ລາວ – ຈີນ ຍົກລະດັບການວາງແຜນດ້ານການພັດທະນາເສດຖະກິດ

249

ຄະນະກຳມະການຮ່ວມມື ລາວ – ຈີນ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖາບັນຝຶກອົບຮົມພະນັກງານການຄ້າສາກົນ, ກະຊວງການຄ້າຈີນ ສຳເລັດການຍົກລະດັບການວາງແຜນພັດທະນາເສດຖະກິດໄລຍະສັ້ນ ເພື່ອນຳໄປໝູນໃຊ້ປະກອບສ່ວນເຂົ້າໃນວຽກງານການພັດທະນາແຕ່ລະຂົງເຂດ ນັບແຕ່ສູນກາງຮອດທ້ອງຖິ່ນ.

ພິທີປິດຊຸດສຳມະນາການວາງແຜນ ແລະ ສ້າງຍຸດທະສາດດ້ານການພັດທະນາເສດຖະກິດ ປະຈຳປີ 2019 ອັດລົງໃນວັນທີ 2 ກັນຍາ 2019 ພາຍຫຼັງທີ່ດຳເນີນມາແຕ່ວັນທີ 13 ສິງຫາ 2019 ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມື ລາວ – ຈີນ, ທ່ານ ໄຊຊະນະ ສິດທິພອນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ – ຈີນ ກະຊວງແຜນການ ແລະ ການລົງທຶນ, ທ່ານ ເລີຍຫ່າວ ຮອງຫົວໜ້າສະຖາບັນຝຶກອົບຮົມພະນັກງານການຄ້າສາກົນ, ກະຊວງການຄ້າຈີນ ພ້ອມດ້ວຍສຳມະນາກອນ ເກືອບ 50 ທ່ານ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ໄຊຊະນະ ສິດທິພອນ ກ່າວວ່າ: ຊຸດສໍາມະນາການວາງແຜນ ແລະ ສ້າງຍຸດທະສາດດ້ານການພັດທະນາເສດຖະກິດ ສປປ ລາວ ໃນຄັ້ງນີ້ ເພື່ອເປັນການຕອບສະໜອງໃຫ້ແກ່ຄວາມຕ້ອງການດ້ານການພັດທະນາ ໂດຍສະເພາະແມ່ນສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວາງແຜນຂອງລາວ ເຊິ່ງຄະນະກໍາມະການຮ່ວມມື ລາວ – ຈີນ ໃນນາມທີ່ເປັນເສນາທິການໃຫ້ແກ່ລັດຖະບານກ່ຽວກັບວຽກການຮ່ວມມື ລາວ – ຈີນ ກໍໄດ້ສະເໜີຕໍ່ຝ່າຍຈີນ ເພື່ອຍາດແຍ່ງການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ, ດັ່ງທີ່ຮັບຮູ້ນຳກັນ ສປ ຈີນ ເປັນປະເທດສັງຄົມນິຍົມທີ່ມີການພັດທະນາທາງດ້ານເສດຖະກິດ – ສັງຄົມທີ່ວ່ອງໄວ. ພ້ອມດຽວກັນ, ສອງປະເທດ ລາວ – ຈີນ ກໍມີການສ້າງແຜນພັດທະນາເສດຖະກິດ – ສັງຄົມ ທີ່ມີລັກສະນະຄືກັນ ປະສົບການໃນການວາງແຜນ ແລະ ສ້າງຍຸດສາດຂອງ ສປ ຈີນ ເປັນສິ່ງທົ່ວໂລກຍອມຮັບທີ່ລາວຄວນຈະນໍາມາສຶກສາຄົ້ນຄວ້າ ແລະ ໝູນໃຊ້ໃຫ້ແທດເໝາະກັບສະພາບການຂອງປະເທດລາວ.

ໃນການສໍາມະນາຄັ້ງນີ້ແມ່ນໄດ້ມີຫຼາຍຫົວຂໍ້ທີ່ສຳຄັນຕິດພັນກັບການສ້າງແຜນພັດທະນາເສດຖະກິດ, ປະສົບການໃນການພັດທະນາເສດຖະກິດຂອງຈີນ, ສະເພາະບັນດາຊ່ຽວຊານອາຈານຈາກ ສປ ຈີນ ຫຼາຍທ່ານມາບັນຍາຍກ່ຽວກັບທິດສະດີ, ບົດຮຽນ ແລະ ປະສົບການດ້ານການສ້າງແຜນພັດທະນາ, ສ້າງຍຸດທະສາດ, ການດຶງດູດການລົງທຶນ, ປະສົບການ, ສ້າງເຂດເສດຖະກິດ, ການປະເມີນຜົນແຜນພັດທະນາ ແລະ ອື່ນໆ.

ນອກນີ້, ຄະນະສຳມະນາຍັງໄດ້ປະສານງານ ແລະ ນໍາພາສໍາມະນາກອນເດີນທາງໄປຢ້ຽມຊົມໂຄງການດາວທຽມລາວ, ໂຄງການເຂດພັດທະນາກວມລວມໄຊເສດຖາ, ພິພິທະພັນ ທ່ານ ໄກສອນ ພົມວິຫານ, ພິພິທະພັນວຽງຈັນຮ່ວມສະໄໝ ແລະ ຍັງໄດ້ຈັດກິດຈະກໍາແຂ່ງຂັນກີລາບານເຕະມິດຕະພາບ ເປົ້າໝາຍກໍເພື່ອໃຫ້ສໍາມະນາກອນນອກຈາກຈະໄດ້ຮໍ່າຮຽນທິດສະດີຈາກຄູ – ອາຈານ, ຮຽນຮູ້ສະພາບການພັດທະນາຂອງປະເທດ ຍັງໄດ້ເຫັນໝາກຜົນຂອງການຮ່ວມມື ລາວ – ຈີນ ແລະ ສ້າງຄວາມສາມັກຄີ.

[ ຂ່າວ: ສຸລິນ; ຮູບ: ເພັດສະໝອນ ]