ສຶກສາໄວ້! 5ເຄັດລັບທີ່ໄວໜຸ່ມຄວນຮູ້ ຫາກຢາກປະສົບຄວາມສໍາເລັດກ່ອນອາຍຸ 30ປີ

940

“ ປະສົບຄວາມສໍາເລັດ “ ເປັນສິ່ງທີ່ຫຼາຍຄົນໃຝ່ຫາ ແລະ ຫວັງທີ່ຈະກ້າວໄປເຖິງຈຸດນັ້ນ ແຕ່ມັນບໍ່ແມ່ນເລື່ອງງ່າຍ, ຜູ້ທີ່ຈະໄປຮອດຈຸດນັ້ນ ຕ້ອງມີຄວາມພະຍາຍາມຫຼາຍພໍ ແລະ ແຂງແກ່ງພໍທີ່ຈະບໍ່ລົ້ມເລີກຄວາມຕັ້ງໃຈຢູ່ກາງທາງເມື່ອພົບອຸປະສັກຕ່າງໆ.

ທຸກມື້ນີ້ ໄວລຸ້ນໄຟແຮງ ຜູ້ໂຫຍຫາຄວາມສໍາເລັດແມ່ນມີຫຼາຍ ແຕ່ຜູ້ຈະເຮັດໄດ້ນັ້ນຈະມີຈັກຄົນນັ້ນຂຶ້ນຢູ່ກັບແນວຄິດຈິດໃຈ ຄວາມຮູ້ຄວາມສາມາດ ແລະ ກໍາລັງແຮງຂອງແຕ່ລະຄົນວ່າຈະສາມາດໄປຮອດຈຸດນັ້ນຫຼືບໍ່. ແນວໃດກໍຕາມ ມື້ນີ້ຜູ້ຂຽນມີເຄັດລັບ 5ຂໍ້ ທີ່ຈະພາເຮົາປະສົບຄວາມສໍາເລັດກ່ອນອາຍຸ 30 ລອງນໍາໄປໃຊ້ນໍາກັນເບິ່ງ.

– ມີຄວາມຄິດສ້າງສັນ

ທ່ານລອງຕັ້ງບັນຫາເບິ່ງວ່າຈະເຮັດແນວໃດໃຫ້ສິ່ງທີ່ເຮົາເຮັດຢູ່ ໜ້າສົນໃຈ, ໂດດເດັ່ນ, ຈັບຕ້ອງໄດ້ ແລະ ມີຮູບແບບທີ່ຊັດເຈນກວ່າຄົນອື່ນ.

– ຈັດການສະຖານະການທຸກຮູບແບບໄດ້

ພະຍາຍາມຮຽນຮັບມືກັບທຸກເຫດການທີ່ເຂົ້າມາ ຕາມຄໍາເວົ້າທີ່ວ່າ ທຸກວິກິດມີໂອກາດ ໃນໂອກາດມີຫົນທາງ ໃນຫົນທາງມີຄວາມຝັນ ໃນຄວາມຝັນມີຄວາມຈິງ.

– ກ້າ ແລະໝັ້ນໃຈໃນສິ່ງທີ່ຕົນເອງເຮັດ

ຕ້ອງມີຄວາມໝັ້ນໃຈວ່າສິ່ງທີ່ຕົນເອງເຮັດນັ້ນຖືກຕ້ອງ ແລະ ກ້າທີ່ຈະເຮັດ ທີ່ສໍາຄັນຢາກໃຫ້ຄິດວ່າຕົນເອງເຮັດໄດ້, ແຕ່ການໝັ້ນໃຈນັ້ນຕ້ອງເປັນສິ່ງທີ່ດີຕໍ່ເຮົາແລະ ຄົນອື່ນ.

– ບໍ່ຕ້ອງເຮັດໃນສິ່ງທີ່ຮັກ ຮັກໃນສິ່ງທີ່ເຮັດ

ຢ່າໄປເສຍເວລາຫາວຽກທີ່ຮັກ ແຕ່ໃຫ້ຮັກວຽກທີ່ເຮັດຢູ່ໃຫ້ຫຼາຍໆ ແລ້ວທ່ານຈະພົບສັກກະຍະພາບທີ່ເຊື່ອງຊ້ອນໃນຕົວຂອງທ່ານເອງ ຫຼັງຈາກນັ້ນຈະພົບວຽກທີ່ຮັກ ຫຼື ວຽກທີ່ບໍ່ຮັກບໍ່ມັກ ມັນຈະບໍ່ສໍາຄັນອີກຕໍ່ໄປ.

– ບໍ່ທໍ້ຖອຍເມື່ອພົບບັນຫາ

ຄົນປະສົບຄວາມສໍາເລັດຕ້ອງ ແຂງແຮງ ອົດທົນບໍ່ຍອມທໍ້ຖອຍຕໍ່ບັນຫາທີ່ພົບພໍ້ ພ້ອມທີ່ຈະຕໍ່ສູ້ກັບມັນທຸກເມື່ອ ພ້ອມທີ່ຈະແກ້ໄຂບັນຫາທີ່ເຂົ້າມາ ໃຫ້ກຽມພ້ອມຢ່າງຈິງຈັງສະເໝີ ເພາະໂອກາດໃນຊີວິດມັນບໍ່ໄດ້ມີເຂົ້າມາຕະຫຼອດ. ດັ່ງນັ້ນ ຄົນທີ່ຊະນະ ຫຼື ປະສົບຄວາມສໍາເລັດ ບໍ່ໄດ້ມາຈາກຄວາມເກັ່ງ ຫຼື ສະຫຼາດພຽງຢ່າງດຽວ ແຕ່ມັນມາຈາກການບໍ່ຍອມຮັບຄວາມຜ່າຍແພ້ ພ້ອມຕໍ່ສູ້ຕະຫຼອດເວລາເທົ່ານັ້ນເອງ ແຕ່ກໍ່ຢ່າລືມເຜື່ອທາງເລືອກໃຫ້ຕົນເອງຢູ່ສະເໝີ.
ໂດຍ: ເອຢິບ
ທີ່ມາ: https://aommoney.com/stories/