ເຝິກອົບຮົມ ໃຫ້ບຸກຄະລາກອນທີມແພດ ກຽມຮັບມືກັບຜູ້ຕິດເຊື້ອ ຢູ່ໂຮງໝໍພາກສະໜາມ

493

ທ່າມກາງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ປະຈຸບັນນີ້ ໂດຍສະເພາະແມ່ນຜູ້ຕິດເຊື້ອທີ່ນັບມື້ເພີ່ມຂຶ້ນ ດັ່ງນັ້ນວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອ ກະຊວງສາທາລະນະສຸກ ດ້ານວິຊາການຜ່ານການເຝິກອົບຮົມທີ່ຈັດຂຶ້ນໂດຍ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໃຫ້ແກ່ບຸກຄະລາກອນທາງການແພດ.

ເຊິ່ງຈັດຂຶ້ນທີ່ສູນຈໍາກັດບໍລິເວນຫຼັກ 27 ທັງນີ້ກໍ່ເພື່ອໃນການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມ ເພື່ອຮອງຮັບຄົນເຈັບພະຍາດໂຄວິດ-19 ທີ່ປະຈຸບັນລົ້ນໂຮງໝໍແລ້ວ.

ຂໍເປັນກຳລັງໃຫ້ໃຫ້ທຸກໜ່ວຍງານ ເຮົາຈະສູ້ ແລະ ຂ້າມຜ່ານມັນໄປພ້ອມກັນ.