ສະເພາະກິດດ້ານເສດຖະກິດ ເລັ່ງຄົ້ນຄວ້ານະໂຍບາຍແກ້ໄຂຜົນກະທົບ​ດ້ານ​ເສດ​ຖະ​ກິດ ຈ​າກ​ໂຄວິດ-19

1119

ສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະ ບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ໄດ້ຈັດກອງປະຊຸມທາງໄກ ເພື່ອກະກຽມແກ້ໄຂຜົນ ກະທົບໃນຮອບໃໝ່ ໂດຍໄດ້ເລັ່ງທົບທວນຄືນບາງມາດຕະການ ແລະ ນະໂຍບາຍແກ້ໄຂຜົນກະທົບ ການລະບາດພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ປຶກສາວຽກງານຈຸດສຸມເພື່ອແກ້ໄຂຜົນກະທົບດັ່ງກ່າວ.


ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ເມສາຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19 ຕໍ່ເສດຖະກິດລາວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ເພື່ອທົບທວນຄືນບາງມາດຕະການ ແລະ ນະໂຍບາຍແກ້ໄຂຜົນກະທົບ ການລະບາດພະ ຍາດໂຄວິດ-19 ໃນໂລກຜ່ານມາ ແລະ ປຶກສາວຽກງານຈຸດສຸມແກ້ໄຂຜົນກະທົບ ໃນໄລຍະມີການລະບາດໃນຮອບທີ 2; ກອງປະຊຸມໄດ້ຄົ້ນຄວ້າ, ທົບທວນຄືນ ແລະ ປຶກສາຫາລືບັນຫາທີ່ເປັນເນື້ອໃນ ສໍາຄັນຄື:
1.) ວຽກງານນະໂຍບາຍດ້ານການເງິນ ແມ່ນລົງເລິກຄົ້ນຄວ້າຕື່ມກ່ຽວກັບນະໂຍບາຍຜ່ອນຜັນ ດ້ານພາສີ-ອາກອນ ແລະ ເລື່ອນໄລຍະການຊໍາລະພາສີ-ອາກອນ, ຄ່າທໍານຽມ ແລະ ອື່ນໆ ເພື່ອ ຫຼຸດຜ່ອນພາລະດ້ານການໃຊ້ຈ່າຍທຸລະກິດ ແລະ ຄົວເຮືອນ.
2). ດ້ານນະໂຍບາຍສິນເຊື່ອ ໄດ້ມີການກວດກາຕື່ມບັນດາຫົວໜ່ວຍທຸລະກິດ ທີ່ສືບຕໍ່ໄດ້ຮັບ ຜົນກະທົບຈາກການລະບາດ ແລະ ຊອກຫາວິທີທາງຊ່ວຍດ້ານສິນເຊື່ອເພີ່ມຕື່ມໃນຫຼາຍຮູບແບບ. ພ້ອມນັ້ນ, ປຶກສາຫາລືວຽກງານສະໜອງສິນເຊື່ອໃນໂຄງການຟື້ນຟູເສດຖະກິດ ແລະ ໂຄງການສົ່ງ ເສີມ SME.


3.) ດ້ານນະໂຍບາຍດ້ານແຮງງານ ໄດ້ປະເມີນຄືນຄວາມອາດສາມາດຂອງກອງທຶນປະກັນ ສັງຄົມ ແລະ ຄົ້ນຄວ້າວິທີການຊ່ວຍອຸດໜູນສໍາລັບຜູ້ທີ່ໄດ້ຮັບຜົນກະທົບ ຢູ່ໃນລະບົບປະກັນສັງຄົມ. ພ້ອມນັ້ນ, ຈະເກັບກໍາຂໍ້ມູນດ້ານແຮງງານ ທີ່ໄດ້ຮັບຜົນກະທົບທີ່ຢູ່ນອກລະບົບໃນທົ່ວປະເທດ, ສ້າງ ແຜນຊ່ວຍເຫຼືອແບບປະຊາສົງເຄາະຕາມເງື່ອນໄຂຕົວຈິງ. ນອກນັ້ນ, ໄດ້ຄົ້ນຄວ້າວິທີການຈັດສັນແຮງ ງານທີ່ວ່າງງານເຂົ້າສູ່ລະບົບການຈ້າງງານ.
4.) ດ້ານການຄຸ້ມຄອງການຜະລິດ, ລາຄາສິນຄ້າ, ຈໍລະຈອນ ແລະ ຂົນສົ່ງສິນຄ້າ; ກອງປະ ຊຸມໄດ້ປຶກສາຫາລືກ່ຽວ ກັບສະພາບການຕິດຕາມ-ກວດກາການສະໜອງສິນຄ້າ ແລະ ລາຄາສິນຄ້າ ໃນທົ່ວປະເທດ; ປຶກສາຫາລື ວຽກງານການອໍານວຍຄວາມສະດວກ ແກ້ໄຂອຸປະສັກຂອງການ ຈໍລະຈອນ ແລະ ຂົນສົ່ງສິນຄ້າ ບໍ່ໃຫ້ອັ່ງອໍ ລະຫວ່າງແຂວງຫາແຂວງ, ພາຍໃນແຂວງຫາດ່ານສາກົນ, ແລະ ແກ້ໄຂບັນຫາຄ່າບໍລິການຂົນສົ່ງທີ່ສູງຂຶ້ນ.

5.) ນະໂຍບາຍດ້ານສັງຄົມ ແລະ ປະຊາຊົນ ຊຶ່ງກອງປະຊຸມໄດ້ສະເໜີໃຫ້ຂະແໜງການ ທີ່ກ່ຽວຂ້ອງຄົ້ນຄວ້າຕື່ມວ່າມີນະໂຍບາຍຊ່ວຍສັງຄົມ ແລະ ປະຊາຊົນຕໍ່ກັບລາຄ່າໄຟຟ້າ, ນໍ້າປະປາ, ຄ່າໂທລະສັບ, ອິນເຕີເນັດ, ບໍລິການຂີ້ເຫຍື້ອ ແລະ ອື່ນໆຄືແນວໃດ?.
ທ່ານ ສອນໄຊສີພັນດອນ ກໍໄດ້ເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງ ລົງເລິກຄົ້ນຄວ້າລະອຽດ ຕໍ່ກັບນະໂຍບາຍ, ມາດຕະການແກ້ໄຂໃນຫຼາຍດ້ານ ແລະ ເປັນເຈົ້າການຊຸກຍູ້ການຜັນຂະຫຍາຍ ນະໂຍບາຍ ແລະ ມາດຕະການແກ້ໄຂໃຫ້ເປັນຮູບປະທໍາ ເພື່ອຫຼຸດຜ່ອນຜົນກະທົບຈາກການແຜ່ລະ ບາດພະຍາດໂຄວິດ-19 ຕໍ່ກັບເສດຖະກິດ ໃຫ້ໄດ້ຮັບການແກ້ໄຂຜົນກັບທົບໃຫ້ດີຂຶ້ນເປັນກ້າວໆ.

(ຂ່າວ: ສຸກສະຫວັນ, ພາບ: ມາດມະນີ)