ຕະຫຼາດທ່າເຮືອເມ ນະຄອນ ຫຼວງພະບາງ ເຂັ້ມງວດມາດຕະການຕ້ານໂຄວິດ-19

949

ຕະຫຼາດທ່າເຮືອເມເປັນຕະຫຼາດຂາຍເຄື່ອງສົດ ໃນນະຄອນ ຫຼວງພະບາງ ໂດຍສະເພາະແມ່ນໄດ້ເປີດຂາຍໃນຕອນເຊົ້າເລີ່ມແຕ່ 6 ໂມງຫາ 11 ໂມງ ຕາມປົກກະຕິແຕ່ລະເຊົ້າ ປະຊາຊົນນະຄອນ ຫຼວງພະບາງຈະອອກມາຈັບຈ່າຍຊື້ຂາຍສິນຄ້າຢ່າງຫຼວງຫຼາຍ, ພາຍຫຼັງພະຍາດໂຄວິດ-19 ໄດ້ລະບາດຮອບສອງ ເຮັດໃຫ້ການຊື້ການຂາຍເບົາບາງລົງ, ເວົ້າສະເພານະຄອນ ຫຼວງພະບາງ ພາຍຫຼັງກວດພົບ ກໍລະນີຜູ້ຕິດເຊື້ອທີ 1 ໃນວັນທີ 25 ເມສາຜ່ານມາ, ເຈົ້ານະຄອນ ໄດ້ອອກຄຳສັ່ງດ່ວນ ວ່າດ້ວຍການປະຕິບັດມາດຕະການ ສະກັດກັ້ນ, ຄວບຄຸມ ແລະກຽມພ້ອມຮອບດ້ານເພື່ອຕ້ານການລະບາດພະຍາດໂຄວິດ-19 ຢູ່ນະຄອນ ຫຼວງພະບາງ ຫຼາຍພາກສ່ວນກໍ່ໄດ້ເອົາໃຈໃສ່ປັະຕິບັດຕາມ ຄໍາສັ່ງດັ່ງກ່າວຢ່າງເຂັ້ມງວດ.


ໃນວັນທີ 28 ເມສາ 2021 ນີ້ ພະແນກອຸດສາຫະກຳ ແລະການຄ້າແຂວງຮ່ວມກັບຫ້ອງການອຸດສາຫະກຳ ແລະການຄ້ານະຄອນ ຫຼວງພະບາງ ໄດ້ລົງກວດກາ ການຊື້ຂາຍສິນຄ້າຢູ່ທີ່ຫຼາດເຊົ້າ ທ່າເຮືອເມ ໂດຍສົມທົບກັບຄະນະບ້ານປ່າຂາມ ທີີ່ເປັນຜູ້ຄຸ້ມຄອງຕະຫຼາດແຫ່ງນີ້, ເຊິ່ງທ່ານນາຍໄດ້ລາຍງານໃຫ້ຮູ້ວ່າ: ພວກເຮົາໄດ້ວາງມາດຕະການປ້ອງກັນຕະຫຼາດແຫ່ງນີ້ຄື: ສໍາລັບແມ່ຄ້າທີ່ຈະມາວາງຂາຍສິນຄ້າແຕ່ລະຄົນແມ່ນ ຕ້ອງໄດ້ໃສ່ຜ້າປິດປາກ ແລະ ເຈວລ້າງມື, ສໍາລັບລູກຄ້າທີ່ຈະເຂົ້າມາຕ້ອງໄດ້ປະຕິບັດແບບດຽວກັນ ຄືໃຫ້ໃສ່ຜ້າປິດປາກທຸກໆຄົນ, ໃນກໍລະນີຜູ້ໃດບໍ່ໄດ້ໃສ່ມາທາງບ້ານປ່າຂາມກໍ່ມີ ບໍລິການຂາຍໃຫ້ ໃນລາຄາ 1 ແຜນ 1.000 ກີບ ແລະ ມີເຈວລ້າງມືບໍລິການຟີໃຫ້ພ້ອມ, ຖ້າຜູ້ໃດບໍ່ປະຕິບັດຕາມເງື່ອນໄຂແມ່ນບໍ່ໃຫ້ເຂົ້າມາຕະຫຼາດເດັດຂາດ.


ນອກຈາກຕະຫຼາດທ່າເຮືອເມແລ້ວຍັງໄດ້ໄປລົງກວດຕະຫຼາດທາດຫຼວງ ແລະຫ້າງຮ້ານຕ່າງໆພາຍໃນນະຄອນ ຫຼວງພະບາງຢ່າງເຂັມງວດຕື່ມອີກ. ການລົງກວດກາຄັ້ງນີ້ ແມ່ນເນັ້ນໃສ່ການຄວບຄຸມລາຄາສິນຄ້າບໍ່ໃຫ້ຂາຍເກີນລາຄາທີ່ກຳນົດ ເພື່ອຫຼີກລຽງບໍ່ໃຫ້ແມ່ຄ້າເອົາປຽບປະຊາຊົນໃນໄລຍະວິກິດ ໂຄວິດ19ນີ້, ພ້ອມດຽວກັນນີ້ກໍ່ໄດ້ກວດກາສິນຄ້ານຳເຂົ້າຈາກຕ່າງປະເທດທີ່ໝົດອາຍຸການນຳໃຊ້ ຖ້າພົບເຫັນແມ່ນໄດ້ເກັບອອກໄປພ້ອມເລີຍ ພ້ອມກັບຕັກເຕືອນພໍ່ຄ້າແມ່ຄ້າໄປພ້ອມ.

ຂ່າວຫຼວງພະບາງ ໂດຍ: ດາວອນ ມະນີວັນ