ເຂັ້ມງວດຂຶ້ນການສັນຈອນໃນ ນວ ເພີ່ມປ້ອງກັນການລະບາດຂອງພະຍາດໂຄວິດ-19

444

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ), ນະຄອນຫຼວງວຽງຈັນ ອອກແຈ້ງການ ເລກທີ 3051/ຍທຂ,ນວ, ວັນທີ 28 ເມສາ 2021 ເຖິງບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ,ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ນຳໃຊ້ລົດໃຊ້ຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ ເລື່ອງການຄວບຄຸມການຂົນສົ່ງຊົ່ວຄາວຂອງພາຫະນະລົດບັນທຸກຫີນແຮ່, ຊາຍ, ດິນທຸກປະເພດລວມທັງການຂົນສົ່ງວັດສະດຸກໍ່ສ້າງທົ່ວໄປທົ່ວໄປ ແລະ ເຄື່ອງອຸປະໂພກ, ບໍລິໂພກທີ່ຮັບຈາກສາງ ລວມທັງລົດບັນທຸກນ້ຳມັນ ພາຍໃນນະຄອນຫຼວງວຽງຈັນ.


ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງນາຍຍົກລັດທະມົນຕີ, ຄຳສັ່ງ ແນະນຳຂອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ແຈ້ງການຂອງລັດຖະມົນຕີ ໃນການສະກັດກັ້ນ, ຄວບຄຸມກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19, ພະແນກ ຍທຂ ນະຄອນຫຼວງວຽງຈັນ ແຈ້ງມາຍັງພາກສ່ວນກ່ຽວຂ້ອງຮັບຊາບດັ່ງນີ້:

1. ສໍາລັບພາຫະນະ ການຂົນສົ່ງສິນຄ້າພາຍໃນ ແລະ ລະຫວ່າງເມືອງຕໍ່ເມືອງ ບ້ານຕໍ່ບ້ານສາມາດດໍາເນີນປົກະຕິ ຫຼື ໂຄງການເລັ່ງດ່ວນລວມທັງຫີນແຮ່, ຊາຍ, ດິນທຸກປະເພດ ແລະ ລົດຂົນສົ່ງນ້ຳມັນ ທີ່ແລ່ນຕາມສາຍທາງຂອບເຂດນະຄອນຫຼວງວຽງຈັນ ແມ່ນສາມາດການຂົນສົ່ງປົກະຕິໄດ້ ແຕ່ຈະຕ້ອງມີແຜນການຂົນສົ່ງ ກຳນົດເສັ້ນທາງແລ່ນລະອຽດ ໂດຍການແຈ້ງຈຳນວນພາຫະນະ ຊື່ຄົນຂັບລົດພ້ອມທັງມີມາດຕະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຢ່າງລະອຽດ ເພື່ອສະເໜີຕໍ່ໜ່ວຍສະເພາະກິດ ຕ້ານພະຍາດໂຄວິດ 19 ຂອງແຕ່ລະເມືອງຕາມສາຍທາງທີ່ການຂົນສົ່ງແລ່ນຜ່ານ.


2. ບັນດາລົດຂົນສົ່ງສິນຄ້າເຄື່ອງອຸປະໂພກ, ບໍລິໂພກທີ່ຮັບຈາກສາງ ເພື່ອສົ່ງແຈກຢາຍສິນຄ້າໃນຂອບເຂດ ນະຄອນຫຼວງວຽງຈັນນັ້ນ ກໍ່ຕ້ອງມີແຜນການຂົນສົ່ງ ແຕ່ກໍ່ຕ້ອງຫຼຸດຖ້ຽວລົງ ແລະ ຈຳນວນພາຫະນະລົງຈາກຈຳນວນປົກກະຕິ ພ້ອມທັງ ກໍານົດເສັ້ນທາງແລ່ນລະອຽດ ໂດຍການແຈ້ງຈໍານວນພາຫະນະ, ຊື່ຄົນຂັບລົດ ພ້ອມທັງມີມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງລະອຽດ ເພື່ອສະເໜີຕໍ່ໜ່ວຍສະເພາະກິດຂອງແຕ່ລະເມືອງ ຕາມສາຍທາງທີ່ການຂົນສົ່ງແລ່ນຜ່ານ.


3. ມອບໃຫ້ຂະແໜງຂົນສົ່ງ ພະແນກ ຍທຂ ນວ ແລະ ຫ້ອງການ ຍທຂ 9 ຕົວເມືອງ ຕິດຕາມການຈັດຕັ້ງປະຕິບັດ ຕໍ່ແຈ້ງການດັ່ງກ່າວ ແລະ ລາຍງານຄະນະພະແນກ ຮັບຊາບຢ່າງເປັນປົກກະຕິ.
4.​ ແຈ້ງການສະບັບນີ້ແມ່ນໃຊ້ປ່ຽນແທນແຈ້ງການສະບັບເລກທີ 304/ຍທຂ.ນວ, ລົງວັນທີ 25 ເມສາ 2021. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພ້ອມກັນປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.