ວາງສິລາລຶກ ໂຄງການກໍ່ສ້າງໝວດເຮືອ ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວ

773

ວາງສີລາລຶກກໍສ້າງສຳນັກງານໝວດເຮືອ ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວຢ່າງເປັນທາງການໂດຍການຊ່ວຍເຫລືອຂອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢວນນານ ສປຈີນ ຄິດເປັນມູນຄ່າ 4,5ຕື້ກວ່າກີບ.

ພິທີວາງສີລາລຶກໝວດເຮືອ ກອງຮ້ອຍທະຫານຊາຍແດນ 122 ທະຫານແຂວງບໍ່ແກ້ວ ໄດ້ຈັດຂື້ນໃນວັນທີ 28 ເມສາ 2021 ຜ່ານມາ​ ຢູ່ທີ່ສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ​ ທ່ານ ພົນຕີ ຢວນຢາພິງ ຫົວໜ້າກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢວນນານ ສປຈີນ ແລະ ທ່ານ ພັນໂທ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ; ມີຄະນະລາດຕະເວນລາດຕະເວນ 2 ຝ່າຍ, ແຂກຖືກເຊີນ, ບໍລິສັດຈາງໂຫຍຢິນກໍ່ສ້າງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ລາວ-ຈີນ ຈີນ-ລາວເຂົ້າຮ່ວມ.


ໂຄງການກໍ່ສ້າງສຳນັກງານໝວດເຮືອໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢວນນານ ສປຈີນ ຄິດເປັນມູນຄ່າ 3.150.000 ຢວນ ຫຼື ຄິດເປັນສະກຸນເງິນລາວ 4.586.726.888 ກີບ ຈາກນັ້ນຄະນະຜູ້ແທນທັງສອງຝ່າຍກໍ່ໄດ້ຂຶ້ນຕັດແທບຜ້າ, ວາງສີລາລຶກ ແລະ ລົງນາມເຊັນ ບົດບັນທຶກ ມອບ-ຮັບ ຮ່ວມກັນ ລະຫ່ວາງ ສະຫາຍ ພົນຕີ ຢວນຢ່າພິງ ຫົວໜ້າກອງບັນຊາການຕຳຫຼວດນ້ຳ ແຂວງຢູນນານ ສປຈີນ ແລະ ສະຫາຍ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງບໍ່ແກ້ວ ຢ່າງເປັນການ.


ໂອກາດນີ້, ພັນໂທ ທອງໄຂ ສີຍາລາດ ໄດ້ກ່າວສະແດງຄວາມ ຂອບໃຈເປັນຢ່າງສູງມາຍັງ ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ທີ່ເຫັນໄດ້ຄວາມຈຳເປັນຂອງອ້າຍນ້ອງທີ່ປະຈຳຢູ່ຊາຍແດນ ແລະ ໃຫ້ທືນຊ່ວຍເຫຼືອໃນຄັ້ງນີ້ ຍາມໃດກໍ່ໃຫ້ການຊ່ວຍເຫຼື່ອກອງບັນຊາການທະຫານແຂວງບໍ່ແກ້ວຕະຫຼອດມາ ແລະ ຍັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮ່ວມມີກັນ ໃນການເຄື່ອນໄຫວລາດຕະເວນທາງນ້ຳຢ່າງເປັນປົກກະຕິ, ສ້າງສາຍພົວພັນອັນດີງາມ ລາວ-ຈີນ ເວົ້າລວມເວົ້າສະເພາະກໍ່ຄື: ກອງບັນຊາການທະຫານແຂວງບໍ່ແກ້ວ ສ ປປ ລາວ ກັບ ກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

.

.

.

 

ຂ່າວ: ວໍລະສິດ ພິດສະຫາຍ, ພາບ: ສຸດທິແດນ