ກະຊວງ ອຄ ເປີດຂະບວນການສັກວັກແຊັງປ້ອງກັນໂຄວິດ-19

348

ວັນທີ 29 ເມສາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ເປີດຂະບວນການສັກວັກແຊັງປ້ອງກັນໂຄວິດ-19 (ຊີໂນຟາມ ໂດສທີ 1)ໃຫ້ພະນັກງານທົ່ວກະຊວງ ອຄ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ , ມີພະນັກງານບໍານານ, ການນໍາກະຊວງ ແລະ ພະນັກງານອ້ອມຂ້າງທັງໝົດ 447ທ່ານ ຍິງ 202 ທ່ານ.

ໂອກາດນີ້ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ດຣ ໄຊຍະວົງ ບົວທອງທິບ ແພດຊ່ຽວຊານເດັກ, ຮອງຜູ້ອໍານວຍການໂຮງໝໍເດັກ ແລະ ທີມງານແພດທີ່ລົງເຄື່ອນໄຫວ ຊຶ່ງມີຈໍານວນ 40 ຄົນລວມທັງວິຊາການ ແລະ ທີມຊ່ວຍສະໜັບສະໜູນວິຊາການ

ການສັກວັກແຊັງຄັ້ງນີ້ເພື່ອເປັນການປ້ອງກັນພະຍາດໂຄວິດ-19 ແລະ ຮັບປະກັນໃຫ້ພະນັກງານຂະແໜງ ອຄ ມີພູມຄຸ້ມກັນໃນການປ້ອງກັນພະຍາດໂຄວິດ-19 .

ຢາທີ່ນໍາລົງມາສັກມີ 2 ຊະນິດ ຄື:  Sinopharm ສັກໃນກຸ່ມ ອາຍຸ 18-59 ປີ ເຂັມ 1 ຫາ ເຂັມ 2 ແມ່ນຫ່າງກັນ 4 ອາທິດ
ແລະວັກແຊັງAstrazenica ສັກໃນກຸ່ມ 60 ປີ ຂຶ້ນໄປ ແລະ ກຸ່ມຫຼຸດ 60 ປີ ທີ່ມີພະຍາດປະຈໍາຕົວ ເຂັມ 1 ຫາ ເຂັມ 2 ຫ່າງກັນ 8-12 ອາທິດ;

ການສັກຄັ້ງນີ້ນອກຈາກພະນັກງານ ທົ່ວກະຊວງ ອຄ ຍັງມີ ລັດວິສາຫະກິດທີ່ຂຶ້ນກັບ, ພະນັກງານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພີ່ນ້ອງພະນັກງານໃນກະຊວງ ອຄ.