Monthly Archives: September, 2019

ເອກະຊົນລົງທຶນຂຸດຄົ້ນ – ປຸງແຕ່ງຫີນອ່ອນຢູ່ແຂວງຫົວພັນ

ບໍລິສັດ ບຸນທະວີຊັບ ພັດທະນາກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ລົງທຶນ 34 ກວ່າລ້ານໂດລາສະຫະລັດ ສຳປະທານເນື້ອທີ່ດິນ 5 ເຮັກຕາ ຢູ່ເຂດບ້ານເມືອງລຽດ ເມືອງວຽງໄຊ ແຂວງຫົວພັນ ໃນການຂຸດຄົ້ນ ແລະ ປຸງແຕ່ງຫີນປາໂກໄດ. ວັນທີ 30 ສິງຫາ 2019 ໄດ້ມີພິທີເຊັນສັນຍາວ່າດ້ວຍການລົງທຶນສໍາປະທານຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ລະຫວ່າງ ທ່ານ...

ຝົນຍາວຕະຫຼອດອາທິດ ທຸກພາກຂໍໃຫ້ມີສະຕິໃນການເດີນທາງ ແລະ ໃຊ້ຊີວິດ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 2-8 ກັນຍາ 2019ວ່າ: ໃນໄລຍະວັນທີ 2-5 ກັນຍາ 2019 ຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນຈະພັດຜ່ານແຂວງ ພາກກາງ ແລະ ພາກໃຕ້ຂອງປະເທດລາວ ປ່ອງເຂົ້າສູ່ລົມພາຍຸດີເປຼຊັນ ທີ່ກຳລັງເຄື່ອນທີ່ຢູ່ທະເລຈີນຕອນໃຕ້, ຕອນເໜືອ ແລະ ພວມເຄື່ອນທີ່ໄປທາງທິຕາເວັນຕົກ. ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງຈະພັດປົກຄຸມພາກກາງ ແລະ ພາກໃຕ້....

ລາວ – ຈີນ ຍົກລະດັບການວາງແຜນດ້ານການພັດທະນາເສດຖະກິດ

ຄະນະກຳມະການຮ່ວມມື ລາວ - ຈີນ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖາບັນຝຶກອົບຮົມພະນັກງານການຄ້າສາກົນ, ກະຊວງການຄ້າຈີນ ສຳເລັດການຍົກລະດັບການວາງແຜນພັດທະນາເສດຖະກິດໄລຍະສັ້ນ ເພື່ອນຳໄປໝູນໃຊ້ປະກອບສ່ວນເຂົ້າໃນວຽກງານການພັດທະນາແຕ່ລະຂົງເຂດ ນັບແຕ່ສູນກາງຮອດທ້ອງຖິ່ນ. ພິທີປິດຊຸດສຳມະນາການວາງແຜນ ແລະ ສ້າງຍຸດທະສາດດ້ານການພັດທະນາເສດຖະກິດ ປະຈຳປີ 2019 ອັດລົງໃນວັນທີ 2 ກັນຍາ 2019 ພາຍຫຼັງທີ່ດຳເນີນມາແຕ່ວັນທີ 13 ສິງຫາ...

ເຈົ້າໜ້າທີ່ເຄນຢາ ພົບສົບນັກທ່ອງທ່ຽວ 6 ຄົນ ຈາກນໍ້າຖ້ວມກະທັນຫັນໃນເຂດອຸທິຍານແຫ່ງຊາດ

ເຈົ້າໜ້າທີ່ຂອງທາງການປະເທດເຄນຢາ ຢືນຢັນວ່າ ພົບສົບຂອງນັກທ່ອງທ່ຽວ 6 ຄົນແລ້ວ ທີ່ເສຍຊີວິດຈາກເຫດນໍ້າຖ້ວມກະທັນຫັນໃນເຂດອຸທິຍານແຫ່ງຊາດເຮລລ໌ສະເກດ ຂອງປະເທດເຄນຢາ ເມື່ອວັນອາທິດ ຜ່ານມາ. ສຳນັກຂ່າວເອເອັຟພີ ລາຍງານຈາກນະຄອນຫຼວງໄນໂຣບີ ປະເທດເຄນຢາ ເມື່ອວັນຈັນ ທີ 2 ກັນຍາ​ ວ່າ ຫ້ອງການຄຸ້ມຄອງສັດປ່າ ເຄນຢາ ຖະແຫຼງຜ່ານທະວິດເຕີ ວ່າ ພົບສົບຜູ້ເສຍຊີວິດແລ້ວ 6 ຄົນ ແຕ່ຍັງມີນັກທ່ອງທ່ຽວສູນຫາຍອີກ...

ສ່ວຍສາອາກອນແຂວງບໍລິຄຳໄຊ ອາດເກັບລາຍຮັບບໍ່ບັນລຸແຜນ

ປີ 2019 ສ່ວຍສາອາກອນປະຈໍາແຂວງບໍລິຄຳໄຊ ໄດ້ຮັບແຜນການລາຍຮັບ 189,9 ຕື້ກີບ ແຕ່ຜ່ານການປະຕິບັດມາຮອດວັນທີ 27 ສິງຫາ 2019 ປະຕິບັດໄດ້ 115,80 ຕື້ກີບ ເທົ່າກັບ 60,96% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຫຼຸດລົງ 6,42% ຄາດຄະເນໝົດປີ 2019 ລາຍຮັບອາດບໍ່ບັນລຸຕາມແຜນການ ຍ້ອນວ່າໂຄງການກໍ່ສ້າງຮ່ວງສູນກາງຮັບຊ່ວຍ ( ໜີ້...

ຜົນພາຍຸໂພດູ ຍັງບໍ່ສິ້ນ ອຸຕຸແຈ້ງກຽມຮັບມືພາຍຸຫົວໃໝ່

ໃນອາທິດຜ່ານມາພາຍຸໝູນເຂດຮ້ອນໂພດູ ພັດເຂົ້າລາວເຮັດໃຫ້ຝົນຕົກໜັກຢູ່ຫຼາຍພື້ນທີ່ ໂດຍສະເພາະແຂວງພາກກາງເກີດນ້ຳຖ້ວມຫຼາຍຈຸດ ຮອດປັດຈຸບັນຍັງບໍ່ສາມາດປະເມີນເນື້ອທີ່ຖືກຖ້ວມ ລວມທັງຄວາມເສຍຫາຍ ພັດຕ້ອງໄດ້ຮັບມືກັບພາຍຸຫົວໃໝ່ ແຕ່ມື້ນີ້ຮອດວັນທີ 6 ກັນຍາ, ຂະນະທີ່ລະດັບນ້ຳເຊບັ້ງໄຟຮອງເຈົ້າເມືອງ ເຜີຍໃນວັນ 2 ກັນຍາ ຍັງອີກ 20 - 30 ຊັງຕີແມັດ ຈະຖ້ວມ 2 - 3 ບ້ານ. ທ່ານ ສີວິໄລ...

ປັບລາຄານໍ້າມັນລົງ

ນັບວ່າເປັນຂ່າວດີຕ້ອນຮັບເປີດສົກຮຽນໃໝ່ 2019 - 2020 ເມື່ອກະຊວງ ອຄ ປະກາດປັບລາຄານໍ້າມັນລົງ ຖືວ່າເປັນຄັ້ງທີ 2 ນັບແຕ່ເດືອນສິງຫາເປັນຕົ້ນມາ ການປັບລາຄາໃໝ່ນີ້ເລີ່ມເວລາ 6:00 ໂມງ ຂອງວັນທີ 3 ກັນຍາ 2019. ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ອອກແຈ້ງການເລກທີ 1129/ອຄ.ກຄພນ...

ໄຂສົກຮຽນໃໝ່ຈົ່ງຕັ້ງໃຈຮຽນຮູ້

ເລີ່ມແຕ່ 7:00 ໂມງເຊົ້າ ຂອງວັນທີ 2 ກັນຍາຜ່ານມາ ນ້ອງນັກຮຽນທັງຫຼາຍທີ່ຮຽນຢູ່ ມສ ວຽງຈັນ ກໍພາກັນມາເຖິງໂຮງຮຽນຢ່າງພ້ອມພຽງ ເພື່ອກຽມເຄົາລົບທຸງ ແລະ ເຂົ້າຮຽນເປັນປົກກະຕິໃນມື້ໄຂສົກຮຽນໃໝ່ 2019 - 2020 ເຊິ່ງເຫັນວ່ານ້ອງນັກຮຽນແຕ່ລະຄົນກໍມີຄວາມເບີກບານມ່ວນຊື່ນທີ່ໄດ້ມາຮຽນອີກວາລະໜຶ່ງ, ຮຽນໃນຊັ້ນຮຽນທີ່ສູງກວ່າປີຜ່ານມາອີກຂັ້ນ ແລະ ພ້ອມທີ່ຈະຕັ້ງໃຈຮຽນ, ສູ້ຊົນພະຍາຍາມຮຽນໃຫ້ເກັ່ງຂຶ້ນ. ສຳລັບນັກຮຽນ ມ 7...

ຄນລ ຈະກະກຽມເງື່ອນໄຂຕ່າງໆໃ ນການສ້າງຫຼັກສູດປະລິນຍາເອກດ້ານກົດໝາຍ

ສົກສຶກສາປີ 2019 - 2020 ຄະນະນິຕິສາດ ແລະ ລັດຖະສາດ ( ຄນລ ) ຈະສືບຕໍ່ປັບປຸງມາດຖານການຮຽນ - ການສອນໃຫ້ບັນລຸມາດຖານການສຶກສາແຫ່ງຊາດ 2 - 6 - 2 ໜຶ່ງໃນນັ້ນແມ່ນກະກຽມເງື່ອນໄຂຕ່າງໆໃນການສ້າງຫຼັກສູດປະລິນຍາເອກດ້ານກົດໝາຍ. ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ...

ດ່ວນໆ!! ນໍ້າຄານ3 ຈະລະບາຍນໍ້າອອກຈາກເຂື່ອນທ່ຽງຄືນມື້ນີ້, ໃຜຢູ່ລ້ອງນໍ້າຄານເຝົ້າລະວັງ

ໂດຍອີງໃສ່ປະລິມານນໍ້າໄຫຼເຂົ້າອ່າງຕົວຈິງໃນແຕ່ລະຊົ່ວໂມງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈະເຮັດໃຫ້ລະດັບກັກເກັບນໍ້າ ໃນອ່າງເກັບນໍ້າເຂື່ອນໄຟຟ້ານໍ້າຄານ3 ເພີ່ມຂຶ້ນໃກ້ຈະຮອດລະດັບກັກເກັບນໍ້າສູງສຸດ ດັ່ງນັ້ນ, ເຂື່ອນໄຟຟ້ານໍ້າຄານ3 ຈຶ່ງຈຳເປັນຕ້ອງປ່ອຍນໍ້າຂອງຈາກອ່າງກັກເກັບນໍ້າໃນຕອນທ່ຽງຄືນຂອງມື້ນີ້ ທັງນີ້ ກໍ່ເພື່ອຄວາມປອດໄພຂອງຕົວເຂື່ອນ ແລະ ປ້ອງກັນບໍ່ໃຫ້ເກີດໄພນໍ້າຖ້ວມ. ວັນທີ 2 ກັນຍາ 2019 ເຂື່ອນໄຟຟນໍ້າຄານ3 , ຝ່າຍຜະລິດ, ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ອອກແຈ້ງການ ສະບັບເລກທີ 2994/ຜຟຟລ.ນ 2-3...
- Advertisment -
Slide
Slide

Most Read

error: Content is protected !!