ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊັນ ສັນຍາ ກັບ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ

540

( u-money ) ເພື່ອເປັນຕົວແທນເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ນຍິງຖືພາ ແລະ ເດັກກ່ອນໄວຮຽນ (ອາຍຸລຸ່ມ 6 ເດືອນ ) ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ.

ວັນທີ 28 ເມສາ 2021 ທີ່ນະຄອນຫຼວງວຽງຈັນ ໄດ້ມີການເຊັນສັນຍາລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ (ເຊິ່ງເປັນບໍລິສັດລູກ ຂອງບໍລິສັດ ສະຕາ ໂທລະຄົມ ຈໍາກັດ ຫຼື ຢູນິເທວ “Unitel”) ວ່າດ້ວຍ ການເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ( ອາຍຸລຸ່ມ 6 ເດືອນ ) ຜ່ານບໍລິການ u-money ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ.

ການເຊັນສັນຍາຄັ້ງນີ້ ລົງນາມເຊັນໂດຍ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມ ສັງຄົມສົງເຄາະກະຊວງເເຮງງານ ເເລະ ສະຫວັດດີການສັງຄົມ ເເລະ ທ່ານ ລີວ ແມ້ງ ຮ່າ ຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ (u-money). ພາຍໃຕ້ການ ເປັນສັກຂີພິຍານໂດຍ ທ່ານ ນາງ ດຣ. ເພຍ ເຣເບວໂລ ບຣິດໂຕ, ຜູ້ຕາງໜ້າອົງການອຸຍນິເຊບ ປະຈໍາ ສປປ ລາວ, ທ່ານ ນາງ ແອ່ນນາ ດີຢາເຊິນ ຈາກສະຖານທູດອົສຕາລີ.

“ລັດຖະບານແຫ່ງ ສປປ ລາວ ໄດ້ຮັບຮູ້ເຖິງຄວາມສໍາຄັນຂອງວຽກງານປົກປ້ອງສັງຄົມ ໃນການຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ , ເພື່ອສົ່ງເສີມການພັດທະນາເສດຖະກິດ – ສັງຄົມ, ການຢູ່ຮ່ວມກັນໃນສັງຄົມ ແລະ ມີຄວາມມຸ່ງໝັ້ນທີ່ຈະຄ່ອຍໆກ້າວໄປເຖິງການປົກປ້ອງທາງສັງຄົມຢ່າງທົ່ວເຖິງ” ທ່ານ ວິໄລພົງ ສີສົມຫວັງ, ຫົວໜ້າກົມ ສັງຄົມສົງເຄາະ ໄດ້ກ່າວວ່າ: “ ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ຮອດປີ 2025 (NSPS) ໄດ້ເປັນແນວທາງສໍາລັບການຈັດຕັ້ງປະຕິບັດນະໂຍບາຍການປົກປ້ອງສັງຄົມໃນ ສປປ ລາວ ແລະ ມີຈຸດປະສົງ ເພື່ອສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດລະບົບການປົກປ້ອງສັງຄົມ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສຳເລັດຢ່າງກວ້າງຂວາງກວ່າເກົ່າ ພ້ອມທັງປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ແຜນພັດທະນາຂອງຂະແໜງການທີ່ກ່ຽວຂ້ອງ ແລະ ແຜນພັດທະນາເສດຖະກິດ – ສັງຄົມ ໃນແຕ່ລະໄລຍະ.

อาจเป็นรูปภาพของ 3 คน และเด็ก

ລັດຖະບານແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ໂຄງການຮ່ວມມືຂອງອົງການສະຫະປະຊາຊາດ (UNJP) ແລະ ກົມການຊ່ວຍເຫຼືອ ແລະ ການຄ້າຕ່າງປະເທດອົດສຕາລີ (DFAT) ເພື່ອຈັດຕັ້ງປະຕິບັດໂຄງການປົກປ້ອງສັງຄົມ“: ສ້າງພື້ນຖານການປົກປ້ອງສັງຄົມໃນ ສປປ ລາວ”. ແຜນງານດັ່ງກ່າວ, ໄດ້ລິເລີ່ມໃນວັນທີ 30 ກັນຍາ 2020, ເພື່ອແນໃສ່ສະໜັບສະໜູນລັດຖະບານ ໃນການຈັດຕັ້ງປະຕິບັດ NSPS ຮອດປີ 2025 ຜ່ານແນວທາງການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ແລະ ການທົດລອງຈັດຕັ້ງປະຕິບັດການໃຫ້ອຸດໜູນເງິນສົດ ແກ່ແມ່ຍິງຖືພາ ແລະ ເດັກ ກ່ອນໄວຮຽນຈະປະກອບສ່ວນເຂົ້າໃນ SDGs 1.3, 2.2, 16.9 ແລະ 17.3 ໂດຍແນໃສ່ ເດັກ ແລະ ແມ່ຍິງຖືພາຈຳນວນ 1,400 ຄົນ ທີ່ຈະໄດ້ຮັບຜົນປະໂຫຍດຈາກການຊ່ວຍເຫຼືອດ້ານສະຫວັດດີການສັງຄົມແບບຄວບຄຸມ ລວມທັງການບໍລິການດ້ານສຸຂະພາບທີ່ດີແກ່ເດັກ ແລະ ການສະໜັບສະໜູນການຂຶ້ນທະບຽນການເກີດຂອງເດັກຢູ່ ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ. ການເບີກຈ່າຍເງິນຊ່ວຍເຫຼືອໃນຄັ້ງນີ້ແມ່ນຜູ້ໄດ້ຮັບການຊ່ວຍເຫຼືອ ຈະໄດ້ຮັບເງິນ 150,000 ກີບ/ຄົນ/ເດືອນ ສຳລັບການເບີກຈ່າຍແມ່ນ ສອງເດືອນເບີກຈ່າຍຄັ້ງໜຶ່ງ ເຊິ່ງຕົກເປັນມູນຄ່າທັງໝົດ 3.780.000.000 ກີບ ແຜນການຈັດຕັ້ງປະຕິບັດການເບີກຈ່າຍຄາດວ່າ ຈະຈັດຕັ້ງ ປະຕິບັດ ແຕ່ເດືອນ ພຶດສະພາ ປີ 2021 ຈົນເຖິງ ເດືອນ ພະຈິກ ປີ 2022 ເປັນໄລຍະເວລາ 18 ເດືອນ ໂດຍນຳໃຊ້ການເບີກຈ່າຍ ເງິນຊ່ວຍເຫຼືອ ຜ່ານບໍລິການ u-money ເຊິ່ງຈະຊ່ວຍໃຫ້ກຸ່ມເປົ້າໝາຍ ທີ່ໄດ້ຮັບຜົນປະໂຫຍດ ຮັບເງິນໄດ້ທ່ວງທັນເວລາ ແລະ ໄດ້ຮັບເງິນສະຫວັດດີການໂດຍກົງ.

อาจเป็นรูปภาพของ 13 คน, เด็ก และผู้คนกำลังนั่ง

ທ່ານ ນາງ ດຣ. ເພຍ ເຣເບວໂລ ບຣິດໂຕ, ຜູ້ຕາງໜ້າອົງການອຸຍນິເຊບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ວຽກງານການປົກປ້ອງສັງຄົມໃນ ສປປ ລາວ ແມ່ນຍັງຢູ່ໃນໄລຍະຕົ້ນຂອງການພັດທະນາ ແລະ ຂະແໜງການບໍ່ທັນມີປະສົບການຫຼາຍກ່ຽວກັບແຜນງານການປົກປ້ອງສັງຄົມທີ່ນຳພາໂດຍລັດຖະບານ ໂດຍສະເພາະໃນການໂອນເງິນສົດໃນ ສປປ ລາວ. ສະນັ້ນ, ແຜນງານນີ້ຈຶ່ງເປີດໂອກາດທີ່ດີໃນການເສີມສ້າງຄວາມຂີດຄວາມສາມາດ ແລະ ລະບົບທີ່ມີຢູ່ຂອງລັດຖະບານໃນການວາງແຜນ, ການຈັດຕັ້ງປະຕິບັດ ແລະ ຕິດຕາມວຽກງານການປົກປ້ອງສັງຄົມຜ່ານປະສົບການ MECG ນີ້.

อาจเป็นรูปภาพของ 4 คน และข้อความ

ການຈັດຕັ້ງປະຕິບັດຂອງ UNJP ແມ່ນ ນຳພາໂດຍ MOLSW ໃນການຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ, ອົງການປົກຄອງຂັ້ນແຂວງ ແລະ ເມືອງທີ່ເຮັດທົດລອງ ແລະ ອົງການສະຫະປະຊາຊາດປະຈຳ ສປປ ລາວ, ເຊິ່ງຈະຖືກຈັດຕັ້ງປະຕິບັດແຕ່ເດືອນ ມັງກອນ 2020 ຫາ ເດືອນ ມີນາ 2022.

ກ່ຽວກັບ ອົງການ UNICEF

ອົງການຢູນິເຊັບເຮັດວຽກຢູ່ໃນສະຖານທີ່ ທີ່ມີຄວາມຫຍຸ້ງຍາກທີ່ສຸດບາງແຫ່ງໃນໂລກ, ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນທົ່ວ 190 ປະເທດ ແລະ ທົ່ວທຸກຂົງເຂດ, ເຮັດວຽກເພື່ອເດັກທຸກຄົນ, ທຸກແຫ່ງຫົນ, ເພື່ອສ້າງໂລກທີ່ດີຂຶ້ນ ສຳລັບເດັກທຸກໆຄົນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ສິ່ງທີ່ເຮັດສຳລັບເດັກໃນ ສປປ ລາວ, ເຂົ້າເບິ່ງໄດ້ທີ່ http://www.unicef.org/laos. ຕິດຕາມທາງ Facebook, Twitter, YouTube ເເລະ  www.unicef.org       

ສຳລັບຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່:

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ກົມສັງຄົມສົງເຄາະ ,ໂທ: (+856) 21 213 005

Maria Fernandez, ຫົວໜ້າ ຝ່າຍສື່ສານ, ອົງການ UNICEF ປະຈຳ ສປປລາວ, (+856) 2055519681, mfernandez@unicef.org

Douangphachone, Khounkham , DFAT Lao PDR, Khounkham.Douangphachone@dfat.gov.au