Monthly Archives: April, 2021

ກະຊວງ ອຄ ເປີດຂະບວນການສັກວັກແຊັງປ້ອງກັນໂຄວິດ-19

ວັນທີ 29 ເມສາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ເປີດຂະບວນການສັກວັກແຊັງປ້ອງກັນໂຄວິດ-19 (ຊີໂນຟາມ ໂດສທີ 1)ໃຫ້ພະນັກງານທົ່ວກະຊວງ ອຄ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ , ມີພະນັກງານບໍານານ, ການນໍາກະຊວງ ແລະ ພະນັກງານອ້ອມຂ້າງທັງໝົດ 447ທ່ານ ຍິງ...

ງົດງາມທັງກາຍ ແລະ ຈິດໃຈ ເລີຍສາວຄົນນີ້ ລູກນໍ້າ ທິດາລັດ ວົງສິລິ

ເມື່ອເວົ້າເຖິງສາວງາມທີ່ມັກຊ່ວຍເຫຼືອສັງຄົມ ຄົງຕ້ອງຍົກໃຫ້ສາວຄົນນີ້ເລີຍ ເວົ້າໄດ້ວ່າ: ງາມທັງກາຍ ແລະ ຈິດໃຈອີ່ຫລີ. ສາວງາມທີ່ກຳລັງເວົ້າເຖິງຢູ່ນີ້ກໍຄື ລູກນ້ຳ ທິດາລັດ ວົງສິລິ ມິສລາວ 2011 ທັງເປັນນັກສະແດງ ແລະ ນາງແບບ ຫຼ້າສຸດນາງໄດ້ແຈກອາຫານໃຫ້ກັບປະຊາຊົນທີ່ຂາດເຂີນເປັນອີກສາວງາມທີ່ປະກອບສ່ວນຊ່ວຍເຫລືອສັງຄົມ ມາໂດຍຕະຫລອດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນປັດຈຸບັນນີ້ ລູກນຳ້ກໍໄດ້ຮັບບໍລິຈາກເພື່ອນໍາເອົາເງິນທີ່ໄດ້ໄປຊື້ເຂົ້າສານອາຫານແຫ້ງເປັນຕົ້ນແມ່ນ ເຂົ້າສານ, ໝີ່,ໄຂ່, ປາກະປ໋ອງ...ແລ້ວໄປແຈກຢາຍໃຫ້ກັບປະຊາຊົນຜູ້ທີ່ກຳລັງລຳບາກ ຖືໄດ້ເລີຍວ່າເປັນອີກໜຶ່ງສາວງາມທີ່ງົດງາມຈາກພາຍໃນ...

ພະນັກງານ-ລັດຖະກອນ ກ​ຊສ 400 ກວ່າ​ ທີ່ຮັບການສັກວັກແຊງປ້ອງກັນໂຄວິດ-19​

ໃນວັນທີ 28 ເມສາ 2021 ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ​ (ກຊສ)​ ໄດ້ຈັດພິທີສັກວັກແຊງ ເພື່ອປ້ອງກັນໂຄວິດ-19 ໃຫ້ບັນດາພະນັກງານ-ລັດຖະກອນ ໃນທົ່ວກະຊວງ 415 ທ່ານ, ການສັກວັກຊີນຄັ້ງນີ້ໂດຍມີ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ, ກະຊວງຊັບພະຍາກອນທຳມະຊາດ ແລະ...

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊັນ ສັນຍາ ກັບ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ

( u-money ) ເພື່ອເປັນຕົວແທນເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ນຍິງຖືພາ ແລະ ເດັກກ່ອນໄວຮຽນ (ອາຍຸລຸ່ມ 6 ເດືອນ ) ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ. ວັນທີ 28 ເມສາ 2021 ທີ່ນະຄອນຫຼວງວຽງຈັນ ໄດ້ມີການເຊັນສັນຍາລະຫວ່າງ ກະຊວງແຮງງານ ແລະ...

ເຝິກອົບຮົມ ໃຫ້ບຸກຄະລາກອນທີມແພດ ກຽມຮັບມືກັບຜູ້ຕິດເຊື້ອ ຢູ່ໂຮງໝໍພາກສະໜາມ

ທ່າມກາງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ປະຈຸບັນນີ້ ໂດຍສະເພາະແມ່ນຜູ້ຕິດເຊື້ອທີ່ນັບມື້ເພີ່ມຂຶ້ນ ດັ່ງນັ້ນວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອ ກະຊວງສາທາລະນະສຸກ ດ້ານວິຊາການຜ່ານການເຝິກອົບຮົມທີ່ຈັດຂຶ້ນໂດຍ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໃຫ້ແກ່ບຸກຄະລາກອນທາງການແພດ. ເຊິ່ງຈັດຂຶ້ນທີ່ສູນຈໍາກັດບໍລິເວນຫຼັກ 27 ທັງນີ້ກໍ່ເພື່ອໃນການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມ ເພື່ອຮອງຮັບຄົນເຈັບພະຍາດໂຄວິດ-19 ທີ່ປະຈຸບັນລົ້ນໂຮງໝໍແລ້ວ. ຂໍເປັນກຳລັງໃຫ້ໃຫ້ທຸກໜ່ວຍງານ ເຮົາຈະສູ້ ແລະ ຂ້າມຜ່ານມັນໄປພ້ອມກັນ.

6 ພຶດຕິກໍາຊ່ວຍຮັກສາຜີວ ແມ່ນຈະອາກາດຮ້ອນກໍສາມາດອວດຜິວງາມໄດ້ບໍ່ຕ້ອງຢ້ານ

ເມື່ອກ້າວສູ່ໜ້າຮ້ອນ ຫລື ແມ່ນແຕ່ມື້ທີ່ອາກາດຮ້ອນແຮງ ຈະເຫັນສາວໆຫລາຍຄົນມັກຈະໃຫ້ຄວາມສຳຄັນກັບການລຳລຸງຜິວກັນຫລາຍຂຶ້ນ ເພາະໃນຊ່ວງທີ່ອາກາດຂ້ອນຂ້າງຮ້ອນຫຼາຍ ກໍຍິ່ງສ່ຽງຕໍ່ການທີ່ຜິວຈະຖືກທຳຮ້າຍດ້ວຍແສງແດດໄດ້ງ່າຍ ດັ່ງນັ້ນເພື່ອຮັກສາຜິວທີ່ຂາວໃສ ເຖິງຈະຕ້ອງພົບກັບແດດທີ່ແຮງປານໃດກໍຕາມ ມື້ນີ້ເຮົາຈິ່ງນຳເອົາ 6 ເຄັດລັບໃນການບໍາລຸງຜິວຊ່ວງລະດູຮ້ອນມາແບ່ງປັນດັ່ງນີ້: ທາຄຣີມກັນແດດ: ຈະຢູ່ໃນເຮືອນ ກໍບໍ່ແມ່ນວ່າແສງຕາເວັນຈະສ່ອງເຂົ້າມາບໍ່ໄດ້ ເພາະໃນຊ່ວງອາກາດຮ້ອນຍິ່ງຕ້ອງໃຫ້ຄວາມສຳຄັນກັບການປ້ອງກັນຜິວຈາກແສງແດດໃຫ້ຫລາຍ ເຮົາຄວນທາຄຣີມກັນແດດທຸກມື້ ບໍ່ວ່າມື້ນັ້ນຈະອອກໄປນອກເຮືອນ ຫລື ຫຼິ້ນຢູ່ແຕ່ໃນເຮືອນ ແຕ່ຜິວກໍຕ້ອງໄດ້ຮັບການປ້ອງກັນຈາກລັງສີ ຢູວີ ເຊິ່ງລັງສີຢູວີເປັນສິ່ງສຳຄັນທີ່ສາມາດທຳຮ້າຍຜິວໜັງໄດ້ຈົນເຖິງຜິວໜັງແທ້ ທາມ້ອຍເຈີໄຣເຊີ: ກໍເພື່ອໃຫ້ຜິວມີຄວາມຊຸ່ມຊື່ນ...

ລອງນໍາໄປປັບໃຊ້! 10 ວິທີຄິດຂອງຄົນສໍາເລັດ

ຄວາມສໍາເລັດ ມີຫຼາຍຄົນທີ່ໄປຮອດຈຸດນີ້ໄດ້ ແຕ່ກໍ່ມີຫຼາຍຄົນເຊັ່ນກັນທີ່ໄປບໍ່ຮອດ ຫຼື ເລີ່ມຕົ້ນມາແລ້ວ ແຕ່ກັບມາລົ້ມເເຫຼວຢູ່ກາງທາງ ຖ້າຫາກທ່ານບໍ່ຢາກເປັນກຸ່ມຄົນຢ່າງຫຼັງ ກໍ່ລອງເປີດໃຈຮຽນຮູ້ຈາກຄົນທີ່ປະສົບຄວາມສໍາເລັດ, ຮູ້ໃຫ້ໄດ້ວ່າພວກເຂົາເຮັດແບບໃດຈຶ່ງໄປຮອດຈຸດໝາຍ ຫຼື ຄວາມຝັນທີ່ຕັ້ງໄວ້. ແນ່ນອນມັນບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍ່ບໍ່ແມ່ນເລື່ອງຍາກທີ່ທ່ານຈະເປັນໃນສິ່ງທີ່ທ່ານຢາກເປັນ ຈະໄດ້ໃນສິ່ງທີ່ຕົນເອງໃຝ່ຝັນ ຂໍພຽງຢ່າລົດລະຄວາມພະຍາຍາມ ແລະ ພ້ອມຮຽນຮູ້ຈາກກຸ່ມຄົນທີ່ສໍາເລັດ. ແນວໃດກໍຕາມ ມື້ນີ້ຜູ້ຂຽນໄປອ່ານພົບຂໍ້ຄິດີໆຂອງຜູ້ທີ່ປະສົບຄວາມສໍາເລັດ ເຊິ່ງຮິບໄດ້ 10ແນວຄິດດັ່ງນີ້: 1 ຄົນເຮົາສາມາກໍານົດຊະຕາຊີວິດຂອງຕົນເອງໄດ້ ຄົນຮັ່ງມີ ຫຼື ຄົນທີ່ປະສົບຄວາມສໍາເລັດມັກຄິດວ່າ ເຮົາສາມາດກໍານົດຊະຕາຊີວິດຂອງຕົວເອງໄດ້...

ແຈ້ງຢຸດເຊົາຊົ່ວຄາວການເປີດຕະຫຼາດຈໍາໜ່າຍພືດຜັກກະສິກໍາອິນຊີ ຢູ່ເດີ່ນສູນການຄ້າ ລາວໄອ-ເຕັກ​

ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ​ ອອກແຈ້ງການ ລົງວັນທີ27ເມສາ 2021 ເຖິງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊເສດຖາ, ຫົວໜ້າກຸ່ມຜະລິດກະສິກຳອິນຊີ,​ ປະຊາຊົນ ແລະ ຜູ້ຊົມໃຊ້ທົ່ວໄປ ເລື່ອງຂໍການຮ່ວມມືໃນການຢຸດເຊົາຊົ່ວຄາວການເປີດຕະຫຼາດຈໍາໜ່າຍພືດຜັກກະສິກໍາອິນຊີ ຢູ່ເດີ່ນສູນການຄ້າ ລາວໄອ-ເຕັກ ນະຄອນຫຼວງວຽງຈັນ. ເພື່ອສືບຕໍ່ຈັດຕັ້ງ ປະຕິບັດມາດຕະການ ປ້ອງກັນ ຄວບຄຸມການແຜ່ລະບາດ ເຊື້ອພະຍາດໂຄວິດ-19 ແລະ ຫລີກເວັ້ນຄວາມສ່ຽງ ການຕິດເຊື້ອພະຍາດດັ່ງກ່າວ ຢູ່ໃນນະຄອນຫລວງວຽງຈັນ...

ເຈົ້າໜ້າທີ່ການຄ້າກວດກາ 7 ຕະຫຼາດປ້ອງກັນບັນຫາການສວຍໂອກາດຂຶ້ນລາຄາສິນຄ້າ

ໄລຍະນີ້ທຸກເຂດແຂວງແມ່ນມີການປິດການເຂົ້າ-ອອກ ບ້ານ-ເມືອງ ການຂົນສົ່ງສິນຄ້າກໍ່ຫຍຸ້ງຍາກຂຶ້ນຖ້າທຽບໃສ່ກ່ອນໜ້ານັ້ນ ແຕ່ເພື່ອປ້ອງກັນບໍ່ໃຫ້ພໍ່ແມ່ປະຊາຊົນອຶດຢາກຈາກເຂົ້າປາອາຫານອັນເປັນປັດໃຈສຳຄັນໃນການດຳລົງຊີວິດ ທາງການແມ່ນຍັງອະນຸຍາດໃຫ້ເປີດຕະຫຼາດການຊື້-ຂາຍຕາມປົກກະຕິ ພ້ອມບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ ແລະບໍ່ແມ່ນແຈ້ງການຢ່າງດຽວ ພະແນກອຸດສາຫະກຳ ແລະການຄ້າໄດ້ຈັດທີມງານລົງກວດກາສະພາບການຕົວຈີງ ໃຫ້ຮັບປະກັນບາຄາສິນຄ້າຢູ່ໃນເກນປົກກະຕິອິກດ້ວຍ. ດ້ວຍເຫດນີ້ເມື່ອເຈົ້າໜ້າທີ່ໄດ້ຮັບລາຍງານຂອງສັງຄົມວ່າມີການຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູຢູ່ຕະຫຼາດຫ້ວຍຫົງ ແລະ ຕະຫຼາດໂພນສະຫວ່າງ, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນແມ່ນບໍ່ໄດ້ນິ້ງເສຍ ຮີບຮ້ອນມອບໝາຍໃຫ້ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປສກ ນວ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ...

ຕະຫຼາດທ່າເຮືອເມ ນະຄອນ ຫຼວງພະບາງ ເຂັ້ມງວດມາດຕະການຕ້ານໂຄວິດ-19

ຕະຫຼາດທ່າເຮືອເມເປັນຕະຫຼາດຂາຍເຄື່ອງສົດ ໃນນະຄອນ ຫຼວງພະບາງ ໂດຍສະເພາະແມ່ນໄດ້ເປີດຂາຍໃນຕອນເຊົ້າເລີ່ມແຕ່ 6 ໂມງຫາ 11 ໂມງ ຕາມປົກກະຕິແຕ່ລະເຊົ້າ ປະຊາຊົນນະຄອນ ຫຼວງພະບາງຈະອອກມາຈັບຈ່າຍຊື້ຂາຍສິນຄ້າຢ່າງຫຼວງຫຼາຍ, ພາຍຫຼັງພະຍາດໂຄວິດ-19 ໄດ້ລະບາດຮອບສອງ ເຮັດໃຫ້ການຊື້ການຂາຍເບົາບາງລົງ, ເວົ້າສະເພານະຄອນ ຫຼວງພະບາງ ພາຍຫຼັງກວດພົບ ກໍລະນີຜູ້ຕິດເຊື້ອທີ 1 ໃນວັນທີ 25 ເມສາຜ່ານມາ, ເຈົ້ານະຄອນ ໄດ້ອອກຄຳສັ່ງດ່ວນ...
- Advertisment -
Slide
Slide

Most Read

error: Content is protected !!