ຂ່າວດີ! ຈະມີນະໂຍບາຍຜ່ອນຜັນລາຄານ້ຳປະປາໃຫ້ປະຊາຊົນ

332

ໄຟຟ້າ, ນ້ຳປະປາເປັນປັດໃຈສຳຄັນໃນຊີວິດການເປັນຢູ່ຂອງປະຊາຊົນ ເມື່ອເກີດເຫດໄພພິບັດ ກໍ່ຄືວິກິດໂຄວິດ-19 ທີ່ພວກເຮົາຜະເຊີນຢູ່ໃນປະຈຸບັນນີ້ ທຸກຄົນມີລາຍໄດ້ໜ້ອຍລົງ ແຕ່ຄ່າໃຊ້ຈ່າຍຄືເກົ່າ ຫຼື ເພີ່ມຂຶ້ນ ສະນັ້ນ ພາກລັດກໍ່ຄືກະຊວງໂຍທາທິການ ແລະຂົນສົ່ງ ຈິ່ງເຫັນວ່າຄວນມີນະໂຍບາຍຜ່ອນຜັນລາຄານ້ຳປະປາແກ່ຜູ້ຊົມໃຊ້ເປັນເວລາ 3 ເດືອນ.

ໂດຍກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ອອກໜັງສືສະເໜີສະບັບເລກທີ 0 8 6 1 0  /ຍທຂ.ຫກ. ເຖິງຫົວຫນ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງ, ຜູ້ອໍານວຍການ ລັດວິສາຫະກິດນ້ໍາປະປາ ແຂວງ, ນະຄອນຫຼວງ ໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ເລື່ອນເວລາ ຂອງການຊໍາລະຄ່ານ້ໍາປະປາຂອງຜູ້ຊົມໃຊ້ນ້ໍາປະປາ ປະເພດຄົວເຮືອນ ແລະ ນອກຄົວເຮືອນ ໃນຊ່ວງການລະບາດ ຂອງພະຍາດໂຄວິດ 19 ໃນປີ 2021.

ໃນໜັງສືສະເໜີໄດ້ລະບຸໄວ້ດັ່ງນີ້: ອີງຕາມ ທິດຊີ້ນໍາຂອງຄະນະນໍາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງວັນທີ 28/04/2021 ແລະໜັງສືສະເຫນີຂອງກົມນໍ້າປະປາ ສະບັບເລກທີ 08608/ຍທຂ.ກນປ, ລົງວັນທີ 28/04/2021, ຫ້ອງການ ກະຊວງ ຍທຂ ຂໍຖືເປັນກຽດແຈ້ງການມາຍັງ ທ່ານ ຫົວຫນ້າພະແນກ ໂຍທາທິການ ແລະ ຂົນສົ່ງ, ທ່ານ ຜູ້ອໍານວຍການລັດວິສາຫະກິດນ້ໍາປະປາແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວ ປະເທດ ເພື່ອເປັນການປຶກສາຫາລືຄົ້ນຄວ້າຮ່ວມກັນກ່ຽວກັບ ນະໂຍບາຍການຜ່ອນຜັນລາຄາ ແລະ ເລື່ອນເວລາ ຂອງການຊໍາລະຄ່ານໍ້າປະປາ ຂອງຜູ້ຊົມໃຊ້ນ້ໍາປະປາ ປະເພດຄົວເຮືອນ ແລະ ນອກຄົວເຮືອນ ເພື່ອຫຼຸດຜ່ອນຜົນກະທົບ ຈາກການລະບາດຂອງພະຍາດ COVID-19 ໃນປີ 2021 ຕໍ່ ເສດຖະກິດຂອງ ສປປ ລາວ ແລ້ວນໍາສະເຫນີຕໍ່ ຄະນະຊີ້ນໍາຄຸ້ມຄອງທຸລະກິດຂະແຫນງນໍ້າປະປາ ຂັ້ນ ແຂວງ, ນະຄອນຫຼວງ ພິຈາລະນາເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ໃນຂອບເຂດທົ່ວປະເທດ.


ຜົນການຄົ້ນຄວ້າດ້ານວິຊາການ ຂອງກົມນໍ້າປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ມີ 3 ນະໂຍບາຍ ເພື່ອເປັນທາງເລືອກ ດັ່ງລາຍລະອຽດລຸ່ມນີ້: 1. ນະໂຍບາຍທີ 1: ເລື່ອນເວລາໃນການຊໍາລະເງິນຄ່າຊົມໃຊ້ນ້ໍາປະປາ ຂອງເດືອນ 5, 6, 7 ປີ
2021 ໃຫ້ໄປຊໍາລະໃນເດືອນ 8, 9, 10 ປີ 2021 ພ້ອມກັບການຍົກເລີກລະບຽບ/ມາດຕະການ ວ່າດ້ວຍ ການຕັດ ສໍາລັບລູກຄ້າທີ່ມີຫນີ້ເກີນ 90 ວັນ ແລະ ຍົກເລີກການຈັດເກັບອາກອນມູນ ຄ່າເພີ້ມ 10% ຕາມກົດຫມາຍອາກອນມູນຄ່າເພີ້ມ;

2. ນະໂຍບາຍທີ 2: ຫຼຸດລາຄາຄ່າຊົມໃຊ້ນ້ໍາໃນເດືອນ 5, 6, 7 ປີ 2021 ລົງ 5% ແລະ ຍົກເລີກ
ການຈັດເກັບອາກອນມູນຄ່າເພີ້ມ 10% ຕາມກົດຫມາຍອາກອນມູນຄ່າເພີ້ມ; 3. ນະໂຍບາຍທີ 3: ຫຼຸດລາຄາຄ່າຊົມໃຊ້ນ້ໍາໃນເດືອນ 5, 6, 7 ປີ 2021 ລົງ 5% ແລະ ຍົກເລີກການຈັດເກັບອາກອນມູນຄ່າເພີ້ມ 10% ຕາມກົດຫມາຍອາກອນມູນຄ່າເພີ້ມ ພ້ອມກັບການເລື່ອນ ເວລາໃນການຊໍາລະເງິນຄ່າຊົມໃຊ້ນ້ໍາປະປາ ໃຫ້ໄປຊໍາລະໃນເດືອນ 7, 8, 9 ປີ 2021 ແລະ ການຍົກເລີກລະບຽບ/ມາດຕະການ ວ່າດ້ວຍ ການຕັດນ້ໍາ ສໍາລັບລູກຄ້າທີ່ມີຫນີ້ເກີນ 90 ວັນ. (ລາຍລະອຽດການຄິດໄລ່ສ່ວນຫຼຸດລາຍຮັບນໍ້າຂາຍ 5% ແລະ ຍົກເລີກການຈັດເກັບອາກອນມູນ ຄ່າເພີ່ມ 10% ).


ຕໍ່ກັບ 3 ນະໂຍບາຍທີ່ກ່າວມາຂ້າງເທິງ ທີ່ໄດ້ຄົ້ນຄວ້ານໍາສະເຫນີ ເຫັນວ່າມີຄວາມຈໍາເປັນ ແລະ ຮີບດ່ວນ ເພື່ອຊ່ວຍໃຫ້ຜູ້ຊົມໃຊ້ນ້ໍາປະປາ ປະເພດຄົວເຮືອນ ແລະ ນອກຄົວເຮືອນ ໃຫ້ສາມາດດໍາລົງ ຊິວິດໄດ້ສະດວກ, ປອດໄພ ແລະ ຮັບປະກັນໄດ້ເສດຖະກິດ-ສັງຄົມໂດຍລວມຂອງຊາດ; ເຖິງແມ່ນວ່າ ນະໂຍບາຍດັ່ງກ່າວ ອາດຈະສົ່ງຜົນກະທົບຕໍ່ການດໍາເນີນທຸລະກິດ ຂອງລັດວິສາຫະກິດນ້ໍາປະປາ ແຂວງ, ນະຄອນຫຼວງ ແຕ່ມັນກໍກະທົບພຽງເລັກຫນ້ອຍ ແລະ ໃນໄລຍະອັນສັ້ນ ທີ່ທຸກພາກສ່ວນຈະ ຕ້ອງໄດ້ມີສ່ວນຮ່ວມໃນການຫຼຸດຜ່ອນພາລະຂອງຜູ້ຊົມໃຊ້ ໃນຂອບເຂດທົ່ວປະເທດ.