ເກາະບາຮາມາສ ຮັບມືພາຍຸເຮີຣິເຄນໂດຣຽນ 295 ກິໂລແມັດຕໍ່ຊົ່ວໂມງ

49

ພາຍຸເຮີຣິເຄນໂດຣຽນ ຄວາມຮຸນແຮງ ລະດັບ 5 ພັດຜ່ານເຂົ້າປະເທດໝູ່ເກາະບາຮາມາສ ເຊິ່ງຮຸນແຮງທີ່ສຸດເປັນອັນດັບ 2 ຂອງພາຍຸຈາກມະຫາສະໝຸດແອັດແລນຕິກ ເທົ່າທີ່ເຄີຍບັນທຶກໄວ້ ເມື່ອວັນອາທິດ ແລະ ເຄື່ອນທີ່ເຂົ້າແຜ່ນດິນໃຫຍ່ຂອງອາເມຣິກາ  ທິດຕາເວັນອອກສຽງໃຕ້ ສົ່ງຜົນໃຫ້ທາງການລັດຟລໍຣິດາ, ລັດຈໍເຈຍ ແລະ ລັດນັອດ-ເຊົາແຄໂຣໄລນາ ອົບພະຍົບປະຊາຊົນໃນຫຼາຍພື້ນທີ່.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງໄມອາມີ ປະເທດສະຫະລັດ ອາເມຣິກາ ເມື່ອວັນທີ 1 ກັນຍາ ວ່າ ສູນພາຍຸເຮີຣິເຄນແຫ່ງຊາດສະຫະລັດ ຫຼື (NHC: national hurricane center) ໃນເມືອງໄມອາມີ ລັດຟລໍຣິດາ ປະກາດວ່າ ພາຍຸເຮີຣິເຄນໂດຣຽນ ພັດຜ່ານເຂົ້າຝັ່ງໝູ່ເກາະອາບາໂກ ທາງທິດເໜືອຂອງບາຮາມາສ ດ້ວຍຄວາມໄວລົມໃກ້ຈຸດສູນກາງ 295 ກິໂລແມັດຕໍ່ຊົ່ວໂມງ ແລະ ແຮງລົມ ຫຼາຍກວ່າ 354 ກິໂລແມັດຕໍ່ຊົ່ວໂມງ ເມື່ອເວລາ 16:45 ໂມງ ຂອງວັນອາທິດ ຕາມມາດຕະຖານເວລາສາກົນ.

ในภาพอาจจะมี 2 คน, คนที่ยิ้ม, ผู้คนกำลังนั่ง, รองเท้า, เด็ก, แถบ, สถานที่กลางแจ้ง และน้ำ

ในภาพอาจจะมี 1 คน, กำลังยืน, เด็ก, ท้องฟ้า, สถานที่กลางแจ้ง และน้ำ

ເຈົ້າໜ້າທີ່ເອັນເອັດຈ໌ຊີ ກ່າວວ່າ ປະຊາຊົນທີ່ອາໄສຢູ່ໃນທິດທາງພັດຜ່ານຂອງພາຍຸໂດຣຽນ ຕ້ອງອົບພະຍົບຊອກຫາສະຖານທີ່ຫຼົບໄພໂດຍດ່ວນ ພ້ອມຍັງຄາດການວ່າ ອາດເກີດຄື້ນທະເລສູງ 6 – 8 ແມັດ ສ່ວນສະຖານີວິທະຍຸທ້ອງຖິ່ນໃນເມືອງບາຮາມາສ ລາຍງານວ່າ ໄດ້ຮັບການຂໍຄວາມຊ່ວຍເຫຼືອຈາກປະຊາຊົນ ຫຼັງຖືກກະແສລົມພັດຈົນຫຼັງຄາຂອງໂຮງແຮມໄອສ໌ແລນ ບຣິຊ ປິວຫຼຸດອອກ ໃນໝູ່ເກາະອາບາໂກ ເມື່ອເວລາ 10:00 ໂມງ ຂອງວັນອາທິດຕາມເວລາທ້ອງຖິ່ນ.

ในภาพอาจจะมี 1 คน, รองเท้า และสถานที่กลางแจ้ง

ในภาพอาจจะมี ท้องฟ้า, เมฆ, ต้นไม้, ต้นพืช, สถานที่กลางแจ้ง และธรรมชาติ
ປະຊາຊົນຫຼາຍລ້ານຄົນທີ່ອາໄສຢູ່ໃນພື້ນທີ່ລຽບຕາມແລວຊາຍຝັ່ງທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ ຕັ້ງແຕ່ລັດຟລໍຣິດາ ຂຶ້ນໄປ ຈົນຮອດລັດແຄ່ໂຣໄລນາ ໄດ້ຮັບຄຳແນະນຳໃຫ້ອົບພະຍົບອອກຈາກບ້ານເຮືອນ ເພື່ອໄປຢູ່ສູນພັກເຊົາຂອງທາງການຊົ່ວຄາວ ກ່ອນທີ່ພາຍຸເຮີຣິເຄນໂດຣຽນຈະພັດເຂົ້າຝັ່ງ ເຊິ່ງຈະເຮັດໃຫ້ເກີດກະແສລົມແຮງ, ຝົນຕົກໜັກ ແລະ ນ້ຳຖ້ວມກະທັນຫັນ.

ในภาพอาจจะมี ท้องฟ้า, ต้นไม้, เมฆ, ต้นพืช, สถานที่กลางแจ้ง และธรรมชาติ

ในภาพอาจจะมี 2 คน

ເຈົ້າໜ້າທີ່ ເອັນເອັດຈ໌ຊີ ກ່າວອີກວ່າ ດ້ວຍຄວາມໄວລົມໃກ້ຈຸດສູນກາງ 295 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ໂດຣຽນ ເປັນພາຍຸເຮີຣິເຄນຈາກມະຫາສະໝຸດແອັດແລນຕິກ ທີ່ມີຄວາມຮຸນແຮງທີ່ສຸດ ເປັນອັນດັບ 2 ທີ່ເຄີຍມີການບັນທຶກໄວ້ ທຽບເທົ່າກັບພາຍຸເຮີຣິເຄນກິລເບີດ ເມື່ອປີ 1988, ພາຍຸວິລມາ ເມື່ອປີ 2005 ແລະ ພາຍຸເລເບີ ເດ ເມື່ອປີ 1935. ສ່ວນອັນດັບ 1 ແມ່ນພາຍຸເຮີຣິເຄນ ອັລເລນ ເມື່ອປີ 1980 ດ້ວຍຄວາມໄວລົມໃກ້ຈຸດສູນກາງ 305 ກິໂລແມັດຕໍ່ຊົ່ວໂມງ.