມລິກາ ເນື່ອງຈາກຄວາມກັງວົນຕໍ່ພາຍຸເຮີຣິເຄນໂດຣຽນ (Dorian) ທີ່ຈະເຄື່ອນເຂົ້າຝັ່ງຟໍຣິດາ ແລະ ເພີ່ມຄວາມຮຸນແຮງເປັນເຮີຣິເຄນລະດັບ 4 ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມຕ້ອງການໃຊ້ນໍ້າມັນ ຈິ່ງເຮັດໃຫ້ລາຄານ້ຳມັນມີການປັບຫຼຸດລົງ ແລະ ບ້ານເຮົາປະເທດນຳເຂົ້າທີ່ຕໍ່ຜົນພວງມາຈາກຕະຫຼາດໃຫຍ່ກໍ່ໂຊກດີໄປນຳ ໄດ້ຊື້ໃນລາຄາທີ່ຖືກລົງ.

 

ເປັນພຽງພາບປະກອບຂ່າວ

 

ສປປ ລາວ ເປັນປະທດນຳເຂົ້ານໍ້າມັນ ເມື່ອສະຖານະການຕະຫຼາດນໍ້າມັນມີການປັບຕົວລົງ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ມີການປັບລົງລາຄານໍ້າມັນໜ້າປໍ້າ ໃນທົ່ວປະເທດ ເຊິ່ງການປັບລົງໃນຄັ້ງນີ້ແມ່ນແອັດຊັງພິເສດ 10 ກີບ/ລິດ; ແອັດຊັງທຳມະດາ 30 ກີບ/ລິດ ແລະ ການຊວນ 60ກີບ/ລິດ ໂດຍເລີ່ມປະຕິບັດນັບແຕ່ວັນທີ 03 ກັນຍາ 2019 ເວລາ 06:00 ໂມງເປັນຕົ້ນໄປ.

 

 

ຂະນະທີ່ລາຄາໜ້າປໍ້າປົກກະຕິໃນເມື່ອກ່ອນ ນະຄອນຫຼວງວຽງຈັນຂາຍແອັດຊັງພິເສດຢູ່ທີ່ 10.260 ກີບ/ລິດ ປັບລົງເປັນ 10.250 ກີບ/ລິດ, ແອັດຊັງທໍາມະດາ 8.940 ກີບ/ລິດ ປັບລົງເປັນ 8.910 ກີບ/ລິດ ແລະ ກາຊວນ 8.620 ກີບ/ລິດ ປັບລົງເປັນ 8.560 ກີບ/ລິດ.

ແຂວງ ຄໍາມ່ວນ ຂາຍແອັດຊັງພິເສດຢູ່ທີ່ 10.290 ກີບ/ລິດ ປັບລົງເປັນ 10.280 ກີບ/ລິດ, ແອັດຊັງທໍາມະດາ 8.970 ກີບ/ລິດ ປັບລົງເປັນ 8.940 ກີບ/ລິດ ແລະ ກາຊວນ 8.650 ກີບ/ລິດ ປັບລົງເປັນ 8.590 ກີບ/ລິດ; ແຂວງ ຈໍາປາສັກ ຂາຍແອັດຊັງພິເສດຢູ່ທີ່ 10.320 ກີບ/ລິດ ປັບລົງເປັນ 10.310 ກີບ/ລິດ, ແອັດຊັງທໍາມະດາ 9.000 ກີບ/ລິດ ປັບລົງເປັນ 8.970 ກີບ/ລິດ ແລະ ກາຊວນ 8.680 ກີບ/ລິດ ປັບລົງເປັນ 8.620 ກີບ/ລິດ.

 

ເປັນພຽງພາບປະກອບຂ່າວ

 

ແຂວງ ບໍ່ແກ້ວ ຂາຍແອັດຊັງພິເສດຢູ່ທີ່ 10.360 ກີບ/ລິດ ປັບລົງເປັນ 10.350 ກີບ/ລິດ, ແອັດຊັງທໍາມະດາ 9.040 ກີບ/ລິດ ປັບລົງເປັນ 9.010 ກີບ/ລິດ ແລະ ກາຊວນ 8.720 ກີບ/ລິດ ປັບລົງເປັນ 8.660 ກີບ/ລິດ ແລະ ແຂວງອື່ນໆ ກໍ່ມີການປັບລົງເຊັ່ນດຽວກັນ.

 

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ

 

ຂ່າວຍັງໃຫ້ຮູ້ອີກວ່າ ໃນລະຫວ່າງທີ່ມີການປັບລົງລາຄານ້ຳມັນຢູ່ນັ້ນ ປະລິມານການຜະລິດນໍ້າມັນດິບພັດປັບຕົວເພີ່ມຂຶ້ນ ຫຼັງກຳລັງການຜະລິດຈາກກຸ່ມໂອເປັກໃນເດືອນ ສິງຫາ 2019 ປັບຕົວເພີ່ມຂຶ້ນ 80.000 ບາເລວຕໍ່ວັນ ເຊິ່ງເປັນການປັບຕົວເພີ່ມຂຶ້ນເປັນຄັ້ງທຳອິດໃນປີນີ້ ຫຼັງມີການປັບເພີ່ມກຳລັງການຜະລິດຈາກອິຣັກ ແລະ ໄນຈີເລຍ. ນອກຈາກນີ້ ກຳລັງການຜະລິດນໍ້າມັນດິບຂອງລັດເຊຍ ໃນເດືອນ ສິງຫາ 2019 ກໍ່ປັບຕົວສູງກວ່າລະດັບທີ່ຕົກລົງກັບກຸ່ມໂອເປັກເລັກນ້ອຍ.

 

*