ເອກະຊົນລົງທຶນຂຸດຄົ້ນ – ປຸງແຕ່ງຫີນອ່ອນຢູ່ແຂວງຫົວພັນ

60

ບໍລິສັດ ບຸນທະວີຊັບ ພັດທະນາກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ລົງທຶນ 34 ກວ່າລ້ານໂດລາສະຫະລັດ ສຳປະທານເນື້ອທີ່ດິນ 5 ເຮັກຕາ ຢູ່ເຂດບ້ານເມືອງລຽດ ເມືອງວຽງໄຊ ແຂວງຫົວພັນ ໃນການຂຸດຄົ້ນ ແລະ ປຸງແຕ່ງຫີນປາໂກໄດ.

ວັນທີ 30 ສິງຫາ 2019 ໄດ້ມີພິທີເຊັນສັນຍາວ່າດ້ວຍການລົງທຶນສໍາປະທານຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ລະຫວ່າງ ທ່ານ ແວວຄຳ ສໍວິປັນຍາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ກັບ ທ່ານ ທັນທີ ທຸມພາວັນ ຜູ້ອຳນວຍການ ບໍລິສັດ ບຸນທະວີຊັບ ພັດທະນາກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ແລະ ຮ່ວມເຊັນເປັນສັກຂີພິຍານ ມີທ່ານເຈົ້າເມືອງວຽງໄຊ, ພະແນກພະລັງງານ ແລະ ບໍແຮ່ ໂດຍມີ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງຫົວພັນ, ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງວຽງໄຊ, ບໍລິສັດ ແລະ ວິຊາການເຂົ້າຮ່ວມເປັນສັກຂີພິຍານນໍາ.

ໂຄງການລົງທຶນສຳປະທານຂຸດຄົ້ນ ແລະ ປຸງແຕ່ງຫີນປາໂກໄດ ແມ່ນການລົງທຶນຂອງພາກເອກະຊົນ 100% ໂດຍແມ່ນ ບໍລິສັດ ບຸນທະວີຊັບ ພັດທະນາກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ເປັນຜູ້ລົງທຶນ ໃນມູນຄ່າການລົງທຶນທັງໝົດ 34 ລ້ານ 251 ພັນກວ່າໂດລາສະຫະລັດ, ມີໄລຍະເວລາການສຳປະທານ 5 ປີ ແລະ ເນື້ອທີ່ສໍາປະທານທັງໝົດ 5 ເຮັກຕາ ຕາມຈຸດພິກັດທີ່ກໍານົດໄວ້. ພ້ອມນີ້, ບໍລິສັດຍັງໄດ້ວາງເງິນຄໍ້າປະກັນສັນຍາ 10 ພັນໂດລາສະຫະລັດ ພາຍຫຼັງໝົດສັນຍາ ບໍລິສັດສາມາດຕໍ່ສັນຍາໄດ້ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ ແລະ ກົດໝາຍການລົງທຶນຂອງ ສປປ ລາວ. ບໍລິສັດ ບຸນທະວີຊັບ ພັດທະນາກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ເປັນບໍລິສັດໜຶ່ງດຽວເທົ່ານັ້ນ ທີ່ຊະນະການປະມູນການຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ຢູ່ບ້ານເມືອງລຽດ, ໃນໄລຍະຜ່ານມາ ບໍລິສັດກໍໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດ ເວົ້າສະເພາະແມ່ນ ຢູ່ແຂວງຫົວພັນ. ນອກນີ້, ບໍລິສັດຍັງຕ້ອງໄດ້ປະຕິບັດພັນທະອາກອນໃຫ້ແຂວງຫົວພັນ ຕາມລະບຽບ ແລະ ກົດໝາຍຢ່າງຄົບຖ້ວນ ເຊັ່ນ: ບໍລິສັດເຫັນດີຈ່າຍຄ່າສຳປະທານເນື້ອທີ່ດິນ, ຄ່າຊັບພະຍາກອນທຳມະຊາດ, ປະກອບສ່ວນມອບທຶນປົກປັກຮັກສາສິ່ງແວດລ້ອມ, ທຶນຄຸ້ມຄອງໂຄງການ ແລະ ອື່ນໆ ເຊິ່ງໂຄງການນີ້ຈະໄດ້ຈັດຕັ້ງປະຕິບັດເລີ່ມແຕ່ມື້ເຊັນສັນຍາເປັນຕົ້ນໄປ ແລະ ດຳເນີນໄປຈົນກວ່າຄົບສັນຍາທີ່ກຳນົດໄວ້ໃນລະບຽບການ.

ຈຸດປະສົງເພື່ອໃຫ້ການນໍາໃຊ້ຊັບພະຍາກອນທຳມະຊາດໃນພື້ນດິນ ຖືກຂຸດຄົ້ນອອກມານໍາໃຊ້ໃຫ້ເປັນປະໂຫຍດອັນສູງສຸດ ເປັນຕົ້ນແມ່ນນໍາເອົາຫີນອ່ອນປາໂກໄດ ມາປະດິດເປັນເຄື່ອງຮັບໃຊ້, ເຄື່ອງປະດັບ ຫຼື ຂອງທີ່ລະນຶກ, ເປັນຜະລິດຕະພັນສຳເລັດຮູບ ແລະ ເຄິ່ງສຳເລັດຮູບທີ່ສາມາດຮັບຮອງດ້ານຄຸນນະພາບ ແລະ ປະລິມານ ສາມາດສະໜອງໃຫ້ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນລະດັບໃດໜຶ່ງ ໃນລາຄາທີ່ເໝາະສົມກັບເງື່ອນໄຂຕົວຈິງ.

[ ຂ່າວ: ອາລຸນໄຊ ]