ພັດທະນາເຕັກນິກການຜະລິດກະສິກຳຢູ່ຫຼວງນ້ຳທາ

63

ທ້າຍອາທິດຜ່ານມາ ຢູ່ທີ່ສູນຄົ້ນຄວ້າກະສິກຳຫຼວງນ້ຳທາ ໄດ້ເຊັນສັນຍາຮ່ວມມື ວ່າດ້ວຍການຄົ້ນຄວ້າ ແລະ ພັດທະນາເຕັກນິກການຜະລິດກະສິກຳ ລະຫວ່າງທ່ານ ປະດິດ ຈັນທະນຸວົງ ຫົວໜ້າສູນຄົ້ນຄວ້າເຕັກນິກການຜະລິດກະສິກຳຫຼວງນ້ຳທາ ກັບ ທ່ານ ນາງ ສີມອນ ແກ້ວວົງເພັດ ປະທານ ກຸ່ມບໍລິສັດ ສີມອນ ພັດທະນາກະສິກຳ ຂາເຂົ້າ – ຂາອອກ ຈຳກັດ ເຂົ້າຮ່ວມມີ ທ່ານ ໄຊສົງຄາມ ພິມມະສອນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ທອງໄຊ      ອາດຜາສຸກ ຮອງເຈົ້າເມືອງຫຼວງນ້ຳທາ.

ໃນພິທີ ທ່ານ ສຸກັນ ແກ້ວໜູຈັນ ຫົວໜ້າພະແນກແຜນການ ແລະ ການຮ່ວມມືຂອງສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຜ່ານບົດສັນຍາຮ່ວມມື ວ່າດ້ວຍການຄົ້ນຄວ້າ ແລະ ພັດທະນາເຕັກນິກການຜະລິດກະສິກຳ ບົດສັນຍາໄດ້ຮັບການຕົກລົງເຫັນດີຮ່ວມກັນໃນການຄົ້ນຄວ້າ ແລະ ພັດທະນາເຕັກນິກການຜະລິດກະສິກຳ, ກະສິກຳສະອາດ ( ພືດຜັກ, ເຂົ້າ ແລະ ໄມ້ກິນໝາກ ) ເຊິ່ງບໍ່ແມ່ນການເຊົ່າ ຫຼື ສຳປະທານ ໂດຍທັງສອງຝ່າຍມີໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່ກົດໝາຍເທົ່າທຽມກັນ ບົນພື້ນຖານມີປະໂຫຍດຮ່ວມກັນຢ່າງຍຸຕິທຳ ເພື່ອຍົກລະດັບການຜະລິດໃຫ້ສົມຄູ່ກັບຄວາມອາດສາມາດ ແລະ ທ່າແຮງຂອງພື້ນຖານວັດຖຸເຕັກນິກທີ່ມີໃນປັດຈຸບັນ ໂຄງການດັ່ງກ່າວມີມູນຄ່າການລົງທຶນທັງໝົດ 1,24 ຕື້ກວ່າກີບ ອາຍຸສັນຍາ      5 ປີ.

[ ຂ່າວ: ນ ຟອງຄຳ ແກ່ວນແສນຄຸນ ]