ອິນເດຍ ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈາກໂຄວິດ-19 ສູງຕໍ່ເນື່ອງ

428

ສະຖິຕິຜູ້ປ່ວຍ ແລະ ເສຍຊີວິດຈາກໂຄວິດ-19 ໃນປະເທດອິນເດຍ ຍັງສູງຕໍ່ເນື່ອງ ຂະນະທີ່ ຫຼາຍພາກສ່ວນເຝົ້າລະວັງກ່ຽວກັບການເລືອກຕັ້ງທ້ອງຖິ່ນ ໃນລັດເບງກອລຕາເວັນຕົກ ຈະກາຍເປັນບ່ອນແຜ່ເຊື້ອກຸ່ມໃໝ່ ຫຼື ບໍ່?.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພະຫັດ ທີ 29 ເມສາ ວ່າ ກະຊວງສາທາລະນະສຸກອິນເດຍໄດ້ລາຍງານສະຖິຕິໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ ຢືນຢັນຜູ້ຕິດເຊື້ອໃໝ່ 379.257 ຄົນ ເປັນສະຖິຕິປະຈຳວັນສູງທີ່ສຸດຄັ້ງໃໝ່ ທັງພາຍ ແລະ ທົ່ວໂລກ ເຮັດໃຫ້ສະຖິຕິສະສົມຂອງຜູ້ປ່ວຍຈາກພະຍາດດັ່ງກ່າວໃນອິນເດຍ ເພີ່ມຂຶ້ນຫຼາຍກວ່າ 18 ລ້ານຄົນ ຫຼາຍທີ່ສຸດໃນອາຊີ ແລະ ເປັນອັນດັບ 2 ຂອງໂລກ ຮອງຈາກສະຫະລັດ ອາເມຣິກາ.

อาจเป็นรูปภาพของ 2 คน, ผู้คนกำลังยืน, ผู้คนกำลังนั่ง และกลางแจ้ง

ຂະນະທີ່ ໃນຮອບວັນດຽວກັນ ມີຜູ້ເສຍຊີວິດ 3.645 ຄົນ ເປັນສະຖິຕິປະຈຳວັນສູງທີ່ສຸດຄັ້ງໃໝ່ ໂດຍເພີ່ມຂຶ້ນ 352 ຄົນ ຈາກສະຖິຕິ ໃນຮອບ 24 ຊົ່ວໂມງ ກ່ອນໜ້າ. ນັບເປັນມື້ທີ 2 ຕິດຕໍ່ກັນທີ່ປະເທດອິນເດຍມີຜູ້ເສຍຊີວິດຫຼາຍກວ່າ 3.000 ຄົນ ເຮັດໃຫ້ປັດຈຸບັນ ອິນເດຍມີຜູ້ເສຍຊີວິດສະສົມເພິ່ມເປັນຢ່າງໜ້ອຍ 204.832 ຄົນ ຫຼາຍທີ່ສຸດໃນອາຊີ ແລະ ເປັນ ອັນດັບທີ3 ຂອງໂລກ ຮອງຈາກສະຫະລັດ ແລະ ບຣາຊິລ ສ່ວນສະຖິຕິສະສົມຂອງຜູ້ປ່ວຍທີ່ຕ້ອງເຂົາຮັບການປິ່ນປົວໃນລະບົບ ມີຈຳນວນຢ່າງໜ້ອຍ 3.084.814 ຄົນ.

อาจเป็นรูปภาพของ 3 คน, ผู้คนกำลังยืน และกลางแจ้ง

อาจเป็นรูปภาพของ ข้อความ

ຢ່າງໃດກໍຕາມ, ການທີ່ທາງການລັດເບງກອລຕາເວັນຕົກ ຍັງສືບຕໍ່ໃນການເລືອກຕັ້ງສະມາຊິກສະພາແຫ່ງລັດ ທີ່ຈັດຂຶ້ນໃນຮອບສຸດທ້າຍຕາມແຜນເດີມ ຄື ວັນທີ 29 ເມສາ ເຮັດໃຫ້ຫຼາຍພາກສ່ວນກັງວົນວ່າ ການທີ່ປະຊາຊົນທີ່ຕ້ອງອອກມາເຕົ້າໂຮມກັນເປັນຈຳນວນຫຼວງຫຼາຍ ແລະ ອາດຈະກາຍເປັນການແຜ່ລະບາດກຸ່ມໃໝ່ ຫຼື ບໍ່?.