ລາຄາເຂົ້າປີນີ້ສູງເກືອບທົບເຄິ່ງປີຜ່ານມາ

105

ສະຖິຕິລາຄາເຂົ້າທີ່ຂາຍໃນເດືອນສິງຫາ – ກັນຍາ ແມ່ນຈະສູງທີ່ສຸດໃນຮອບປີ ເຊິ່ງເປັນໄລຍະຂ້າມຜ່ານລະຫວ່າງເຂົ້ານາແຊງ ແລະ ເຂົ້ານາປີ. ສໍາລັບລາຄາເຂົ້າປີນີ້ເຫັນວ່າມີການເໜັງຕີງຂຶ້ນແຮງ ທຽບໃສ່ປີຜ່ານມາແມ່ນສູງຂຶ້ນເກືອບທົບເຄິ່ງ.

ລາຄາເຂົ້າສານໜຽວທີ່ຂາຍໃນວັນທີ 30 ສິງຫາ 2019 ຂໍ້ມູນຂາຍໜ້າໂຮງສີ 8 ພັນກີບຕໍ່ກິໂລ ຢູ່ໜ້າຮ້ານ 9 ພັນກວ່າກີບຕໍ່ກິໂລ, ສ່ວນເຂົ້າຈ້າວ ຂາຍໜ້າໂຮງສີ 9 ພັນກີບຕໍ່ກິໂລ ຂາຍໜ້າຮ້ານ 10 ພັນກີບຕໍ່ກິໂລ, ເຂົ້າໄກ່ນ້ອຍ ຄອງແຊັມລາຄາເຂົ້າສູງສຸດ ຂາຍໜ້າຮ້ານ 12.500 ກີບຕໍ່ກິໂລ ທ່າອ່ຽງລາຄາເຂົ້າຈະຜ່ອນຄາຍລົງ ຫຼັງຈາກເຂົ້າໄຮ່ ແລະ ນາປີໃຫ້ຜົນຜະລິດ.

ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນເຂົ້າທີ່ຂາຍໃນແຂວງຄໍາມ່ວນ ແມ່ນຂາດຕະຫຼາດເຊິ່ງສົ່ງຜົນເຮັດໃຫ້ລາຄາເຂົ້າມີການເໜັງຕີງຂຶ້ນ ເຊິ່ງໄດ້ນໍາເຂົ້າມາແຕ່ປະເທດຫວຽດນາມ ປະມານ 1 ພັນໂຕນ ເພື່ອເຂົ້າມາຈໍາໜ່າຍ.

ທ່ານກ່າວອີກວ່າ: ເຂົ້າທີ່ນໍາມາແຕ່ ຫວຽດນາມ ແມ່ນເຂົ້າຈ້າວຄຸນນະພາບ ແລະ ລາຄາແມ່ນຕ່ຳກວ່າເຂົ້າລາວ. ຢ່າງໃດກໍຕາມ, ອີງຕາມສະພາບລາຄາເຂົ້າມີການເໜັງຕີງຂຶ້ນ ເຈົ້າໜ້າທີ່ການຄ້າກໍໄດ້ມີໜ່ວຍສະເພາະກິດລົງຕິດຕາມໃນທ້ອງຕະຫຼາດ, ບັນດາຮ້ານຄ້າທົ່ວໄປເພື່ອຕິດຕາມ, ວິໄຈການຂຶ້ນລົງລາຄາ ບໍ່ໃຫ້ມີການສວຍໂອກາດປັບຂຶ້ນລາຄາສິນຄ້າຕາມລໍາພັງໃຈ. ພ້ອມດຽວກັນ, ກໍສົມທົບກັບຂະແໜງກະສິກໍາ ລົງໃກ້ຊິດກັບຜູ້ປະກອບການເພື່ອແນະນໍາ ຕິດຕາມ ການຄິດໄລ່ໂຄງປະກອບລາຄາສິນຄ້າບໍ່ໃຫ້ມີການປັບຂຶ້ນລາຄາສິນຄ້າຕາມລໍາພັງໃຈ.

ທ່ານ ບຸນມີ ຄໍາມະນີ ສະມາຊິກກຸ່ມໂຮງສີເຂົ້າແຂວງຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນການເກັບຊື້ເຂົ້າຈາກປະຊາຊົນ ເຂົ້າເປືອກເຂົ້າໜຽວ 50 ພັນກີບຕໍ່ໝື່ນ, ເຂົ້າຈ້າວ 46 ພັນກີບຕໍ່ໝື່ນ, ສ່ລາຄາຂາຍ 8.400 ກີບຕໍ່ກິໂລເຂົ້າສານ, ສ່ວນເຂົ້າຈ້າວ 9 ພັນກີບຕໍ່ກິໂລ, ລາຄາເຂົ້າໃນປີນີ້ເຫັນວ່າສູງກວ່າໃນໄລຍະດຽວກັນຂອງປີຜ່ານມາ.

ທ່ານ ນາງ ຫຼຽນຄໍາ ລັດດີ ເຈົ້າຂອງໂຮງສີເຂົ້າ ຫຼຽນຄໍາ ໄດ້ກ່າວວ່າ: ປັດຈຸບັນເຂົ້າສານທີ່ຕົນເອງເກັບຊື້ບໍ່ມີ ( ເຂົ້າເປືອກຂາດຕະຫຼາດ ) ກໍເຮັດໃຫ້ລາຄາຖີບຕົວຂຶ້ນສູງ ສະເລ່ຍເຂົ້າເປືອກເຂົ້າໜຽວ 4.800 ກີບຕໍ່ກິໂລ, ເຂົ້າເປືອກເຂົ້າຈ້າວ 5.200 ກີບຕໍ່ກິໂລ ເຊິ່ງເຫັນວ່າເປັນລາຄາທີ່ສູງຫຼາຍຖ້າຊື້ມາປຸງແຕ່ງແລ້ວຂາຍບໍ່ມີກໍາໄລ. ສ່ວນເຂົ້າສານທີ່ຂາຍໜ້າໂຮງສີ ປະເພດເຂົ້າໜຽວ 8 ພັນກີບຕໍ່ກິໂລ, ເຂົ້າຈ້າວ 9 ພັນກີບຕໍ່ກິໂລ.

ທ່ານກ່າວຕື່ມວ່າ: ໃນໄລຍະນີ້ແມ່ນຢຸດການເກັບຊື້ເຂົ້າເປືອກ ເພາະລໍຖ້າເຂົ້າໄຮ່ກໍາລັງຈະໄດ້ເກັບກ່ຽວ ຄາດວ່າໃນທ້າຍເດືອນກັນຍາ ຫຼື ຕົ້ນເດືອນຕຸລາ ກໍຈະສາມາດເກັບກ່ຽວໄດ້ ຄິດວ່າລາຄາເຂົ້າຈະຜ່ອນຄາຍລົງ.

ທີມຂ່າວໄດ້ຕິດຕໍ່ໄປຍັງເຈົ້າຂອງໂຮງສີເຂົ້າ ກາຕາເວັນ ຜະລິດຕະພັນໂອດ໊ອບ ເມືອງນາຊາຍທອງ ຕັ້ງຢູ່ບ້ານແຈ້ງສະ ຫວ່າງ ໃຫ້ຮູ້ວ່າ: ປັດຈຸບັນເຂົ້າໃນສະຕັອກຂອງຕົນຍັງພໍມີຢູ່ ເຊິ່ງໄດ້ຜະລິດອອກມາຈໍາໜ່າຍໃນທ້ອງຕະຫຼາດ, ສ່ວນການເກັບຊື້ເຂົ້າເປືອກເຂົ້າໜຽວແມ່ນ 4 ພັນກີບຕໍ່ກິໂລ, ເຂົ້າຈ້າວ 5 ພັນກີບຕໍ່ກິໂລ; ສໍາລັບລາຄາຂາຍໜ້າໂຮງສີ ເຂົ້າສານໜຽວແມ່ນ 7 ພັນກີບຕໍ່ກິໂລ, ເຂົ້າຈ້າວ 9 ພັນກີບຕໍ່ກິໂລ.

ແມ່ວຽງສຸກ ແມ່ຄ້າຂາຍເຂົ້າຢູ່ຕະຫຼາດຫຼັກ 8 ບ້ານສົມຫວັງ ເມືອງຫາດຊາຍຟອງ ໄດ້ກ່າວວ່າ: ລາຄາເຂົ້າມີການເໜັງຕີງຂຶ້ນໃນໄລຍະນີ້ ເຊິ່ງເປັນໄລຍະເຊື່ອມຕໍ່ລະຫວ່າງທ້າຍຂອງຜົນຜະລິດເຂົ້ານາແຊງ ແລະ ຕົ້ນລະດູຜົນຜະລິດເຂົ້ານາປີ.

ຢ່າງໃດກໍຕາມ, ຖ້າສົມທຽບຂໍ້ມູນການຊື້ – ຂາຍເຂົ້າໃນເດືອນສິງຫາປີນີ້ ສົມທຽບໃສ່ເດືອນສິງຫາປີ 2018 ເຫັນວ່າລາຄາເຂົ້າປີ 2019 ແພງຂຶ້ນເກືອບທົບເຄິ່ງ ຄືລາຄາຂາຍເຂົ້າສານໜຽວລວມໃນເດືອນສິງຫາ 2018 ຢູ່ທີ່ 5.200 ກີບຕໍ່ກິໂລ, ສ່ວນປີນີ້ຂາຍໃນລາຄາ 8 ພັນກີບຕໍ່ກິໂລ.

[ ຂ່າວ: ພຸດຕີ້ – ເອຢິບ ]