ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 2-8 ກັນຍາ 2019ວ່າ: ໃນໄລຍະວັນທີ 2-5 ກັນຍາ 2019 ຮ່ອງຄວາມກົດດັນຕໍ່າຂອງອາກາດຮ້ອນຈະພັດຜ່ານແຂວງ ພາກກາງ ແລະ ພາກໃຕ້ຂອງປະເທດລາວ ປ່ອງເຂົ້າສູ່ລົມພາຍຸດີເປຼຊັນ ທີ່ກຳລັງເຄື່ອນທີ່ຢູ່ທະເລຈີນຕອນໃຕ້, ຕອນເໜືອ ແລະ ພວມເຄື່ອນທີ່ໄປທາງທິຕາເວັນຕົກ. ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງຈະພັດປົກຄຸມພາກກາງ ແລະ ພາກໃຕ້. ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ຫາ ພາກໃຕ້.
ຈາກນັ້ນ, ວັນທີ 6-8 ກັນຍາ 2019 ຮ່ອງຄວາມກົດດັນຕໍ່າຂອງອາກາດ ຈະພັດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກວ້າງ ແລະ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ.
ກ່ອນໜ້ານີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໄພພາຍຸດີເປຼຊັນວ່າ ໃນເວລາ 11 ໂມງ ຂອງວັນທີ 2 ກັນຍາ 2019 ພາຍຸດີເປຼຊັນ ມີຈຸດສູນກາງຢູ່ເສັ້ນຂະໜານທີ 18,5 ອົງສາເໜືອ ແລະ ເສັ້ນແວງ 110,3 ອົງສາຕາເວັນອອກ ພວມເຄື່ອນທີ່ຜ່ານເກາະໄຮໜຳ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ກຳລັງຈະເພີ່ມກຳລັງແຮງຂຶ້ນກາຍເປັນພາຍຸໝູນເຂດຮ້ອນ ພ້ອມທັງສືບຕໍ່ເຄື່ອນທີ່ຂຶ້ນຝົ່ງເຂດແຂວງ ກວາງຈິ ສສ ຫວຽດນາມ.
ຈາກນັ້ນ, ຈະສືບຕໍ່ພັດຜ່ານແຂວງ ສະຫວັນນະເຂດ ໃນຕອນເຊົ້າຂອງວັນທີ 3 ກັນຍາ 2019 ນີ້ ເຊິ່ງຈະເຮັດໃຫ້ມີຝົນຕົກປານກາງ ຫາໜັກ ເປັນບໍລິເວນກວ້າງ ຢູ່ບັນດາແຂວງພາກກາງ ລົງຫາ ພາກໃຕ້ ແລະ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 2-6 ກັນຍາ 2019 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າອັ່ງ ແລະ ລົມພັດແຮງ, ພ້ອມນີ້ ຂໍໃຫ້ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງພ້ອມສັດລ້ຽງໄປໄວ້ ບ່ອນທີ່ສູງ ແລະ ປອດໄພ ພ້ອມທັງຂໍໃຫ້ຕິດຕາມຂ່າວພະຍາກອນ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.