ໂຮງຮຽນ ແລະ ສຸກສາລາເຂດເມືອງແປກ ໄດ້ຊົມໃຊ້ນ້ຳລິນແລ້ວ

124

ໂຄງການກໍ່ສ້າງປັບປຸງສຸຂະນາໄມ ( ນ້ຳລິນ ) ໃຫ້ກັບໂຮງຮຽນ ແລະ ສຸກສາລາຢູ່ເມືອງແປກ ແຂວງຊຽງຂວາງ ມູນຄ່າ 200 ກວ່າລ້ານກີບ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານອົສຕຣາລີ ມູນຄ່າ 100 ກວ່າລ້ານກີບ ແລະ ທຶນສົມທົບຈາກຊາວບ້ານຈຳນວນໜຶ່ງ ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ເດືອນມີນາ 2019 ຕົກມາຮອດວັນທີ 28 ສິງຫາຜ່ານມາ ໄດ້ມີພິທີມອບ – ຮັບໂຄງການດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຄວນ ພົນເສນາ ກຳມະການພັກເມືອງ ຫົວໜ້າຫ້ອງການແນວໂຮມເມືອງແປກ, ມີທ່ານ ບຸນປອນ ພິມມະຈັກ ຜູ້ຮັບເໝົາໂຄງການກໍ່ສ້າງ, ມີພະນັກງານຫ້ອງການອ້ອມຂ້າງເມືອງແປກ, ຄູ – ອາຈານສອນ, ອຳນາດການປົກຄອງບ້ານເຂດຄັງວຽງ ເຂົ້າຮ່ວມ 60 ກວ່າຄົນ.

ທ່ານ ບຸນປອນ ພິມມະຈັກ ໄດ້ຜ່ານບົດສະຫຼຸບຜົນສຳເລັດໂຄງການກໍ່ສ້າງນໍ້າລິນ ວ່າ: ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນມີນາ ຫາ ສິງຫາ 2019 ເປັນເວລາ 5 ເດືອນຈຶ່ງສຳເລັດ ລວມມູນຄ່າການກໍ່ສ້າງທັງໝົດ 257,61 ລ້ານກີບ. ໃນນັ້ນ, ທຶນຊ່ວຍເຫຼືອຂອງລັດຖະບານອົສ ຕຣາລີ 20,871 ໂດລາ ຫຼື 170 ກວ່າລ້ານກີບ, ທຶນສົມທົບຈາກຊາວບ້ານ ແລະ ຄູ – ອາຈານ 79,5 ລ້ານກີບ, ໂຄງການນໍ້າລິນດັ່ງກ່າວໄດ້ສ້າງຜົນປະໂຫຍດ ແລະ ອໍານວຍ ຄວາມສະດວກໃຫ້ແກ່ຄູ – ອາຈານ, ນັກຮຽນ ແລະ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງໄດ້ຊົມໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ ເຊັ່ນ: ໂຮງຮຽນ ມສ ອິນແປງ, ປະຖົມອິນແປງ, ອະນຸບານອິນແປງ, ສຸກສາລາຄັງວຽງ ແລະ ຊາວບ້ານຄັງວຽງຈຳນວນໜຶ່ງ.

ທ່ານ ບຸນປອນ ພິມມະຈັກ ຍັງລາຍງານໃຫ້ຮູ້ຕື່ມອີກວ່າ: ການກໍ່ສ້າງໂຄງການນໍ້າລິນຄັ້ງນີ້ກໍມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ    ຄື້: ຂໍ້ສະດວກແມ່ນຄູ – ອາຈານ, ນັກຮຽນ ແລະ ອຳນາດການປົກຄອງບ້ານໃຫ້ຄວາມຮ່ວມມືໃກ້ຊິດຕິດແທດ; ຂໍ້ຫຍຸ້ງຍາກ ແມ່ນສະພາບດິນຟ້າອາກາດບໍ່ອຳນວຍ ມີຝົນຕົກຫຼາຍ. ແຕ່ເຖິງຢ່າງໃດກໍຕາມ, ທາງໂຄງການກໍໄດ້ສຸມຈິດສຸມໃຈໃສ່ໃນການກໍ່ສ້າງດ້ວຍຄວາມອົດທົນພະຍາຍາມຈົນສໍາເລັດຕາມເປົ້າໝາຍ. ຈາກນັ້ນ, ທາງໂຄງການກໍ່ສ້າງກໍໄດ້ມອບຕໍ່ໃຫ້ເຈົ້າຂອງໂຄງການ ແລະ ເຈົ້າຂອງໂຄງການກໍໄດ້ມອບຕໍ່ໃຫ້ຊຸມຊົນໄດ້ຊົມໃຊ້ເປັນທາງການ.

ໂອກາດນີ້, ທ່ານ ສົມຄວນ ພົນເສນາ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງນໍາລັດຖະບານອົສຕຣາລີ ທີ່ໄດ້ເອື້ອອໍານວຍງົບປະມານອັນຫຼວງຫຼາຍໃນການຊ່ວຍເຫຼືອກໍ່ສ້າງນໍ້າລິນໃຫ້ຊຸມຊົນກຸ່ມເປົ້າໝາຍໃນເຂດຄັງວຽງຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈນໍາຜູ້ປະສານງານໂຄງການທີ່ຊ່ວຍຊອກຫາແຫຼ່ງທຶນມາພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍສະເພາະໂຮງຮຽນ, ສຸກສາລາ ແລະ ປະຊາຊົນອ້ອມຂ້າງເຂດດັ່ງກ່າວ ເປັນຕົ້ນ: ນໍ້າກິນ, ນໍ້າໃຊ້ ເພື່ອໃຫ້ເຂົາເຈົ້າໄດ້ຊົມໃຊ້ນໍ້າທີ່ສະອາດ ແລະ ສົ່ງຜົນດີຕໍ່ສຸຂະພາບການດໍາລົງຊີວິດປະຈໍາວັນ, ທ່ານຍັງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງມີຄວາມຮັບຜິດຊອບ ນໍາໃຊ້ນ້ຳຢ່າງປະຢັດ, ປົກປັກຮັກສາອ່າງ ແລະ ອຸປະກອນຕ່າງໆໃຫ້ຢູ່ໃນສະພາບປົກກະຕິ ເພື່ອໃຫ້ນໍາໃຊ້ໄດ້ຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.

( ໂດຍ: ໄຊຍະພອນ ສກມ ແປກ )