ລັດຖະມົນຕີ ອຄ ຊີ້ນຳແຂວງອັດຕະປື ເອົາໃຈໃສ່ສົ່ງເສີມການຜະລິດໃຫ້ເພີ່ມຂຶ້ນ

74

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃນອາທິດຜ່ານມາ ໂດຍທ່ານໄດ້ຊີ້ນຳໃຫ້ການຄ້າພາຍໃນແຂວງ ເອົາໃຈໃສ່ສົ່ງເສີມປະຊາຊົນຜະລິດສິນຄ້າເພີ່ມຂຶ້ນ ແລະ ໃຫ້ເປັນທີ່ຍອມຮັບຂອງຕະຫຼາດ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ແກ້ໄຂບັນຫາການດຳເນີນທຸລະກິດໄມ້ຜິດກົດໝາຍໃຫ້ໝົດໄປ.

ທ່ານ ຄໍາຫວັນ ຈັນທະໂຄດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ການຄ້າ ໃນໄລຍະຜ່ານມາ ວ່າ: ໃນ 6 ເດືອນຕົ້ນປີໃຫ້ເກັບລາຍຮັບໄດ້ 1,28 ຕື້ ກວ່າກີບ ແລະ ຄາດຄະເນ 6 ເດືອນທ້າຍປີ ຈະປະຕິບັດໃຫ້ໄດ້ 2,65 ຕື້ກວ່າກີບ. ສ່ວນວຽກງານການຄ້າພາຍໃນສາມາດເຂົ້າທໍາລາຍສິນຄ້າເກືອດຫ້າມ, ສິນຄ້ານອກລະບົບ, ສິນຄ້າບໍ່ເສຍພາສີນໍາເຂົ້າ ແລະ ສິນຄ້າເສື່ອມຄຸນທີ່ເມືອງໄຊເສດຖາ ມູນຄ່າ 10.000.400 ກີບ ແລະ ໄດ້ລົງກວດສິນຄ້າດັ່ງກ່າວຢູ່ເມືອງສາມັກຄີໄຊ ແລະ ເມືອງໄຊເສດຖາ ເປັນຕົ້ນ: ເຂົ້າໜົມ, ນົມກ່ອງ, ນົມຝຸ່ນ, ໝີ່, ນໍ້າຫວານ, ຢາສູບ ແລະ ອື່ນໆ ລວມມູນຄ່າ 3.234.000 ກີບ ແລະ ໄດ້ກັກຢຶດສິນຄ້າປະເພດຕ່າງໆ ພາຍໃນ 5 ຕົວເມືອງໃນຈໍານວນ 119 ອັນ/ກ່ອງ ລວມມູນຄ່າ 11,9 ລ້ານກີບ, ສິນຄ້າດັ່ງກ່າວແມ່ນໄດ້ທໍາລາຍໃນເດືອນກໍລະກົດທີ່ຜ່ານມາ.

ດ້ານການນໍາເຂົ້າ – ສົ່ງອອກ ເຫັນວ່າມີທ່າອ່ຽງດີຂຶ້ນ ເຊິ່ງຕົວເລກປະຕິບັດໄດ້ທັງໝົດ 56,41 ລ້ານໂດລາ ກວມເອົາ 43,65% ສໍາລັບການພັດທະນາ ແລະ ການຈັດຕັ້ງປະຕິບັດວຽກງານຂະແໜງອຸດສາຫະກຳ ແລະ ຫັດຖະກໍາໃນໄລຍະເດືອນກໍລະກົດຜ່ານມາ ເຫັນວ່າມີການຂະຫຍາຍຕົວໄວຕໍ່ເນື່ອງ ເຊິ່ງສະແດງອອກຕົວເລກການຜະລິດ ແລະ ຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດພາຍໃນເດືອນກໍລະກົດ ສາມາດປະຕິບັດໄດ້ 397,19 ຕື້ກວ່າກີບ.

ປັດຈຸບັນທົ່ວແຂວງມີໂຮງງານທັງໝົດ 36 ຫົວໜ່ວຍ. ໃນນັ້ນ, ໂຮງງານທີ່ມີການປັບປຸງ ແລະ ດັດສົມຕາມຄໍາສັ່ງເລກທີ       15/ນຍ ແລະ ສາມາດຜະລິດເປັນຜະລິດຕະພັນສໍາເລັດຮູບ ມີ 29 ຫົວໜ່ວຍ, ອຸດສາຫະກຳປຸງແຕ່ງ, ຫັດຖະກຳອື່ນໆມີທ່າອ່ຽງເພີ່ມຂຶ້ນ, ໂຮງງານປຸງແຕ່ງໄມ້ນັບມື້ຫຼຸດລົງ, ໄດ້ລຶບລ້າງໄປນໍາ ແລະ ຢຸດເຊົາເອງໃນຕົວ. ນອກນີ້, ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງ 15/ນຍ ຢ່າງເຂັ້ມງວດ ແລະ ໄດ້ເຜີຍແຜ່ເຊື່ອມຊຶມໃຫ້ຄະນະສະເພາະກິດຜັນຂະຫຍາຍໃຫ້ພະນັກງານ, ປະຊາຊົນ, ນັກທຸລະກິດຮັບຮູ້ ແລະ ຈັດຕັ້ງປະຕິບັດນິຕິກຳລຸ່ມຄໍາສັ່ງ 15/ນຍ ເປັນຕົ້ນກວດກາ, ແກ້ໄຂການດຳເນີນທຸລະກິດໄມ້ຜິດກົດໝາຍ ຕິດພັນກັບການຄຸ້ມຄອງໂຮງງານ, ການປັບປຸງດັດສົມໂຮງງານ, ການປຸງແຕ່ງ, ການສົ່ງອອກຜະລິດຕະພັນໄມ້ໃຫ້ຖືກຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຮັດກຸມ. ພ້ອມນີ້, ຍັງມີວຽກງານອື່ນໆນຳ.

ໃນໂອກາດດັ່ງກ່າວ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໂອ້ລົມໃຫ້ທິດຊີ້ນໍາພະນັກງານການນຳພະແນກອຸດສາຫະກໍາ ແລະ ການຄ້າ ຈົ່ງຕັ້ງໜ້າປະຕິບັດຄໍາສັ່ງເລກທີ 15/ນຍ ໃຫ້ເຂັ້ມງວດ, ເພື່ອແກ້ໄຂການດຳເນີນທຸລະກິດໄມ້ຜິດກົດໝາຍໃຫ້ຫຼຸດລົງ ຫຼື ບໍ່ໃຫ້ມີເລີຍຍິ່ງເປັນການດີທີ່ສຸດ, ຮຽກຮ້ອງໃຫ້ສືບຕໍ່ອໍານວຍຄວາມສະດວກທາງດ້ານການຄ້າ – ການບໍລິການອື່ນໆ ໃຫ້ມີຄວາມແກ່ງແຍ່ງແຂ່ງຂັນທຽບທັນກັບຊາດອື່ນ, ເອົາໃຈໃສ່ລະດົມນັກທຸລະກິດພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນແຂວງຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ, ເອົາໃຈໃສ່ປຸກລະດົມນັກທຸລະກິດ, ຜູ້ປະກອບການເພື່ອສົ່ງເສີມການຜະລິດເປັນສິນຄ້າເພີ່ມຂຶ້ນ ແລະ ເປັນທີ່ຍອມຮັບ ແລະ ມີ ຄວາມຕ້ອງການຂອງຕະຫຼາດຫຼາຍຂຶ້ນ.

[ ໂດຍ: ມະນີວອນ ]