ອີກແລ້ວ ຊາວສະຫວັນນະເຂດ!! 3 ກັນຍານີ້ ພາຍຸເຂົ້າ

83

ສະພາບນໍ້າຖ້ວມຂັງ ທີ່ໄດ້ຮັບອິດທິພົນຈາກພາຍຸໂພດູ ຍັງບໍ່ທັນເຫືອດແຫ້ງ, ຊາວສະຫວັນນະເຂດຕ້ອງຮັບມືກັບພາຍຸຫົວໃໝ່ດີເປຼ່ຊັນ ທີ່ຈະພັດຜ່ານໃນວັນທີ 3 ກັນຍາ 2019 ນີ້ອີກ, ສະນັ້ນ, ຂໍໃຫ້ພໍ່ແມ່ພີ່ນ້ອງຈົ່ງມີສະຕິເຝົ້າລະວັງ ແລະ ກະກຽມເຄື່ອນຍ້າຍສິ່ງຂອງທີ່ມີຄ່າຂຶ້ນໄປບ່ອນສູງ ແລະ ປອດໄພ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍຈາກໄພພິບັດທີ່ອາດຈະເກີດຂຶ້ນ.


ວັນທີ 2 ກັນຍາ 2019ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກແຈ້ງເຕືອນໄພາຍຸ ໃນລະຫວ່າງວັນທີ 2-6 ກັນຍາ 2019 ໂດຍລະບຸວ່າ: ເນື່ອງຈາກວ່າ ໄດ້ມີຝົນຕົກຕິດຕໍ່ກັນຫຼາຍວັນ ໃນໄລຍະຜ່ານມາ, ພ້ອມດຽວກັນນີ້ ໃນຕອນເຊົ້າເວລາ 11 ໂມງ ຂອງວັນທີ 2 ກັນຍາ 2019 ພາຍຸ ດີເປຼຊັນ ມີຈຸດໃຈກາງຢູ່ເສັ້ນຂະໜານທີ 18,5 ອົງສາເໜືອ ແລະ ເສັ້ນແວງ 110,3 ອົງສາຕາເວັນອອກ ພວມເຄື່ອນທີ່ພັດຜ່ານເກາະໄຮໜໍາ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກຳລັງແຮງຂຶ້ນ ກາຍເປັນພາຍຸເຂດຮ້ອນ ໃນຄໍ່າຄືນຂອງມື້ນີ້. ພ້ອມທັງສືບຕໍ່ເຄື່ອນທີ່ຂຶ້ນຝັ່ງເຂດແຂວງກວາງຈິ ສສ ຫວຽດນາມ.

ຈາກນັ້ນ, ຈະສືບຕໍ່ພັດຜ່ານແຂວງ ສະຫວັນນະເຂດ ໃນຕອນເຊົ້າຂອງວັນທີ 3 ກັນຍາ 2019 ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ເປັນບໍລິເວນກວ້າງ ຢູ່ບັນດາແຂວງພາກກາງລົງຫາພາກໃຕ້ ແລະ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນໄລຍະວັນທີ 2-6 ກັນຍາ 2019ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງພໍ່ແມ່ປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ ແລະ ລົມພັດແຮງ, ພ້ອມນີ້, ຂໍໃຫ້ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.