Monthly Archives: April, 2021

ຂ່າວດີ! ຈະມີນະໂຍບາຍຜ່ອນຜັນລາຄານ້ຳປະປາໃຫ້ປະຊາຊົນ

ໄຟຟ້າ, ນ້ຳປະປາເປັນປັດໃຈສຳຄັນໃນຊີວິດການເປັນຢູ່ຂອງປະຊາຊົນ ເມື່ອເກີດເຫດໄພພິບັດ ກໍ່ຄືວິກິດໂຄວິດ-19 ທີ່ພວກເຮົາຜະເຊີນຢູ່ໃນປະຈຸບັນນີ້ ທຸກຄົນມີລາຍໄດ້ໜ້ອຍລົງ ແຕ່ຄ່າໃຊ້ຈ່າຍຄືເກົ່າ ຫຼື ເພີ່ມຂຶ້ນ ສະນັ້ນ ພາກລັດກໍ່ຄືກະຊວງໂຍທາທິການ ແລະຂົນສົ່ງ ຈິ່ງເຫັນວ່າຄວນມີນະໂຍບາຍຜ່ອນຜັນລາຄານ້ຳປະປາແກ່ຜູ້ຊົມໃຊ້ເປັນເວລາ 3 ເດືອນ. ໂດຍກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ອອກໜັງສືສະເໜີສະບັບເລກທີ 0 8 6 1 0...

ສຶກສາໄວ້! 5ເຄັດລັບທີ່ໄວໜຸ່ມຄວນຮູ້ ຫາກຢາກປະສົບຄວາມສໍາເລັດກ່ອນອາຍຸ 30ປີ

“ ປະສົບຄວາມສໍາເລັດ “ ເປັນສິ່ງທີ່ຫຼາຍຄົນໃຝ່ຫາ ແລະ ຫວັງທີ່ຈະກ້າວໄປເຖິງຈຸດນັ້ນ ແຕ່ມັນບໍ່ແມ່ນເລື່ອງງ່າຍ, ຜູ້ທີ່ຈະໄປຮອດຈຸດນັ້ນ ຕ້ອງມີຄວາມພະຍາຍາມຫຼາຍພໍ ແລະ ແຂງແກ່ງພໍທີ່ຈະບໍ່ລົ້ມເລີກຄວາມຕັ້ງໃຈຢູ່ກາງທາງເມື່ອພົບອຸປະສັກຕ່າງໆ. ທຸກມື້ນີ້ ໄວລຸ້ນໄຟແຮງ ຜູ້ໂຫຍຫາຄວາມສໍາເລັດແມ່ນມີຫຼາຍ ແຕ່ຜູ້ຈະເຮັດໄດ້ນັ້ນຈະມີຈັກຄົນນັ້ນຂຶ້ນຢູ່ກັບແນວຄິດຈິດໃຈ ຄວາມຮູ້ຄວາມສາມາດ ແລະ ກໍາລັງແຮງຂອງແຕ່ລະຄົນວ່າຈະສາມາດໄປຮອດຈຸດນັ້ນຫຼືບໍ່. ແນວໃດກໍຕາມ ມື້ນີ້ຜູ້ຂຽນມີເຄັດລັບ 5ຂໍ້ ທີ່ຈະພາເຮົາປະສົບຄວາມສໍາເລັດກ່ອນອາຍຸ 30 ລອງນໍາໄປໃຊ້ນໍາກັນເບິ່ງ. - ມີຄວາມຄິດສ້າງສັນ ທ່ານລອງຕັ້ງບັນຫາເບິ່ງວ່າຈະເຮັດແນວໃດໃຫ້ສິ່ງທີ່ເຮົາເຮັດຢູ່...

ສະເພາະກິດດ້ານເສດຖະກິດ ເລັ່ງຄົ້ນຄວ້ານະໂຍບາຍແກ້ໄຂຜົນກະທົບ​ດ້ານ​ເສດ​ຖະ​ກິດ ຈ​າກ​ໂຄວິດ-19

ສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະ ບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ໄດ້ຈັດກອງປະຊຸມທາງໄກ ເພື່ອກະກຽມແກ້ໄຂຜົນ ກະທົບໃນຮອບໃໝ່ ໂດຍໄດ້ເລັ່ງທົບທວນຄືນບາງມາດຕະການ ແລະ ນະໂຍບາຍແກ້ໄຂຜົນກະທົບ ການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ປຶກສາວຽກງານຈຸດສຸມເພື່ອແກ້ໄຂຜົນກະທົບດັ່ງກ່າວ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ເມສາຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ...

ອິນເດຍ ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈາກໂຄວິດ-19 ສູງຕໍ່ເນື່ອງ

ສະຖິຕິຜູ້ປ່ວຍ ແລະ ເສຍຊີວິດຈາກໂຄວິດ-19 ໃນປະເທດອິນເດຍ ຍັງສູງຕໍ່ເນື່ອງ ຂະນະທີ່ ຫຼາຍພາກສ່ວນເຝົ້າລະວັງກ່ຽວກັບການເລືອກຕັ້ງທ້ອງຖິ່ນ ໃນລັດເບງກອລຕາເວັນຕົກ ຈະກາຍເປັນບ່ອນແຜ່ເຊື້ອກຸ່ມໃໝ່ ຫຼື ບໍ່?. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພະຫັດ ທີ 29 ເມສາ ວ່າ ກະຊວງສາທາລະນະສຸກອິນເດຍໄດ້ລາຍງານສະຖິຕິໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ ຢືນຢັນຜູ້ຕິດເຊື້ອໃໝ່ 379.257...

ຈີນ ສົ່ງຊິ້ນສ່ວນຫຼັກຂອງສະຖານີອາວະກາດຂຶ້ນສູ່ວົງໂຄຈອນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ເມສາ 2021 ວ່າ ຈະຫຼວດລອງມາສ-5B Y2 ຂອງສຳນັກງານອາວະກາດແຫ່ງຊາດຈີນ (CNSA) ໄດ້ຖືສົ່ງຂຶ້ນຈາກຖານປ່ອຍຈະຫຼວດເຫວີນຊາງໃນເກາະໄຫຫຼຳ ທາງພາກໃຕ້ຂອງຈີນເມື່ອເວລາ 11:23 ໂມງຂອງວັນທີ 29 ເມສາ ຕາມເວລາທ້ອງຖິ່ນ ເພື່ອສົ່ງຊິ້ນສ່ວນຂະໜາດໃຫຍ່ທີ່ມີຊື່ວ່າ “ທຽນເຫີ” ເຊິ່ງເປັນ 1 ໃນໂມດູນຫຼັກ ຫຼື ສູນປະຕິບັດການຂອງສະຖານີອາວະກາດ ທຽນກົງ...

ວາງສິລາລຶກ ໂຄງການກໍ່ສ້າງໝວດເຮືອ ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວ

ວາງສີລາລຶກກໍສ້າງສຳນັກງານໝວດເຮືອ ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວຢ່າງເປັນທາງການໂດຍການຊ່ວຍເຫລືອຂອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢວນນານ ສປຈີນ ຄິດເປັນມູນຄ່າ 4,5ຕື້ກວ່າກີບ. ພິທີວາງສີລາລຶກໝວດເຮືອ ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວ ໄດ້ຈັດຂື້ນໃນວັນທີ 28 ເມສາ 2021 ຜ່ານມາ​ ຢູ່ທີ່ສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ​ ທ່ານ ພົນຕີ...

29 ເມສາ 2021 ລາວ ມີຜູ້ຕິດເຊື້ອ +68 ຄົນ ລວມຕົວເລກສະສົມ 672 ຄົນ

ຕົວເລກຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ແມ່ນນັບມື້ນັບເພີ່ມຂຶ້ນ ມາຮອດໃນວັນທີ 29 ເມສາ 2021 ກວດພົບຜູ້ຕິດເຊື້ອ ອີກ 53 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 34 ຄົນ; ຈຳປາສັກ 11 ຄົນ; ແຂວງວຽງຈັນ 1 ຄົນ;...

ໂຮງຊ່າງຫັດຖະກຳຕໍ່າຫູກໄຕແກ້ວ ສາມາດເຂົ້າຫາແຫຼ່ງທຶນອັດຕາດອກເບ້ຍ 3% ຕໍ່ປີ

ວິສາຫະກິດສ່ວນບຸກຄົນ ໂຮງຊ່າງຫັດຖະກຳຕໍ່າຫູກໄຕແກ້ວ ປະກອບກິດຈະການດ້ານຫັດຖະກໍາຕໍ່າຫູກຜ້າໄຫມດ້ວຍມື ຕັ້ງຢູ່ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ບຸກບືນເຮັດທຸລະກິດດ້ວຍທຶນຕົນເອງມາຕະຫຼອດ ແລະ ເປັນຄັ້ງທໍາອິດທີ່ໄດ້ກູ້ເງິນຈາກທະນາຄານ ໂດຍໄດ້ຮັບສິນເຊື່ອບ້ວງອັດຕາດອກເບ້ຍ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານການປ່ອຍກູ້ຂອງທະນາຄານມາຣູຮານ ເຈແປນລາວ ເພື່ອເປັນທຶນຄົງທີ່ ເຂົ້າໃນການປັບປຸງ ແລະ ຕໍ່ເຕີມຮ້ານເພື່ອເປັນຫ້ອງວາງສະແດງຜ້າໄຫມ ແລະ ເປັນທຶນໝູນວຽນເຂົ້າໃນການຊື້ວັດຖຸດິບ. ທ່ານ...

ເຂັ້ມງວດຂຶ້ນການສັນຈອນໃນ ນວ ເພີ່ມປ້ອງກັນການລະບາດຂອງພະຍາດໂຄວິດ-19

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ), ນະຄອນຫຼວງວຽງຈັນ ອອກແຈ້ງການ ເລກທີ 3051/ຍທຂ,ນວ, ວັນທີ 28 ເມສາ 2021 ເຖິງບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ,ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ນຳໃຊ້ລົດໃຊ້ຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ ເລື່ອງການຄວບຄຸມການຂົນສົ່ງຊົ່ວຄາວຂອງພາຫະນະລົດບັນທຸກຫີນແຮ່, ຊາຍ, ດິນທຸກປະເພດລວມທັງການຂົນສົ່ງວັດສະດຸກໍ່ສ້າງທົ່ວໄປທົ່ວໄປ ແລະ ເຄື່ອງອຸປະໂພກ,...

ເປ໊ບ ພູມໃຈພາ ແມນເຊັສເຕີ ຊິຕີ້ ພິກຊະນະ ປາຣີສ ນັດທໍາອິດຮອບຮອງຊະນະເລີດບານເຕະຢູຟາ

ເປ໊ບ ກວາດິໂອລາ ຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ພູມໃຈທີ່ສຸດ ຫຼັງພາ ແມນເຊັສເຕີ ຊິຕີ້ ບຸກໄປພິກເອົາຊະນະ ປາຣີສ ແຊງແຊກແມງ 2-1 ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບຮອງຊະນະເລີດ ນັດທໍາອິດ ເມື່ອວັນທີ 28 ເມສາ 2021. ນັດດັ່ງກ່າວ ປາຣີສ ໄດ້ປະຕູຂຶ້ນນໍາໄປກ່ອນຈາກການຍິງຂອງ...
- Advertisment -
Slide
Slide

Most Read

error: Content is protected !!