ງົດງາມທັງກາຍ ແລະ ຈິດໃຈ ເລີຍສາວຄົນນີ້ ລູກນໍ້າ ທິດາລັດ ວົງສິລິ

874

ເມື່ອເວົ້າເຖິງສາວງາມທີ່ມັກຊ່ວຍເຫຼືອສັງຄົມ ຄົງຕ້ອງຍົກໃຫ້ສາວຄົນນີ້ເລີຍ ເວົ້າໄດ້ວ່າ: ງາມທັງກາຍ ແລະ ຈິດໃຈອີ່ຫລີ. ສາວງາມທີ່ກຳລັງເວົ້າເຖິງຢູ່ນີ້ກໍຄື ລູກນ້ຳ ທິດາລັດ ວົງສິລິ ມິສລາວ 2011 ທັງເປັນນັກສະແດງ ແລະ ນາງແບບ ຫຼ້າສຸດນາງໄດ້ແຈກອາຫານໃຫ້ກັບປະຊາຊົນທີ່ຂາດເຂີນເປັນອີກສາວງາມທີ່ປະກອບສ່ວນຊ່ວຍເຫລືອສັງຄົມ ມາໂດຍຕະຫລອດ

ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນປັດຈຸບັນນີ້ ລູກນຳ້ກໍໄດ້ຮັບບໍລິຈາກເພື່ອນໍາເອົາເງິນທີ່ໄດ້ໄປຊື້ເຂົ້າສານອາຫານແຫ້ງເປັນຕົ້ນແມ່ນ ເຂົ້າສານ, ໝີ່,ໄຂ່, ປາກະປ໋ອງ…ແລ້ວໄປແຈກຢາຍໃຫ້ກັບປະຊາຊົນຜູ້ທີ່ກຳລັງລຳບາກ ຖືໄດ້ເລີຍວ່າເປັນອີກໜຶ່ງສາວງາມທີ່ງົດງາມຈາກພາຍໃນ ສູ່ພາຍນອກແທ້ໆ

ສໍາລັບສາວລູກນຳ້ ແມ່ນເປັນແມ່ຍິງທີ່ມີຈິດໃຈດີມັກຊ່ວຍເຫຼືອຜູ້ອື່ນ ແລະ ຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ເຊິ່ງປັດຈຸບັນການຊ່ວຍເຫຼືອ ແມ່ນປະມານ 100 ກວ່າຊຸດແລ້ວ ແລະ ບໍ່ວ່າຈະມີເຫດການ ຫຼື ໄພພິບັດຫຍັງເກີດຂຶ້ນ ລູກນຳ້ກໍອອກມາຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ ແລະ ໃນວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ນີ້ກໍເຊັ່ນດຽວກັນ ລູກນໍ້າ ພ້ອມດ້ວຍທີມງານກໍໄດ້ຮ່ວມມືກັນ ແລະ ຮ່ວມກັບຜູ້ສົມທົບທຶນໃນການຊ່ວຍເຫຼືອປະຊາຊົນຜູ້ທີ່ເດືອດຮ້ອນຂາດເຂີນແທ້ໆ ໂດຍລູກນຳໄດ້ໄປແຈກຢາຍໃຫ້ປະຊາຊົນໄປແລ້ວ ແລະ ຍັງຈະມີການແຈກຢາຍອີກໃນຊຸດຕໍ່ໆໄປ

ລູກນໍ້າຍັງໄດ້ໂພສພາບການຊ່ວຍເຫຼືອຜ່ານແຟນເພຈ໌ ສ່ວນຕົວ ແລະ ໃນມື້ນີ້ທີມຂ່າວບັນເທີງກໍໄດ້ນໍາເອົາພາບປະທັບໃຈ ມາໃຫ້ທຸກຄົນໄດ້ຊົມນຳກັນ.

ພາບຂອງນ້ອງໆທີມງານທີ່ຊ່ວຍກັນແພັກເຄື່ອງເພື່ອໄປຊ່ວຍເຫຼືອປະຊາຊົນຜູ້ຂາດເຂີນ

ພາບການນໍາເຄື່ອງໄປແຈກຢາຍ