ຈີນ ສົ່ງຊິ້ນສ່ວນຫຼັກຂອງສະຖານີອາວະກາດຂຶ້ນສູ່ວົງໂຄຈອນ

267

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ເມສາ 2021 ວ່າ ຈະຫຼວດລອງມາສ-5B Y2 ຂອງສຳນັກງານອາວະກາດແຫ່ງຊາດຈີນ (CNSA) ໄດ້ຖືສົ່ງຂຶ້ນຈາກຖານປ່ອຍຈະຫຼວດເຫວີນຊາງໃນເກາະໄຫຫຼຳ ທາງພາກໃຕ້ຂອງຈີນເມື່ອເວລາ 11:23 ໂມງຂອງວັນທີ 29 ເມສາ ຕາມເວລາທ້ອງຖິ່ນ ເພື່ອສົ່ງຊິ້ນສ່ວນຂະໜາດໃຫຍ່ທີ່ມີຊື່ວ່າ “ທຽນເຫີ” ເຊິ່ງເປັນ 1 ໃນໂມດູນຫຼັກ ຫຼື ສູນປະຕິບັດການຂອງສະຖານີອາວະກາດ ທຽນກົງ ຂອງ ສປ ຈີນ.

ສຳລັບການຂົນສົ່ງຊິ້ນສ່ວນຂອງສະຖານີອາວະກາດຂອງຈີນຄັ້ງນີ້ ເປັນຖ້ຽວທຳອິດ ຈາກ 11 ຖ້ຽວ ໂດຍ 3 ຖ້ຽວທຳອິດ ຈະເປັນການລຳລຽງຊິ້ນສ່ວນຫຼັກຂອງສະຖານີອາວະກາດທຽນກົງ ເຊິ່ງຈະໄດ້ປະກອບເປັນແຕ່ລະໄລຍະ ເພື່ອໃຫ້ສຳເລັດຕາມເວລາທີ່ກຳນົດໄວ້ ແລະ ຈະໄດ້ສົ່ງນັກບິນອາວະກາດ 3 ຄົນຂຶ້ນໄປປະຈຳການພາຍໃນທ້າຍປີໜ້າ ໂດຍສະຖານີອາວະກາດຂອງຈີນມີຮູບຊົງຄ້າຍໆຄືຮູບໂຕ T ແລະ ມີນ້ຳໜັກປະມານ 66 ໂຕນ.


ເຖິງວ່າເປັນສະຖານີຂະໜາດນ້ອຍ ເມື່ອທຽບກັບສະຖານີອາວະກາດນານາຊາດ (ISS) ທີ່ມີນ້ຳໜັກ 450 ໂຕນ ໂດຍເປັນການຮ່ວມມືກັນລະຫວ່າງຣັດເຊຍກັບສະຫະລັດອາເມຣິກາເປັນຜູ້ສ້າງຂຶ້ນ, ແຕ່ແນວໃດກໍຕາມໂຄງການສະຖານີອາວະກາດຂອງຈີນຖືວ່າເປັນໜຶ່ງໃນຈຸດເລີ່ມຕົ້ນຄັ້ງສຳຄັນຂອງແຜນຍຸດທະສາດດ້ານອາວະກາດຂອງຈີນ, ຫຼັງຈາກທີ່ສາມາດສົ່ງຍານສຳຫຼວດຂຶ້ນໄປເກັບຕົວຢ່າງຈາກດວງຈັນ ແລະ ກັບສູ່ໂລກຢ່າງປອດໄພເມື່ອທ້າຍປີຜ່ານມາ.