ເປ໊ບ ພູມໃຈພາ ແມນເຊັສເຕີ ຊິຕີ້ ພິກຊະນະ ປາຣີສ ນັດທໍາອິດຮອບຮອງຊະນະເລີດບານເຕະຢູຟາ

552

ເປ໊ບ ກວາດິໂອລາ ຜູ້ຈັດການທີມຂອງ ແມນເຊັສເຕີ ຊິຕີ້ ພູມໃຈທີ່ສຸດ ຫຼັງພາ ແມນເຊັສເຕີ ຊິຕີ້ ບຸກໄປພິກເອົາຊະນະ ປາຣີສ ແຊງແຊກແມງ 2-1 ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບຮອງຊະນະເລີດ ນັດທໍາອິດ ເມື່ອວັນທີ 28 ເມສາ 2021.

ນັດດັ່ງກ່າວ ປາຣີສ ໄດ້ປະຕູຂຶ້ນນໍາໄປກ່ອນຈາກການຍິງຂອງ ມາກິນຢອສ ນາທີໆ 15, ສ່ວນເຄິ່ງເວລາທີ 2 ແມນເຊັສເຕີ ຊິຕີ້ ສາມາດພິກຂຶ້ນນໍາ 2-1 ຈາກການຍິງຂອງ ເຄວິນ ເດິ ບຣອຍ ນາທີໆ 64 ແລະ ຣິຢາດ ມາເຣຊ ນາທີໆ 71 ພາທີມແຊງເອົາຊະນະໄປ 2-1 ກ່ອນຈະໄປຕັດສິນກັນນັດທີ 2 ໃນວັນທີ 4 ພຶດສະພາ 2021.

.

ຫຼັງຈົບການແຂ່ງຂັນ ເປ໊ບ ກ່າວວ່າ: “ ຕອນທີ່ພວກເຮົາຕາມຫຼັງ 1 ປະຕູ ພວກເຮົາຄອງເກມໄດ້ບໍ່ດີ ກ່ອນທີ່ເຄິ່ງເວລາທີ 2 ພວກເຮົາມີການປ່ຽນແປງ ແລະ ໄລ່ກົດດັນຄູ່ແຂ່ງ ແນ່ນອນມັນບໍ່ແມ່ນເລື່ອງງ່າຍໃນການຮັບມືກັບ ເນມາ, ເອັມບັບເປ ແລະ ດິ ມາເຣຍ ແຕ່ຂ້ອຍພູມໃຈຫຼາຍທີ່ພວກເຮົາກັບມາສູ່ຟອມເກັ່ງ, ພວກເຮົາເຮັດໄດ້ ແລະ ເອົາຊະນະໄປ, ສ່ວນນັດທີ 2 ພວກເຮົາຈະຫຼິ້ນໃນແບບຂອງພວກເຮົາຕໍ່ໄປ ”