ສະພາປະຊາຊົນແຂວງໄຊສົມບູນ ຮັບຮອງເອົາການແຕ່ງຕັ້ງການນໍາ 3 ຕຳແໜ່ງ

84

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 29 ສິງຫາ 2019 ນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງ, ມີ ທ່ານ ຄຳແດງ ສີລາວົງ ແລະ ທ່ານ ພັນໂທ ວິໄຊທໍ່ ເພຍຫຼວງຈົ່ງເສີ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ 18, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ພົນຕີ ຄຳລຽງ   ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພະແນກການ, ອົງການ – ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.

ຕະຫຼອດໄລຍະການດຳເນີນກອງປະຊຸມ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງມີເຫດຜົນ, ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ. ພ້ອມນີ້, ກອງປະຊຸມໄດ້ມີ ຄວາມເປັນເອກະພາບສູງໃນການພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສຳຄັນຕ່າງໆ ທີ່ໄດ້ນຳເຂົ້າມາພິຈາລະນາໃນກອງປະຊຸມ ເປັນຕົ້ນແມ່ນD

1). ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ແດງ ປະທຸມທອງ ຫົວໜ້າຫ້ອງວ່າການແຂວງຂຶ້ນເປັນຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊສົມບູນ.

2). ພິຈາລະນາ ແລະ ຮັບຮອງເອົາ ທ່ານ ສົມບູນ ສອນລິດທິເດດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຂຶ້ນເປັນຫົວໜ້າຫ້ອງວ່າການແຂວງ.

3). ພິຈາລະນາຮັບຮອງເອົາ ທ່ານ ຢົງຢີ ລີເຍ່ຍວື ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ຂຶ້ນເປັນຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ.

ທັງນີ້, ກໍເພື່ອຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຕໍ່ໜ້າທີ່ການເມືອງຂອງພັກເວົ້າລວມ, ເວົ້າສະເພາະກໍຄືແຂວງໄຊສົມບູນ ທັງສະເພາະໜ້າ ແລະ ຍາວນານ ເຊິ່ງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ I ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ໃນທີ່ປະຊຸມ, ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງ ໄດ້ກ່າວບາງຕອນສໍາຄັນວ່າ: ສະພາປະຊາຊົນ    ແຂວງ ໄດ້ຮຽກຮ້ອງມາຍັງຄະນະປະຈຳສະພາ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 18 ແລະ ອົງການປົກຄອງແຂວງ ໂດຍສະເພາະບັນດາບຸກຄະລາກອນທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍສະຕິປັນຍາຂອງຕົນຕໍ່ໜ້າທີ່ວຽກງານທີ່ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສຳເລັດ, ມີນໍ້າໃຈເສຍສະຫຼະ, ມີຄວາມຮັບຜິດຊອບສູງ ພ້ອມກັນຊີ້ນຳ – ນຳພາຂະແໜງການທຸກຂັ້ນຂອງຕົນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດ ເພື່ອເຮັດໃຫ້ການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊສົມບູນ ໃຫ້ມັ່ງຄັ່ງເຂັ້ມແຂງ ແລະ ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ກອງປະຊຸມດັ່ງກ່າວຈັດຂຶ້ນເປັນເວລາເຄິ່ງມື້ ຢູ່ທີ່ສະໂມສອນເມືອງອານຸວົງ ແຂວງໄຊສົມບູນ.

[ ຂ່າວ: ສົມສະຫວິນ, ຮູບ: ຈິນລະວອນ ]