ພະນັກງານ-ລັດຖະກອນ ກ​ຊສ 400 ກວ່າ​ ທີ່ຮັບການສັກວັກແຊງປ້ອງກັນໂຄວິດ-19​

538

ໃນວັນທີ 28 ເມສາ 2021 ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ​ (ກຊສ)​ ໄດ້ຈັດພິທີສັກວັກແຊງ ເພື່ອປ້ອງກັນໂຄວິດ-19 ໃຫ້ບັນດາພະນັກງານ-ລັດຖະກອນ ໃນທົ່ວກະຊວງ 415 ທ່ານ, ການສັກວັກຊີນຄັ້ງນີ້ໂດຍມີ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມສັກນຳ, ນຳພາທີມແພດລົງສັກວັກຊີນ ຄັ້ງນີ້, ໂດຍ ທ່ານ ດຣ. ບົວສອນ ບຸນຕາ, ຫົວຫນ້າພະແນກກວດເຂດນອກ ຮ່ວມກັບ ສູນສຸຂະພາບແມ່ ແລະ ເດັກ ຈຳນວນ 24 ທ່ານ ຈາກໂຮງໝໍມະໂຫສົດ.


ການສັກວັກແຊງໃນຄັ້ງນີ້, ແມ່ນປະຕິບັດຕາມແຈ້ງການຂອງກະຊວງ ສາທາລະນະສຸກ ເລກທີ 1392/ຫກ, ລົງວັນທີ 22 ເມສາ 2021 ກ່ຽວກັບ ການຈັດຕັ້ງປະຕິບັດສັກຢາກັນພະຍາດໂຄວິດ 19, ເຊິ່ງວັກຊີນ ທີ່ເອົາມາສັກໃນມື້ນີ້ ແມ່ນປະເພດຊີໂນຟາມ ແລະ ແອສຕ້າ ເຊເນກ້າ.


ໂອກາດດຽວກັນນີ້, ທ່ານ ດຣ ບົວສອນ ບຸນຕາ ຍັງໄດ້ແນະນໍາໃຫ້ຜູ້ທີ່ມາສັກວັກແຊງ ຕ້ອງເປັນຄົນສຸຂະພາບແຂງແຮງ, ບໍ່ມີໄຂ້, ບໍ່ເປັນຫວັດ, ຄົນຖືພາ, ໃຫ້ນົມລູກ ຫລື ຄົນໃກ້ຈະຖືພາ, ມີໂລກປະຈຳຕົວ, ແພ້ຢາຮຸນແຮງ ແລະ ສຳຄັນທີ່ສຸດ ຖ້າມີອາການແພ້ ເຊັ່ນວ່າ ປະເພດອາຫານ ທະເລ ຫລື ຢາຕ້ານເຊື້ອໃດໂຕໜຶ່ງ ຫລື ສັກວັກຊີນໃດໜຶ່ງມາກ່ອນ ແມ່ນພວກເຮົາຈະບໍ່ໄດ້ສັກໃຫ້. ໃນໄລຍະຜ່ານມາ ສຳລັບ ຜູ້ທີ່ສັກໄປແລ້ວ ເຫັນວ່າຈະມີອາການຂ້າງຄຽງແບບເບົາບາງ ເປັນຕົ້ນ ແມ່ນ ປວດແຂນເບື້ອງທີ່ຖືກສັກ, ມີໄຂ້, ແຕ່ວ່າອາການດັ່ງກ່າວ ແມ່ນປົກກະຕິຂອງຢານີ້, ຖ້າວ່າຫາກບຸກຄົນໃດຫາກມີອາການວິນວຽນ ເຮົາແນະນຳໄປໂຮງໝໍ ໂດຍທັນທີ ແລະ ທີ່ສຳຄັນ ພາຍຫຼັງທີ່ສັກວັກຊີນ ແລ້ວຫ້າມດື່ມເຄື່ອງດື່ມທີ່ມີທາດເຫຼົ້າ,ເບຍ ສີ່ງມຶນເມົາ ແລະ ປະເພດເຄື່ອງດອງເປັນເວລາ 7 ວັນ ອີກດ້ວຍ.


ທ່ານ ດຣ ບົວສອນ ບຸນຕາ ກ່າວຕື່ມວ່າ: ໃນນາມທີ່ເປັນແພດໝໍຄົນໜຶ່ງ ຮຽກຮ້ອງມາຍັງພໍ່ແມ່ປະຊົນ ແລະ ສັງຄົມຂອງພວກເຮົາຈົ່ງຊ່ວຍກັນ ໂດຍສະເພາະ ປະຕິບັດຕາມມາດຕະການ ແລະ ລະບຽບການ ທີ່ທາງຂັ້ນເທິງວາງອອກຢ່າງເຂັ້ມງວດ ເຖິງວ່າ ຈະສັກວັກແຊງແລ້ວກໍດີ, ຜູ້ທີ່ບໍ່ໄດ້ສັກກໍດີ ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຕ່າງໆທີ່ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ, ລ້າງມືໃສ່ເຈວ ຫລື ສະບູ, ໃສ່ຜ້າປິດປາກ-ດັງ, ຫ້າມບໍ່ໃຫ້ມີການຊຸມແຊວ ທີ່ຝືນຕໍ່ກົດລະບຽບທີ່ທາງໜ່ວຍງານ ສະເພາະກິດວາງອອກ, ເນື່ອງຈາກໄລຍະນີ້ ແມ່ນໜັກໜ່ວງສົມຄວນ ທີ່ປະເທດຂອງພວກເຮົາເກີດມີການລະບາດຂຶ້ນ. ສະນັ້ນ, ຂໍຮຽກຮ້ອງໃຫ້ຈົ່ງພ້ອມກັນຊ່ວຍແພດໝໍພວກເຮົາ ແລະ ທັງເປັນການຊ່ວຍສັງຄົມນຳອີກ ຢູ່ເຮືອນບໍ່ອອກນອກບ້ານຖ້າບໍ່ຈຳເປັນ.