ລອງນໍາໄປປັບໃຊ້! 10 ວິທີຄິດຂອງຄົນສໍາເລັດ

970

ຄວາມສໍາເລັດ ມີຫຼາຍຄົນທີ່ໄປຮອດຈຸດນີ້ໄດ້ ແຕ່ກໍ່ມີຫຼາຍຄົນເຊັ່ນກັນທີ່ໄປບໍ່ຮອດ ຫຼື ເລີ່ມຕົ້ນມາແລ້ວ ແຕ່ກັບມາລົ້ມເເຫຼວຢູ່ກາງທາງ ຖ້າຫາກທ່ານບໍ່ຢາກເປັນກຸ່ມຄົນຢ່າງຫຼັງ ກໍ່ລອງເປີດໃຈຮຽນຮູ້ຈາກຄົນທີ່ປະສົບຄວາມສໍາເລັດ, ຮູ້ໃຫ້ໄດ້ວ່າພວກເຂົາເຮັດແບບໃດຈຶ່ງໄປຮອດຈຸດໝາຍ ຫຼື ຄວາມຝັນທີ່ຕັ້ງໄວ້.

ແນ່ນອນມັນບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍ່ບໍ່ແມ່ນເລື່ອງຍາກທີ່ທ່ານຈະເປັນໃນສິ່ງທີ່ທ່ານຢາກເປັນ ຈະໄດ້ໃນສິ່ງທີ່ຕົນເອງໃຝ່ຝັນ ຂໍພຽງຢ່າລົດລະຄວາມພະຍາຍາມ ແລະ ພ້ອມຮຽນຮູ້ຈາກກຸ່ມຄົນທີ່ສໍາເລັດ. ແນວໃດກໍຕາມ ມື້ນີ້ຜູ້ຂຽນໄປອ່ານພົບຂໍ້ຄິດີໆຂອງຜູ້ທີ່ປະສົບຄວາມສໍາເລັດ ເຊິ່ງຮິບໄດ້ 10ແນວຄິດດັ່ງນີ້:

1 ຄົນເຮົາສາມາກໍານົດຊະຕາຊີວິດຂອງຕົນເອງໄດ້

ຄົນຮັ່ງມີ ຫຼື ຄົນທີ່ປະສົບຄວາມສໍາເລັດມັກຄິດວ່າ ເຮົາສາມາດກໍານົດຊະຕາຊີວິດຂອງຕົວເອງໄດ້ ໂດຍບໍ່ຕ້ອງຖ້າໃຫ້ໂຊກຊະຕາ, ດວງ, ເທວະດາ ຫຼື ສວງສະຫວັນ ຫຼື ສິ່ງທີ່ເຮົາເບິ່ງບໍ່ເຫັນມາເປັນຜູ້ກໍານົດເຊັ່ນ: ການຊື້ເລກເພື່ອຫວັງລວຍທາງລັດ ຫຼື ການອ່ວາຍໜ້າຫາໝໍດູ ເພື່ອທໍານາຍໂຊກຊະຕາ. ແຕ່ໃນທາງກົງກັນຂ້າມ ຄົນທີ່ທຸກຈົນ ມັກຈະໂທດໂຊກຊະຕາ, ສິ່ງແວດລ້ອມ ຫຼື ບຸກຄົນອ້ອມຂ້າງວ່າເປັນຕົ້ນເຫດແຫ່ງຄວາມທຸກຈົນ ຫຼື ຄວາມລົ້ມເເຫຼວຂອງຕົນເອງ. ນອກຈາກນີ້ຄົນລວຍ ຫຼື ຜູ້ປະສົບຜົນສໍາເລັດ ຍັງມັກຄິດສະເໝີວ່າ ເມື່ອປາຖະໜາສິ່ງໃດກໍ່ຕ້ອງສ້າງເຫດ ແລະ ປັດໄຈມາດ້ວຍເຫື່ອແຮງຂອງຕົນ ຖ້າເມົາເບິ່ງແຕ່ປັດໄຈພາຍນອກແລ້ວ ເມື່ອໃດສິ່ງເຫຼົ່ານັ້ນ ຈະເກີດດອກ ແລະ ອອກຜົນ.

2 ມີການກໍານົດເປົ້າໝາຍທີ່ຊັດເຈນ

ຄົນລວຍ ຫຼື ຄົນທີ່ປະສົບຄວາມສໍາເລັດ ຈະກໍານົດເປົ້າໝາຍຊັດເຈນວ່າ ຕົນເອງຈະມີເງິນເທົ່າໃດໃນອີກຈັກປີຂ້າງໜ້າ ແຕ່ຄົນທົ່ວໄປມັກຈະຄິດວ່າ ຂໍພຽງມີເງິນເດືອນໄວ້ໃຊ້ໃນແຕ່ລະເດືອນກໍພຽງພໍແລ້ວ ຄົນປະສົບຄວາມສໍາເລັດມັກເບິ່ງການໄກ ມີວິໄສທັດ ມີຄວາມຝັນ ມີຈິນຕະນາການ ແລະ ກ້າທີ່ຈະລົງມືເຮັດເພາະເຊື່ອໝັ້ນໃນສັກກະຍະພາບຂອງຕົນເອງ.

3 ເກີດມາແລ້ວຕ້ອງລວຍ ແລະ ປະສົບຄວາມສໍາເລັດ

ຄົນລວຍຈະຄິດຢູ່ສະເໝີວ່າ ເກີດມາແລ້ວຕ້ອງລວຍ ບໍ່ວ່າຈະຕ້ອງລົງທຶນລົງແຮງຫຼາຍພຽງໃດກໍຕາມ ເຖິງແມ່ນວ່າຕອນເກີດບໍ່ສາມາດເລືອກໄດ້ ແຕ່ເຮົາສາມາດກໍານົດຊີວິດເຮົາເອງໄດ້ວ່າຕ້ອງການລວຍ ຕ້ອງການປະສົບຄວາມສໍາເລັດຫຼາຍພຽງໃດ ແຕ່ຄົນທົ່ວໄປມັກຄິດພຽງວ່າຢາກລວຍ ແຕ່ບໍ່ຂະຫຍັນໝັ່ນພຽງເຮັດວຽກ ເມື່ອພົບອຸປະສັກ ກໍມັກຈະຈົ່ມ ແລະ ທໍ້ຖອຍ ເພາະບໍ່ມັກເຮັດວຽກໜັກ.

4 ຄິດໃຫຍ່ ບໍ່ຄິດນ້ອຍ

ຄົນລວຍຈະຄິດສະເໝີວ່າ ທຸກຢ່າງສາມາດເປັນໄປໄດ້ທັ້ງນັ້ນຂໍພຽງເຮົາເຫັນໂອກາດແລ້ວລອງລົງມືເຮັດເທົ່ານັ້ນເອງ ບໍ່ວ່າສິ່ງນັ້ນຈະຍາກພຽງໃດກໍ່ແລ້ວແຕ່ ແລະ ຈະຄິດຫາຫົນທາງໃນການພັດທະນາສິນຄ້າ ແລະ ບໍລິການຂອງຕົນ ເພື່ອຊ່ວຍສ້າງປະໂຫຍດໃຫ້ແກ່ຄົນຈໍານວນຫຼາຍ

5 ເບິ່ງຫາໂອກາດຕ່າງໆ ແລະ ບໍ່ເສຍເວລາໄປກັບບັນຫາທີ່ເກີດຂຶ້ນ

ເມື່ອເກີດບັນຫາ ຄົນລວຍຈະພະຍາຍາມຫາໂອກາດ ຫຼື ຊ່ອງທາງທີ່ຈະພິກວິກິດໃຫ້ເປັນໂອກາດ ບໍ່ໂວຍວາຍ ຫຼື ໝົດຫວັງໄປກັບບັນຫາຕ່າງໆທີ່ເກີດຂຶ້ນ ຄົນທີ່ປະສົບຄວາມສໍາເລັດ ຈະນິ້ງສະຫງົບ ປະເຊີນໜ້າກັບບັນຫາຢ່າງມີສະຕິ ຄິດພິຈາລະນາຢ່າງຮອບຄອບແລ້ວລົງມືເຮັດ ແລະ ບໍ່ປ່ອຍເວລາໃຫ້ຜ່ານໄປໂດຍໄຮ້ປະໂຫຍດ ເພາະວ່າຄົນທີ່ປະສົບຄວາມສຳເລັດ ຮູ້ວ່າເວລາມີຄວາມໝາຍຕໍ່ໃຫ້ລວຍສໍ່າໃດກໍບໍ່ສາມາດຊື້ເວລາໄດ້.

6 ຊື່ນຊົມຄົນທີ່ປະສົບຄວາມສໍາເລັດ ເພື່ອນໍາແນວຄວາມຄິດມາປັບໃຊ້ໃນຊີວິດຕົນເອງ

ຄົນລວຍ ແລະ ຄົນທີ່ປະສົບຄວາມສໍາເລັດ ສົນໃຈ ແລະ ມັກທີ່ຈະສຶກສາວ່າ ຄົນທີ່ເຂົາປະສົບຄວາມສໍາເລັດນັ້ນມີແນວຄິດແນວໃດ ແລະ ເຮັດແນວໃດຈຶ່ງລໍ່າລວຍຮັ່ງມີຂະໜາດນີ້ ແລະ ນໍາມາເປັນຕົ້ນແບບ ຫຼື ເປັນແນວຄິດໃຫ້ແກ່ຕົນເອງ ຫຼາຍກວ່າການຮູ້ສຶກອິດສາບັງບຽດໃນຄວາມສໍາເລັດຂອງຜູ້ອື່ນ.

7 ມັກຄົບຫາກັບຄົນທີ່ເບິ່ງໂລກໃນແງ່ດີ

ຄົນລວຍມັກຈະຄົບຄ້າສະມາຄົມກັບຄົນທີ່ເບິ່ງໂລກໃນແງ່ດີ ເພາະເຂົາເຫຼົ່ານັ້ນ ຈະມີແນວຄິດ ຄໍາເວົ້າ ແລະ ການກະທໍາທີ່ເຕັມໄປດ້ວຍຄວາມຫວັງ ຄົນທີ່ເບິ່ງໂລກໃນແງ່ດີຈະສາມາດເບິ່ງເຫັນໂອກາດໃນວິກິດສະເໝີ ແລະ ມັກຈະເບິ່ງບັນຫາທີ່ເກີດຂຶ້ນເປັນເລື່ອງທໍາມະດາ.

8 ກຽມພ້ອມທີ່ຈະນໍາສະເໜີສິນຄ້າ ແລະ ບໍລິການຂອງຕົນໃຫ້ຜູ້ອື່ນຢູ່ສະເໝີ

ຄົນລວຍພວກເຂົາກຽມພ້ອມທີ່ຈະນໍາສະເໜີສິນຄ້າຂອງຕົນເອງໃຫ້ຜູ້ອື່ນໄດ້ຮັບຮູ້ຢູ່ສະເໝີ ເພາະພວກເຂົາເຊື່ອວ່າ ການລໍຖ້າໃຫ້ຜູ້ອື່ນເຂົ້າມາສອບຖາມນັ້ນເປັນການເສຍເວລາ.

9 ເບິ່ງບັນຫາເປັນເລື່ອງທໍາມະດາ

ຄົນລວຍ ແລະ ປະສົບຄວາມສໍາເລັດ ຈະເບິ່ງບັນຫາທີ່ເກີດຂຶ້ນ ປຽບເໝືອນກັບເຄື່ອງມືທີ່ຊ່ວຍເສີມສ້າງສະຕິປັນຍາໃຫ້ແຫຼມຄົມຫຼາຍຂຶ້ນ ແລະ ເປັນສິ່ງທີ່ຊ່ວຍເພີ່ມຄວາມຮູ້ ເພີ່ມຄວາມສາມາດໃຫ້ແກ່ຕົນເອງອີກຕ່າງຫາກ ປະສົບການໃນການແກ້ບັນຫາຜ່ານມານັ້ນເອງ ຈະເປັນກໍາລັງໃຈໃຫ້ພວກເຂົາກ້າທີ່ຈະເຮັດໃນສິ່ງໃໝ່ ແລະ ທ້າທາຍຫຼາຍຍິ່ງຂຶ້ນໄປອີກ. ແນວໃດກໍຕາມ ທຸກບັນຫາທີ່ພວກເຂົາຕ້ອງປະເຊີນນັ້ນ ພວກເຂົາຈະຄິດມາດຕະການເພື່ອປ້ອງກັນບໍ່ໃຫ້ບັນຫານັ້ນເກີດຊໍ້າອີກ.

10 ມີຄວາມເຊື່ອໝັ້ນໃນຕົວເອງ

ຄົນທີ່ລໍ່າລວຍຈະຮູ້ສຶກເຊື່ອໝັ້ນໃນສັກກະຍະພາບຂອງຕົນເອງ ພວກເຂົາຈະຮູ້ວ່າຕົວເອງ ສາມາດເຮັດຫຍັງໄດ້ແນ່ ມີຄວາມສາມາດເຮັດໄດ້ສໍ່າໃດ ແລະ ຈະລົງມືເຮັດຢ່າງສຸດຄວາມສາມາດຂອງພວກເຂົາເອງດ້ວຍຄວາມເຊື່ອໝັ້ນ.
ໂດຍ: ເອຢິບ
ທີ່ມາ: http://job2news.com/