ຄນລ ຈະກະກຽມເງື່ອນໄຂຕ່າງໆໃ ນການສ້າງຫຼັກສູດປະລິນຍາເອກດ້ານກົດໝາຍ

503

ສົກສຶກສາປີ 2019 – 2020 ຄະນະນິຕິສາດ ແລະ ລັດຖະສາດ ( ຄນລ ) ຈະສືບຕໍ່ປັບປຸງມາດຖານການຮຽນ – ການສອນໃຫ້ບັນລຸມາດຖານການສຶກສາແຫ່ງຊາດ 2 – 6 – 2 ໜຶ່ງໃນນັ້ນແມ່ນກະກຽມເງື່ອນໄຂຕ່າງໆໃນການສ້າງຫຼັກສູດປະລິນຍາເອກດ້ານກົດໝາຍ.

ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີຄະນະນິຕິສາດ ແລະ ລັດຖະສາດ ( ຄນລ ) ມະຫາວິທະຍາໄລແຫ່ງຊາດ ໃຫ້ສຳພາດວ່າ: ໄລຍະຜ່ານມາ ຄນລ ໄດ້ຈັດຕັ້ງປະຕິບັດຕາມແຜນການຮຽນ – ການສອນຂອງກະຊວງສຶກສາທິການ ແລະ ກີລາ ໃນການສ້າງບຸກຄະລາກອນທີ່ມີຄຸນນະພາບຮັບໃຊ້ສັງຄົມ ເຊິ່ງໄດ້ເນັ້ນໃສ່ຍົກສູງຄວາມສາມາດຂອງບັນດາອາຈານ ໂດຍເຮັດ 3 ໜ້າທີ່ໄປພ້ອມໆກັນ ເຊັ່ນ: ສິດສອນ, ຄົ້ນຄິດວິທະຍາສາດ – ບໍລິການສັງຄົມ, ບັນດາອາຈານໄດ້ເຂົ້າຮ່ວມໃນໂຄງການພັດທະນາຊັບພະຍາກອນມະນຸດຕ່າງໆໃນຂົງເຂດກົດໝາຍ ແລະ ຍຸຕິທຳ, ສ້າງນັກສຶກສາຕາມ 3 ລັກສະນະ ແລະ 5 ຫຼັກມູນ ຂອງກະຊວງສຶກສາທິການ ແລະ ກີລາ ເປັນຕົ້ນສ້າງກິດຈະກຳຕ່າງໆໃນກຸ່ມນັກສຶກສາ CLE, ກຸ່ມພັດທະນາຊຸມຊົນ, ກຸ່ມໂຕ້ວາທີ, ກຸ່ມນັກສຶກສາກົດໝາຍອາຊີ, ໄດ້ສົ່ງນັກສຶກສາເຂົ້າຮ່ວມການແຂ່ງຂັນສານຈຳລອງທີ່ຮົງກົງ ແລະ ອື່ນໆ.

ປັດຈຸບັນ ຄນລ ປະກອບມີທັງໝົດ 13 ຫຼັກສູດ. ໃນນັ້ນ, ຫຼັກສູດປະລິນຍາໂທ 4 ຫຼັກສູດ; ມີນັກສຶກສາທັງໝົດ 1.854 ຄົນ ຍິງ 808 ຄົນ. ໃນນີ້, ປະລິນຍາຕີ 1.654 ຄົນ ຍິງ 743 ຄົນ ແລະ ປະລິນຍາໂທ 200 ຄົນ ຍິງ 65 ຄົນ, ມີພະນັກງານຄູ – ອາຈານທັງໝົດ 101 ຄົນ ຍິງ 44 ຄົນ. ໃນນັ້ນ, ມີ ຮອງສາດສະດາຈານ 3 ຄົນ, ປະລິນຍາເອກ 4 ຄົນ, ປະລິນຍາໂທ 70 ຄົນ ແລະ ປະລິນຍາຕີ 25 ຄົນ ເຊິ່ງເຫັນວ່າລະບົບການຮຽນ – ການສອນຍັງບໍ່ທັນບັນລຸມາດຖານ 1 – 6 – 3 ( ປະລິນຍາເອກ 1, ປະລິນຍາໂທ 6, ປາລິນຍາຕີ 3 ) ຂອງມາດຖານການສຶກສາແຫ່ງຊາດ.

ເພື່ອຮັບປະກັນຄຸນນະພາບການສຶກສາຂອງ ຄະນະນິຕິສາດ ແລະ ລັດຖະສາດ ໃຫ້ມີປະສິດທິພາບ ແລະ ສາມາດຮັບໃຊ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ລາວ – ອາຊຽນ ແລະ ສາກົນຕາມຄຳຂວັນຂອງ ຄນລ ທີ່ວ່າ “ ເສີມສ້າງຄວາມຮູ້ເຊີດຊູຄວາມຍຸຕິທຳ, ຄຽງຄູ່ຈັນຍາບັນ ຢຶດໝັ້ນລະບຽບວິໄນ ຄົ້ນຄິດຜົນງານວິໄຈກ້າວໄປສູ່ສ້າງລັດແຫ່ງກົດໝາຍ ” ແລະ ສ້າງມາດຕະຖານການສິດສອນໃນລະບົບ 2 – 6 – 2.

ດັ່ງນັ້ນ, ໃນສົກປີ 2019 – 2020 ຄນລ ຈະສືບຕໍ່ເອົາໃຈໃສ່ບາງວຽກງານໃນຫຼັກສູດການຮຽນ – ການສອນ ເຊັ່ນ: ພັດທະນາຫຼັກສູດຕາມມາດຖານແຫ່ງຊາດ ແລະ ຫຼັກສູດນາໆຊາດໃນລະດັບປະລິນຍາຕີ ແລະ ໂທ, ກະກຽມເງື່ອນໄຂຕ່າງໆໃນການສ້າງຫຼັກສູດປະລິນຍາເອກດ້ານກົດໝາຍ, ປັບປຸງຄຸນນະພາບການສຶກສາໃນລະດັບສະຖາບັນ ( QA ), ຍົກສູງປະສິດທິພາບການຮຽນ – ການສອນຕາມທິດສອນດີ – ຮຽນເກັ່ງ, ສືບຕໍ່ກໍ່ສ້າງນັກສຶກສາຕາມ 3 ລັກສະນະ 5 ຫຼັກມູນ, ສ້າງຫໍສະໝຸດທັນສະໄໝ ( E – Libery ) ແລະ ຫ້ອງຝຶກອົບຮົມທັນສະໄໝ ( modern Trainning room ), ຍາດແຍ່ງການຮ່ວມມື ແລະ ຊ່ວຍເຫຼືອຈາກສາກົນ ແລະ ຍົກສູງຄວາມສາມາດໃນການສ້າງບຸກຄະລາກອນດ້ານກົດໝາຍ – ການປົກຄອງ ແລະ ການຕ່າງປະເທດໃຫ້ມີຄວາມເຂັ້ມແຂງ ແລະ ອື່ນໆ.

ທ່ານຍັງກ່າວຕື່ມວ່າ: ເພື່ອບັນລຸມາດຖານການສຶກສາແຫ່ງຊາດ 2 – 6 – 2 ຄນລ ຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ບັນດາຄູ – ອາຈານໄປຄົ້ນຄວ້າສຶກສາຮໍ່າຮຽນຕໍ່ໃນລະດັບສູງຂຶ້ນ ພ້ອມທັງເຂົ້າຮ່ວມຝຶກອົບຮົມກັບບັນດາໂຄງການທັງພາຍໃນ ແລະ ຕ່າງປະເທດ ເພື່ອຖອດຖອນບົດຮຽນ ແລະ ຍົກລະດັບ ຄວາມຮູ້ – ຄວາມສາມາດໃນການສິດສອນໃຫ້ໄດ້ຕາມມາດຖານອາຊຽນ ແລະ ສາກົນ.
( ຂ່າວ: ກາວຊົ່ງ; ຮູບ: ທະນັນເສນ )