ແຈ້ງຢຸດເຊົາຊົ່ວຄາວການເປີດຕະຫຼາດຈໍາໜ່າຍພືດຜັກກະສິກໍາອິນຊີ ຢູ່ເດີ່ນສູນການຄ້າ ລາວໄອ-ເຕັກ​

1035

ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ​ ອອກແຈ້ງການ ລົງວັນທີ27ເມສາ 2021 ເຖິງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊເສດຖາ, ຫົວໜ້າກຸ່ມຜະລິດກະສິກຳອິນຊີ,​ ປະຊາຊົນ ແລະ ຜູ້ຊົມໃຊ້ທົ່ວໄປ ເລື່ອງຂໍການຮ່ວມມືໃນການຢຸດເຊົາຊົ່ວຄາວການເປີດຕະຫຼາດຈໍາໜ່າຍພືດຜັກກະສິກໍາອິນຊີ ຢູ່ເດີ່ນສູນການຄ້າ ລາວໄອ-ເຕັກ ນະຄອນຫຼວງວຽງຈັນ.


ເພື່ອສືບຕໍ່ຈັດຕັ້ງ ປະຕິບັດມາດຕະການ ປ້ອງກັນ ຄວບຄຸມການແຜ່ລະບາດ ເຊື້ອພະຍາດໂຄວິດ-19 ແລະ
ຫລີກເວັ້ນຄວາມສ່ຽງ ການຕິດເຊື້ອພະຍາດດັ່ງກ່າວ ຢູ່ໃນນະຄອນຫລວງວຽງຈັນ ຊຶ່ງເຫັນວ່າປະຈຸບັນຈໍານວນຜູ້ຕິດເຊື້ອແມ່ນມີຈໍານວນເພີ່ມຂຶ້ນ.​ ເຈົ້າເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານເພື່ອຊາບດັ່ງນີ້:


1.​ ໃຫ້ໂຈະຊົ່ວຄາວການເປີດບໍລິການຕະຫຼາດຈຳໜ່າຍພືດຜັກກະສິກຳອິນຊີຢູ່ເດີ່ນສູນການຄ້າລາວ-ໄອເຕັກນະຄອນຫຼວງວຽງຈັນ ນັບແຕ່ ວັນທີ 28/04/2021 ເຖິງ 05/05/2021. ສໍາລັບຢູ່ຈຸດອື່ນໆແມ່ນ ຍັງໃຫ້ສືບຕໍ່ຈໍາໜ່າຍຕາມປົກກະຕິ.
2. ໃຫ້ເອົາໃຈໃສ່ຕິດຕາມ ທິດຊີ້ນຳຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຕື່ມ, ເພື່ອເປັນບ່ອນອີງໃນການພິຈາລະນາອະນຸຍາດໃຫ້ສືບຕໍ່ ເປີດ ຫຼື ປິດຢູ່ໃນສະຖານທີ່ດັ່ງກ່າວ.

3.​ ການພົວພັນຊື້-ຂາຍພືດຜັກດັ່ງກ່າວໃນໄລຍະນີ້ແມ່ນສາມາດຕິດຕໍ່ຊື້-ຂາຍຮ່ວມກັນ ໂດຍທາງກຸ່ມກະສິກຳອິນຊີໄດ້ມີການບໍລິການຜ່ານການຂາຍທາງອອນລາຍ ແລະ ຈຸດຂາຍອື່ນໆ, ໃຫ້ກຸ່ມຜະລິດກະສິກຳອິນຊີ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຜູ້ຊົມໃຊ້ ແລະ ມີການໂຄສະນາການຂາຍດ້ວຍຮູບແບບອອນລາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງ.


4.​ ກ່ອນຈະເປີດການບໍລິການຄືນໃໝ່ ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ສົມທົບກັບອໍານາດການປົກຄອງເມືອງ, ບ້ານ ແລະ ກຸ່ມຜະລິດກະສິກຳອິນຊີ ຮ່ວມກັນວາງແຜນການຈັດສັນຕະຫລາດຂາຍພືດຜັກອິນຊີ ໃຫ້ມີຄວາມຮັບ ປະກັນ ແລະ ຄວາມສະອາດຈົບງາມ ແລ້ວນໍາສະເໜີເຈົ້າເມືອງໄຊເສດຖາ ເພື່ອພິຈາລະນາ.​ ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ໄດ້ຮັບຜົນດີ.